UN ລົງມະຕິ ຮັບຮອງເອົາ “ກັນຊາ” ເປັນຢາຮັກສາໂຣກແລ້ວ!


ໃນວັນທີ 2 ທັນວາ ທີ່ກອງປະຊຸມວ່າດ້ວຍຢາເສບຕິດ ແຫ່ງສະຫະປະຊາຊາດ ໄດ້ຕົກລົງນຳເອົາ “ກັນຊາ” ອອກຈາກລາຍຊື່ສິ່ງເສບຕິດທີ່ໃຫ້ໂທດຮ້າຍແຮງ.

ຈາກອະນຸສັນຍາວ່າດ້ວຍຢາເສບຕິດໃຫ້ໂທດ ປີ 1961 ເພື່ອຈຸດປະສົງໃນການວິໄຈ ແລະ ພັດທະນາກັນຊາໃນທາງການແພດ ໂດຍສະມາຊິກ ຕະຫຼອດຮອດລັດຕ່າງໆ 53 ລັດ ໄດ້ອອກສຽງຮັບຮອງດ້ວຍຄະແນນ 27 ຕໍ່ 25 ເຊິ່ງລັດທີ່ເປັນຕົວຕັ້ງແມ່ນ ສະຫະລາຊະອານາຈັກ, ສະຫະລັດອາເມຣິກາ ໃນຂະນະທີ່ຣັດເຊຍ ແລະ ຈີນ ອອກຄະແນນສຽງຄ້ານ ເນື່ອງຈາກເຫດຜົນວ່າ ການໃຊ້ກັນຊາຈະສົ່ງຜົນໃຫ້ “ເກີດອັນຕະລາຍ ແລະ ການໃຊ້ທີ່ຜິດ”

ເຖິງແມ່ນວ່າ ຜົນດັ່ງກ່າວຈະບໍ່ມີຜົນທາງກົດໝາຍຕໍ່ລັດຕ່າງໆໂດຍທັນທີ ແຕ່ນັກວິຊາການລົງຄຳເຫັນວ່າ  ມະຕິດັ່ງກ່າວ ອາດຈະຊ່ວຍຊັກຈູງ ຫຼື ເປັນແນວທາງໃຫ້ແຕ່ລະລັດຫັນມາເບິ່ງກັນຊາໃນຖານະພືດທີ່ມີປະໂຫຍດທາງການແພດ ແລະ ປ່ຽນທັດສະນະຄະຕິທີ່ບໍ່ດີຕໍ່ພວກມັນໄດ້ “ນີ້ແມ່ນໄຊຊະນະຄັ້ງໃຫຍ່ ເປັນໄຊຊະນະແຫ່ງປະຫວັດສາດຂອງພວກເຮົາ ແລະ ຫວັງວ່າເຮົາໜ້າຈະເຮັດຫຍັງໄດ້ຫຼາຍກວ່າເກົ່າ” ເຄນຊີ ຣີບູເຣດ ຊີມູ ນັກວິໄຈອິດສະຫຼະດ້ານກັນຊາລົງຄຳເຫັນວ່າ ມະຕິດັ່ງກ່າວຈະຊ່ວຍນຳເອົາສະຖານະຂອງກັນຊາທີ່ເປັນຢາຮັກສາໂຣກກັບມາເປັນທີ່ຍອມຮັບອີກຄັ້ງ ຫຼັງຈາກທີ່ມັນຖືກໃຊ້ໃນປະຫວັດສາດມາດົນເປັນ 1000 ປີ.

ຢ່າງໃດກໍຕາມ ມະຕິດັ່ງກ່າວກໍເປັນພຽງແຕ່ການນຳກັນ­ຊາອອກຈາກລາຍຊື່ສິ່ງເສບຕິດໃຫ້ໂທດຮ້າຍແຮງ ເພື່ອອະນຸຍາດໃຫ້ໃຊ້ໃນເຊີງການແພດເທົ່ານັ້ນ, ມັນຍັງບໍ່ທັນໄດ້ຖືກຮັບຮອງໃຫ້ໃຊ້ໄດ້ໃນເຊີງສັນທະນາການ ແລະ ຍັງຖືກຈຳກັດຢູ່ໃນລາຍຊື່ຢາເສບຕິດທີ່ມີຄວາມສ່ຽງສູງ ເຊັ່ນດຽວກັບໂຄເຄນ ແລະ ຢາແກ້ປວດເຟນທານິນ.

ທີ່ມາ: https://www.facebook.com/thematterco/posts/2762573443958040