ໜ່ວຍງານລັດເຊົາເປົາໂລ ປະເທດບຣາຊິວ ອອກຄຳສັ່ງໃຫ້ Apple ຕ້ອງແຖມຫົວສາຍສາກມາໃນກ່ອງ iPhone 12


ໜ່ວຍງານລັດເຊົາເປົາໂລ ປະເທດບາຊິວ ອອກຄຳສັ່ງໃຫ້ Apple ຕ້ອງແຖມຫົວສາຍສາກມາໃນກ່ອງ iPhone 12 ຫຼັງເຫດຜົນທາງສິ່ງແວດລ້ອມຟັງບໍ່ຂຶ້ນ

ເອີ້ນໄດ້ວ່າເປັນປະເດັນທີ່ມີການເວົ້າເຖິງຕັ້ງແຕ່ເປີດຕົວ ສຳລັບສະມາດໂຟນເຄື່ອງຫຼູຢ່າງ iPhone12 ທີ່ທາງ Apple ປະກາດວ່າຈະບໍ່ແຖມຫົວສາກ ແລະ ຫູຟັງມາໃນກ່ອງອີກຕໍ່ໄປ ເນື່ອງດ້ວຍເຫດຜົນທາງສິ່ງແວດລ້ອມ ເຮັດໃຫ້ຜູ້ບໍລິໂພກຫຼາຍໆຄົນຕັ້ງຂໍ້ສັງເກດວ່າ ເຫດຜົນດັ່ງກ່າວເໝາະສົມແລ້ວແທ້ຫຼືບໍ່

ຫຼ້າສຸດ ໜ່ວຍງານຄຸ້ມຄອງຜູ້ບໍລິໂພກຊອງລັດເຊົາເປົາໂລ ປະເທດບຣາຊິວ ໄດ້ສົ່ງຈົດໝາຍຂອງຄຳຊີ້ແຈງເຖິງບໍລິສັດ Apple ເຖິງກໍລະນີດັ່ງກ່າວ ແລະ ໄດ້ຮັບຄຳຕອບບໍ່ຕ່າງຈາກທີ່ Apple ຊີ້ແຈງຕໍ່ສາທາລະນະວ່າ ຜູ້ໃຊ້ iPhone ສ່ວນໃຫຍ່ຕ່າງມີຫົວສາກຮຸ່ນເກົ່າຢູ່ແລ້ວ ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງແຖມເພີ່ມ ໂດຍນະໂຍບາຍໃໝ່ນີ້ເຮັດໄປເພື່ອລົດຂີ້ເຫຍື້ອອີເລັກໂທຣນິກ ແລະ ລົດການສິ້ນເປືອງຊັບພະຍາກອນໃນການຂົນສົ່ງ

ແນວໃດກໍຕາມ ທາງໜ່ວຍງານຄຸ້ມຄອງຜູ້ບໍລິໂພກຂອງເຊົາເປົາໂລບໍ່ພໍໃຈກັບຄຳຊີ້ແຈງດັ່ງກ່າວ ແລະ ເບິ່ງວ່າເຫດຜົນນີ້ບໍ່ມີນຳ້ໜັກຫຼາຍພໍ ເນື່ອງຈາກມີອີກຫຼາຍຄົນທີ່ຕ້ອງເສຍເງິນເພີ່ມໂດຍບໍ່ຈຳເປັນ ເພື່ອຊື້ອຸປະກອນພື້ນຖານທີ່ຄວນແຖມມາໃນກ່ອງ ທາງໜ່ວຍງານຈຶ່ງອອກຄຳສັ່ງໃຫ້ Apple ຕ້ອງໃສ່ Adapter ມາພ້ອມກັບການຊື້ iPhone ເຄື່ອງໃໝ່ໃນທຸກຮຸ່ນ ເພື່ອປະໂຫຍດສູງສຸດຂອງຜູ່ບໍລິໂພກ

ເຖິງຢ່າງນັ້ນ ປັດຈຸບັນຂໍ້ບັງຄັບນີ້ມີຜົນບັງຄັບສະເພາະລັດເຊົາເປົາໂລເທົ່ານັ້ນ ແຕ່ທາງການບຣາຊິວກຳລັງຫາລື ເພື່ອຂະຫຍາຍຄຳສັ່ງໄປທົ່ວປະເທດ ເພື່ອໃຫ້ຜູ້ໃຊ້ທຸກຄົນໄດ້ສິດທິນີ້ຢ່າງເທົ່າທຽມ

ຕ້ອງບອກວ່ານີ້ບໍ່ແມ່ນຄັ້ງທຳອິດທີ່ທາງ Apple ຕ້ອງຮັບມືກັບສະຖານະການເຊັ່ນນີ້ ເມື່ອເດືອນຕຸລາທີ່ຜ່ານມາ Apple ກໍຈຳໃຈຍອມແຖມຫູຟັງໃຫ້ຜູ້ທີ່ຊື້ iPhone ທຸກຄົນໃນປະເທດຝຣັ່ງ ເນື່ອງຈາກຝຣັ່ງມີກົດໝາຍບັງຄັບໃຫ້ໂທລະສັບມືຖືທຸກຮຸ່ນທີ່ວາງຈຳໜ່າຍ ຈະຕ້ອງແຖມອຸປະກອນ hand-free ເພື່ອປ້ອງກັນອັນຕະລາຍທີ່ອາດຈະເກີດຈາກຄື້ນແມ່ເຫຼັກໄຟຟ້າ ຕໍ່ເດັກອາຍຸຕຳ່ກວ່າ 14 ປີ ຫາກບໍ່ປະຕິບັດກົດໝາຍດັ່ງກ່າວ Apple ອາດຈະຕ້ອງພົບກັບຄ່າປັບສູງເຖິງ 75.000 ເອີໂຣ ຫຼື ປະມານ 750.000.000 ກີບເລີຍ

ທີ່ມາ: https://web.facebook.com/thematterco/posts/2765249837023734?notif_id=1607442036244222&notif_t=page_followed_contents_awareness&_rdc=1&_rdr