ຖອດກົນລະຍຸດ ແນວທາງສູ່ຄວາມສຳເລັດໃນຍຸກດິຈິຕອນທີ່ເຮັດໃຫ້ “Meituan ” ສາມາດຄອງສ່ວນແບ່ງໃນຕະຫຼາດໄດ້ເຖິງ 70%


ບໍ່ວ່າພວກເຮົາຈະເດີນທາງໄປທ່ຽວ ຫຼື ຮຽນຕໍ່ຢູ່ປະເທດຈີນ ໜຶ່ງໃນແອັບພິເຄຊັນທີ່ພວກເຮົາຈະຂາດໄປບໍ່ໄດ້ເລີຍກໍຄື “Meituan” ເນື່ອງຈາກວ່າມັນເປັນແອັບທີ່ບໍ່ພຽງແຕ່ໃຫ້ບໍລິການສັ່ງອາຫານ ແຕ່ມັນລວມເອົາເກືອບທຸກຢ່າງໃນຊີວິດປະຈຳວັນຂອງຄົນຈີນຢູ່ໃນແອັບດຽວ ບໍ່ວ່າຈະເປັນອາຫານສົດ, ໝາກໄມ້ຊະນິດຕ່າງໆ, ເຄື່ອງໃຊ້ໄຟ້ຟ້າ, ຈອງໂຮງແຮມ, ບໍລິການເສີມສວຍ, ປຶກສາແພດໝໍ, ຕັດຜົມ, ເຕີມເງິນ ແລະ ອື່ນໆກໍສາມາດຮັບຈົບໄດ້ໃນແອັບດຽວ!

ເມື່ອ​ແນມໄປທີ່ຕະຫຼາດ​ຈີນ​ທີ່​ມີ​ການ​ແຂ່ງ​ຂັນ​ດ້ານ​ລາຄາ​ຢ່າງ​ດຸ​ເດືອດ. ໂດຍສະເພາະທຸລະກິດ “ການບໍລິການຈັດສົ່ງອາຫານ” ສາມາດເຫັນໄດ້ຈາກບໍລິສັດທີ່ເຮັດທຸລະກິດເຊັ່ນ “Grab” ແລະ “foodpanda” ໃນປະເທດໄທ, ເຊິ່ງຕ້ອງທົນກັບການສູນເສຍມາເປັນເວລາຫຼາຍປີ ແລະ ເມື່ອບໍ່ດົນມານີ້ Grab ສາມາດເຮັດກຳໄລໄດ້ພຽງເລັກໜ້ອຍໃນໄຕມາດ 3 ປີ 2023 ນັບຕັ້ງແຕ່ກໍ່ຕັ້ງບໍລິສັດມາ 11 ປີ.

​ແຕ່​ສຳລັບ​ຕະຫຼາດ​ຈີນ​ທີ່​ມີ​ການ​ແຂ່ງຂັນ​ກັນ​ຫຼາຍ​ກວ່າ​ຢູ່​ໄທ, “Meituan” ​ໄດ້​ນຳ​ໃຊ້ “3 ກົນລະຍຸດທີ່​ສຳຄັນ” ຈົນ​ສາມາດ​ຂຶ້ນ​ເປັນ​ອັນ​ດັບ 1 ​ໃນ​ອຸດສາຫະກຳ ​ແລະ ຖື​ສ່ວນ​ແບ່ງ​ຕະຫຼາດແອັບພິເຄຊັນສຳລັບສັ່ງ​ອາຫານ​ຢູ່​ຈີນ​ເກືອບ 70%. ອີງ​ຕາມ ChinaIRN, ບໍ​ລິ​ສັດ​ຄົ້ນ​ຄວ້າ​ຕະ​ຫຼາດ​ຂອງ​ຈີນ​ໃນ​ປີ 2022​

ໂດຍໃນມື້ນີ້ເຮົາຈະສະຫຼຸບກ່ຽວກັບກົນລະຍຸດທີ່ Meituan ໃຊ້ໃນການຕີຕະຫຼາດ ການຈັດສົ່ງອາຫານ ແບບງ່າຍໆໃຫ້ເຂົ້າໃຈກັນ.

  1. ເຮັດໃຫ້ແອັບເປັນທຸກໆຢ່າງຂອງລູກຄ້າ

ສຳລັບບໍລິການດ້ານການຈັດສົ່ງ

  • ອາຫານ: ຕ້ອງກວມເອົາຮ້ານອາຫານພື້ນເມືອງ, ຮ້ານ​ອາ​ຫານ​ແບບ Fast food ​, ຮ້ານ​ກາ​ເຟ​ ແລະ ອື່ນໆ.
  • ຢາປິ່ນປົວ: ຮ່ວມມືກັບຮ້ານຂາຍຢາຊັ້ນນໍາເພື່ອຈັດສົ່ງຢາໃຫ້ຮອດເຖິງເຮືອນຂອງລູກຄ້າ
  • ຜະລິດຕະພັນສົດ: ຜັກ, ໝາກ ໄມ້, ຊີ້ນ, ອາຫານທະເລ
  • ຂອງໃຊ້ໃນຄົວເຮືອນ: ສິນຄ້າບໍລິໂພກ ແລະ ຂອງໃຊ້ສ່ວນຕົວ
  • ການໃຊ້ບໍລິການເຊັ່ນ: ບໍລິການຊັກລີດ, ບໍລິການທໍາຄວາມສະອາດ…

ສຳລັບບໍລິການອື່ນໆ

  • ຈອງປີ້ຮູບເງົາ: ໂຮງຮູບເງົາທົ່ວປະເທດ
  • ຈອງປີ້ຍົນ: ສາຍການບິນລາຄາປະຢັດ ແລະ ສາຍການບິນແບບເຕັມຮູບແບບ
  • ການຈອງຮ້ານອາຫານ: ຮ້ານອາຫານປະເພດຕ່າງໆ
  • ການຈອງໂຮງແຮມ: ໂຮງແຮມໃນທຸກລະດັບ ແລະ ລາຄາ
  • ເອີ້ນລົດ: ບໍລິການລົດແທັກຊີ ແລະ ລົດໂດຍສານທົ່ວໄປ
  1. ແນມເຫັນສ່ວນແບ່ງຕະຫຼາດກ່ອນກໍາໄລ.

ກົນລະຍຸດດ້ານລາຄາ

  • ໃຫ້ສ່ວນຫຼຸດຄ່າໃຊ້ຈ່າຍໃນການຈັດສົ່ງອາຫານ
  • ໃຫ້ຄູປອງສ່ວນຫຼຸດສໍາລັບຮ້ານອາຫານ
  • Promotion ຊື້ 1 ແຖມ 1
  • ແຈກເງິນໃຫ້ຜູ້ໃຊ້ບໍລິການຄືນ

ກົນລະຍຸດດ້ານການຕະຫຼາດ

  • ແຄມເປນໂຄສະນາອອນລາຍ
  • ສະໜັບສະໜູນ Influencers
  • ຮ່ວມມືກັບແບຣນທີ່ມີຊື່ສຽງ
  1. ລົງທຶນໃນເຕັກໂນໂລຊີ

ລະບົບ Ai

  • ວິເຄາະຂໍ້ມູນລູກຄ້າ ແລະ ພຶດຕິກໍາການສັ່ງອາຫານ
  • ແນະນຳຮ້ານອາຫານທີ່ກົງກັບຄວາມຕ້ອງການຂອງເຈົ້າ
  • ຄາດການເວລາໃນການຈັດສົ່ງ

Algorithm

  • ພັດທະນາລະບົບຈັດເສັ້ນທາງການໃນການສົ່ງສິນຄ້າ
  • ເພີ່ມປະສິດທິພາບການຄຸ້ມຄອງຜູ້ຂັບຂີ່
  • ການຄວບຄຸມຄຸນະພາບອາຫານ

ລະບົບອື່ນໆ

  • ລະບົບການຊຳລະເງິນອອນລາຍທີ່ປອດໄພ
  • ລະບົບຕິດຕາມສະຖານະການຈັດສົ່ງ
  • ລະບົບການບໍລິການລູກຄ້າ

ນອກຈາກນີ້ຍັງມີກົນລະຍຸດອື່ນໆອີກເຊັ່ນ:

  • ລະບົບສະມາຊິກ:
  • ລະດັບສະມາຊິກ VIP
  • ມອບສິດທິພິເສດ, ສ່ວນຫຼຸດ, ຄູປອງ, ສົ່ງຟຣີ
  • ດຶງດູດໃຫ້ລູກຄ້າສັ່ງອາຫານຖີ່ຂຶ້ນ

ຂະຫຍາຍຖານລູກຄ້າຂອງທ່ານ:

  • ຂະຫຍາຍການບໍລິການໄປສູ່ຕົວເມືອງຕ່າງໆ
  • ເພີ່ມກຸ່ມລູກຄ້າໃໝ່ ເຊັ່ນ: ກຸ່ມນັກຮຽນ ແລະ ກຸ່ມທີ່ເຮັດວຽກ.

ສ້າງແບຣນ:

  • ເນັ້ນຄວາມສະດວກ, ຄວາມໄວ ແລະ ຄວາມປອດໄພ.
  • ສ້າງພາບລັກແບຣນທີ່ໜ້າເຊື່ອຖື.

ເຖິງແມ່ນວ່າ “Meituan” ຈະຖືຄອງສ່ວນແບ່ງຕະຫຼາດການຈັດສົ່ງອາຫານປະມານ 70%, ແຕ່ຄູ່ແຂ່ງທີ່ໃຫຍ່ຮອງລົງມາແມ່ນ “Ele.me” ຍັກໃຫຍ່ອີຄອມເມີຊ Alibaba ທີ່ຄອງສ່ວນແບ່ງເກືອບ 30% ກໍໄດ້ເພີ່ມໂປຣໂມຊັນເພື່ອທີ່ຈະຍາດຊິງສ່ວນແບ່ງການຕະຫຼາດເຊັ່ນກັນ.

ສຳລັບ​ຜົນ​ການ​ດຳ​ເນີນ​ງານ​ຂອງ “Meituan” ​ໃນ​ໄລຍະ 5 ປີ​ລະຫວ່າງ 2018 -2022 ມີ​ດັ່ງ​ນີ້.

  • ໃນປີ 2022 ມີລາຍ​ໄດ້ 255,781 ລ້ານ​ໂດ​ລາ​ຮ່ອງ​ກົງ, ຂາດທຶນ 7,775 ລ້ານ​ໂດ​ລາ​ຮ່ອງ​ກົງ.
  • ໃນປີ 2021, ມີລາຍ​​ໄດ້ 215,887 ລ້ານ​ໂດ​ລາ​ຮ່ອງ​ກົງ, ຂາດທຶນ 28,369 ລ້ານ​ໂດ​ລາ​ຮ່ອງ​ກົງ.
  • ໃນປີ 2020, ມີລາຍ​​ໄດ້ 128,994 ລ້ານ​ໂດ​ລາ​ຮ່ອງ​ກົງ, ກຳ​ໄລ​ສຸດ​ທິ 5,291 ລ້ານ​ໂດ​ລາ​ຮ່ອງ​ກົງ.
  • ໃນປີ 2019, ມີລາຍ​​ໄດ້ 110,589 ລ້ານ​ໂດ​ລາ​ຮ່ອງ​ກົງ, ກຳ​ໄລ​ສຸດ​ທິ 2,539 ລ້ານ​ໂດ​ລາ​ຮ່ອງ​ກົງ.
  • ໃນ​ປີ 2018, ມີລາຍ​​ໄດ້ 77,259 ລ້ານ​ໂດ​ລາ​ຮ່ອງ​ກົງ, ຂາດທຶນ 136,777 ລ້ານ​ໂດ​ລາ​ຮ່ອງ​ກົງ.

ພວກເຮົາສາມາດເຫັນໄດ້ວ່າ “ລາຍໄດ້” ຂອງ Meituan ໄດ້ສືບຕໍ່ເຕີບໂຕສູງຂຶ້ນຢ່າງຕໍ່ເນື່ອງ, ແຕ່ “ກໍາໄລສຸດທິ” ຂອງມັນຍັງຄົງບໍ່ສະເໝີສະເໝີກັນ. ແລະໃນບາງປີ, ກໍມີການຂາດທຶນ ອັນເປັນຜົນມາຈາກຄວາມກົດດັນຈາກເສດຖະກິດຈີນທີ່ກໍາລັງຊະລໍຕົວລົງ, ການແຂ່ງຂັນທາງທຸລະກິດທີ່ຮຸນແຮງຂຶ້ນ, ລວມທັງຜົນກະທົບຂອງນະໂຍບາຍລະບຽບການທຸລະກິດຂອງລັດຖະບານ.

ສິ່ງ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ຮູບ​ແບບ​ການ​ດຳ​ເນີນ​ທຸລະ​ກິດແບບ Red Ocean, ​ເຖິງ​ແມ່ນ​ວ່າ​ຈະ​ເຕີບ​ໂຕ​ຢ່າງ​ດີ​ ແລະ ​ເປັນ​ການ​ບໍລິການ​ທີ່​ຄົນ​ຈີນ​ບໍ່​ສາມາດ​ຂາດໄດ້. ແຕ່ການແຂ່ງຂັນດ້ານລາຄາກໍຍັງເປັນການແຂ່ງຂັນທີ່ມີຄວາມເຂັ້ມຂຸ້ນເຊັ່ນກັນ.

ທີ່ມາ:

bangkokbiznews

meituan

chinatravelnews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/