ປົກເວັບ 2026 09 21T104002 977

ຈັບຕາທິດທາງລາຄານໍ້າມັນໃນລາວ ຫຼັງນໍ້າມັນໂລກຫຼຸດຮວບຕໍ່າສຸດໃນຮອບ 1 ອາທິດ ຫຼຸດລະດັບ 100 ໂດລາ

ຕະຫຼາດພະລັງງານທົ່ວໂລກພວມຈັບຕາຄວາມຫວັງທາງການທູດຢ່າງໃກ້ຊິດ ເມື່ອລາຄານໍ້າມັນດິບໂລກປັບຫຼຸດລົງແຕະລະດັບຕໍ່າສຸດໃນຮອບໜຶ່ງອາທິດ ຈົນສັນຍາ WTI ຫຼຸດລະດັບຈິດຕະວິທະຍາ 100 ໂດລາຕໍ່ບາເຣວ ເຊິ່ງອາດສົ່ງສັນຍານບວກຊ່ວຍຜ່ອນຄາຍແຮງກົດດັນຕໍ່ຕົ້ນທຶນການນໍາເຂົ້າ ແລະ ລາຄາຂາຍຍ່ອຍນໍ້າມັນພາຍໃນປະເທດລາວໃນໄລຍະຕໍ່ໜ້າ.

ອີງຕາມສະພາບການຕົວຈິງ, ລາຄານໍ້າມັນຂາຍຍ່ອຍໃນ ສປປ ລາວ ປະຈຳວັນທີ 21 ກັນຍາ ຍັງຄົງອີງຕາມການປະກາດປັບປຸງຄັ້ງຫຼ້າສຸດເມື່ອວັນທີ 17 ກັນຍາ 2026 ຜ່ານມາ ໂດຍນໍ້າມັນແອັດຊັງພິເສດຢູ່ທີ່ 43,380 ກີບຕໍ່ລິດ, ແອັດຊັງທຳມະດາຢູ່ທີ່ 36,280 ກີບຕໍ່ລິດ ແລະ ນໍ້າມັນກາຊວນຢູ່ທີ່ 36,820 ກີບຕໍ່ລິດ. ຕາມ Reuter ລາຍງານ, ການເຄື່ອນໄຫວຫຼ້າສຸດຂອງຕະຫຼາດໂລກ ສ້າງຄວາມຫວັງໃຫ້ແກ່ຜູ້ຊົມໃຊ້ພາຍໃນ ຫຼັງຈາກສັນຍານໍ້າມັນດິບ WTI ປັບຫຼຸດລົງ 2.14% ມາຢູ່ທີ່ 98.15 ໂດລາຕໍ່ບາເຣວ ແລະ ນໍ້າມັນດິບ Brent ຫຼຸດລົງ 2.08% ສູ່ລະດັບ 101.71 ໂດລາຕໍ່ບາເຣວ ເຊິ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ວັນທີ 10 ກັນຍາ ເປັນຕົ້ນມາ.

ປັດໄຈສຳຄັນທີ່ກົດດັນລາຄານໍ້າມັນໂລກເກີດຈາກການທີ່ນັກລົງທຶນເລີ່ມຫຼຸດຄ່າພຣີມຽມຄວາມສ່ຽງທາງພູມິລັດຖະສາດລົງ ເນື່ອງຈາກເລີ່ມມີຄວາມຫວັງຕໍ່ຊ່ອງທາງການທູດໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ທີ່ນະຄອນນິວຢອກ ພາຍຫຼັງປະທານາທິບໍດີ ໂດນັນ ທຣຳ ຂອງສະຫະລັດ ເປີດກວ້າງທີ່ຈະພົບປະເຈລະຈາກັບປະທານາທິບໍດີ ມາຊູດ ເປເຊຊຄຽນ ຂອງອີຣານ ຂະນະທີ່ອີຣານກໍໄດ້ສົ່ງເງື່ອນໄຂຜ່ານປະເທດຄົນກາງເພື່ອຫາຊ່ອງທາງຢຸດຕິຄວາມຂັດແຍ່ງ. 

ເຖິງວ່າສະຖານະການໃນຕາເວັນອອກກາງຍັງຄົງມີຄວາມເຄັ່ງຮ້ອນຈາກເຫດການກຸ່ມຮູຕີໃນເຢເມນໂຈມຕີໂຮງງານ Saudi Aramco ຂອງຊາອຸດີ ອາຣັບບີ, ແຕ່ຕົວເລກການສົ່ງອອກນໍ້າມັນຂອງຊາອຸດີ ອາຣັບບີ ຜ່ານຊ່ອງແຄບຮໍມຸຊຍັງຄົງເພີ່ມຂຶ້ນຢ່າງແຂງແກ່ນເກີນຄາດໝາຍສະເລ່ຍ 2.9 ລ້ານບາເຣວຕໍ່ວັນ ເຮັດໃຫ້ຄວາມກັງວົນດ້ານອຸປະທານນໍ້າມັນຂາດແຄນເລີ່ມຜ່ອນຄາຍລົງຢ່າງເຫັນໄດ້ຊັດ.

#LaoXperts #ລາຄານໍ້າມັນ #ລາຄານໍ້າມັນລາວ #ນໍ້າມັນໂລກ #ເສດຖະກິດ #ພະລັງງານ #ຂ່າວດ່ວນ #WTI #Brent

Comments are disabled