Microsoft ເຄີຍປະກາດອອກມາແລ້ວວ່າ Windows 7 ຈະສິ້ນສຸດການສະໜັບສະໜຸນ Software ຫຼັງຈາກເດືອນມັງກອນປີ 2020 ເປັນຕົ້ນໄປ ເຊິ່ງທີ່ຜ່ານມາທາງ Microsoft ເອງກໍພະຍາຍາມຊຸກຍູ້ໃຫ້ຄົນຫັນມາໃຊ້ Windows 10 ກັນຕະຫຼອດມາ ແລະ ເຄີຍປ່ອຍໃຫ້ອັບເກຣດຟຣີຈົນຮອດປີ 2016 ອີກດ້ວຍ ແຕ່ຄວາມຈິງແລ້ວທຸກມື້ນີ້ຜູ່ໃຊ້ງານ Windows 7,8 ແລະ 8.1 ກໍຍັງສາມາດອັບເກຣດເປັນ Windows 10 ໄດ້ຢູ່ແບບຟຣີໆຜ່ານ Media Creation Tool ງ່າຍໆໃນ 2 – 3 ຂັ້ນຕອນ.
Windows 10 ເປີດຕົວເມື່ອເດືອນກໍລະກົດປີ 2015 ເຊິ່ງໃນຊ່ວງທຳອິດກໍເປັນເລື່ອງທຳມະດາທີ່ຫຼາຍໆຄົນຍັງບໍ່ໃຫ້ການຍອມຮັບກັນຫຼາຍປານໃດ (ອາດຈະດ້ວຍຄວາມເຄີຍຊິນກັບລະບົບເກົ່າ ຫຼື ຍັງບໍ່ແນ່ໃຈເລື່ອງຄວາມສະຖຽນ) ເຮັດໃຫ້ຄົນຍັງຄົງໃຊ້ Windows 7 ກັນຢູ່ໃນສັດສ່ວນເກີນເຄິ່ງ…ແຕ່ທຸກມື້ນີ້ບອກໄດ້ເລີຍວ່າ Windows 10 ໄດ້ຮັບການອັບເດດໄປໄກກວ່າເກົ່າຫຼາຍຈົນສາມາດໃຊ້ງານໄດ້ສະຖຽນຫຼາຍຂຶ້ນ ແລະ ສາມາດໃຊ້ງານໄດ້ຢ່າງສະບາຍໃຈ. ເພາະສະນັ້ນໃຜທີ່ກຳລັງໃຊ້ລະບົບ Windows ຮຸ່ນເກົ່າໆຕັ້ງແຕ່ Windows 7 – 8.1 ຢູ່ກໍຫັນມາລອງໃຊ້ Windows 10 ກັນເບິ່ງດີກວ່າ (ແຕ່ຫາກພວກທ່ານທີ່ໃຊ້ Windows 7 ຮຸ່ນ Pro ຢູ່ຖ້າວ່າປ່ຽນເປັນ Windows 10 ແລ້ວກໍຍັງເປັນຮຸ່ນ Pro ຢູ່ຄືເກົ່າ).
ຂັ້ນຕອນການອັບເກຣດເປັນ Windows 10
- ກ່ອນອື່ນໃຫ້ເຂົ້າເວັບສຳລັບດາວໂຫລດ Windows 10 https://www.microsoft.com/en-us/software-download/windows10
ກົດປຸ່ມ Download tool now ເພື່ອດາວໂຫລດ MediaCreationTool.exe
![](https://laox.la/wp-content/uploads/2020/12/image-99.png)
- ເມື່ອດາວໂຫລດສຳເລັດແລ້ວເປີດໂປຣແກຣມ Media Creation Tool ແລະ ໃຫ້ກົດຍອມຮັບເງື່ອນໄຂໄປເລື້ອຍໆ
- ເມື່ອຮອດໜ້າ What do you want to do? ໃຫ້ກົດ Upgrade this PC now ຈາກນັ້ນກົດປຸ່ມ Next
![](https://laox.la/wp-content/uploads/2020/12/image-100.png)
ຖັດມາຕົວ Tool ຈະຖາມວ່າຈະໃຫ້ເຮົາ ເກັບ File ໄວ້ຄືເກົ່າ ຫຼື ລ້າງເຄື່ອງໃໝ່ໝົດ ອັນນີ້ຢູ່ທີ່ເຮົາເລືອກເລີຍ
![](https://laox.la/wp-content/uploads/2020/12/image-101.png)
ສຸດທ້າຍກົດປຸ່ມ Install ທາງດ້ານລຸ່ມຂວາ ແລະ ຖ້າເຮັດການຕິດຕັ້ງ ເຊິ່ງອາດຈະໃຊ້ເວລາເປັນຊົ່ວໂມງແລ້ວເຄື່ອງຈະ Restart ເອງຫຼາຍຮອບກໍບໍ່ຕ້ອງຕົກໃຈເພາະເປັນເລື່ອງປົກກະຕິ
![](https://laox.la/wp-content/uploads/2020/12/image-102.png)
- ຫຼັງຕິດຕັ້ງຮຽບຮ້ອຍແລ້ວກໍຈະຕ້ອງເຮັດການ Activation ກັນກ່ອນ ວິທີງ່າຍໆຄືໃຫ້ຄອມເຊື່ອມຕໍ່ກັບອິນເຕີເນັດເອົາໄວ້ ຈາກນັ້ນກົດປຸ່ມ Start -> Settings -> Windows Update -> Activation ເພື່ອເລີ່ມໃຊ້ງານ Digital License ອັດຕະໂນມັດ ຫຼື ອາດຈະຕ້ອງເອົາ Product Key ຈາກກ່ອງ Windows 7,8 ຫຼື 8.1 ມາໃສ່ເອງພຽງເທົ່ານີ້ກໍສາມາດເລີ່ມໃຊ້ງານ Windows 10 ຂອງແທ້ໄດ້ແບບເຕັມປະສິດທິພາບໄດ້ແລ້ວ.
ເຖິງຢ່າງໃດກໍຕາມການອັບເກຣດແບບນີ້ຈະໃຊ້ ສະເພາະຄົນທີ່ໃຊ້ Windows 7, 8 ແລະ 8.1 ຂອງແທ້ ເທົ່ານັ້ນ ເຊິ່ງຢາກແນະນຳໃຫ້ອັບເກຣດເປັນ Windows 10 ເພາະໃຊ້ງານໄດ້ດີກວ່າ, ຮອງຮັບອີຫຍັງໃໝ່ໆ ແລະ ມີການອັບເດດ Patch ຄວາມປອດໄພຢູ່ເລື້ອຍໆອີກດ້ວຍ.
![](https://laox.la/wp-content/uploads/2020/12/image-103.png)
ຫາກຄອມທີ່ທ່ານໃຊ້ເປັນຮຸ່ນໃໝ່ກວ່າປີ 2015 ກໍສາມາດອັບເກຮດເປັນ Windows 10 ໄດ້ເລີຍ, ແຕ່ຖ້າຫາກເກົ່າກວ່ານີ້ບໍ່ແນະນຳໃຫ້ອັບເກຣດເພາະອຸປະກອນບາງຢ່າງອາດຈະບໍ່ຮອງຮັບ ຫຼື ອາກຈະຫາ Driver ເພື່ອໃຊ້ງານຮ່ວມກັນບໍ່ໄດ້ແລ້ວນັ້ນເອງ.
ທີ່ມາ: https://droidsans.com/upgrade-to-windows-10-free-now/