Microsoft ໃຈດີເປີດໃຫ້ຜູ່ໃຊ້ Windows 7, 8 ແລະ 8.1 ຂອງແທ້ອັບເກດເປັນ Windows 10 ໄດ້ແລ້ວຟຣີໆ


Microsoft ເຄີຍປະກາດອອກມາແລ້ວວ່າ Windows 7 ຈະສິ້ນສຸດການສະໜັບສະໜຸນ Software ຫຼັງຈາກເດືອນມັງກອນປີ 2020 ເປັນຕົ້ນໄປ ເຊິ່ງທີ່ຜ່ານມາທາງ Microsoft ເອງກໍພະຍາຍາມຊຸກຍູ້ໃຫ້ຄົນຫັນມາໃຊ້ Windows 10 ກັນຕະຫຼອດມາ ແລະ ເຄີຍປ່ອຍໃຫ້ອັບເກຣດຟຣີຈົນຮອດປີ 2016 ອີກດ້ວຍ ແຕ່ຄວາມຈິງແລ້ວທຸກມື້ນີ້ຜູ່ໃຊ້ງານ Windows 7,8 ແລະ 8.1 ກໍຍັງສາມາດອັບເກຣດເປັນ Windows 10 ໄດ້ຢູ່ແບບຟຣີໆຜ່ານ Media Creation Tool ງ່າຍໆໃນ 2 – 3 ຂັ້ນຕອນ.

Windows 10 ເປີດຕົວເມື່ອເດືອນກໍລະກົດປີ 2015 ເຊິ່ງໃນຊ່ວງທຳອິດກໍເປັນເລື່ອງທຳມະດາທີ່ຫຼາຍໆຄົນຍັງບໍ່ໃຫ້ການຍອມຮັບກັນຫຼາຍປານໃດ (ອາດຈະດ້ວຍຄວາມເຄີຍຊິນກັບລະບົບເກົ່າ ຫຼື ຍັງບໍ່ແນ່ໃຈເລື່ອງຄວາມສະຖຽນ) ເຮັດໃຫ້ຄົນຍັງຄົງໃຊ້ Windows 7 ກັນຢູ່ໃນສັດສ່ວນເກີນເຄິ່ງ…ແຕ່ທຸກມື້ນີ້ບອກໄດ້ເລີຍວ່າ Windows 10 ໄດ້ຮັບການອັບເດດໄປໄກກວ່າເກົ່າຫຼາຍຈົນສາມາດໃຊ້ງານໄດ້ສະຖຽນຫຼາຍຂຶ້ນ ແລະ ສາມາດໃຊ້ງານໄດ້ຢ່າງສະບາຍໃຈ. ເພາະສະນັ້ນໃຜທີ່ກຳລັງໃຊ້ລະບົບ Windows ຮຸ່ນເກົ່າໆຕັ້ງແຕ່ Windows 7 – 8.1 ຢູ່ກໍຫັນມາລອງໃຊ້ Windows 10 ກັນເບິ່ງດີກວ່າ (ແຕ່ຫາກພວກທ່ານທີ່ໃຊ້ Windows 7 ຮຸ່ນ Pro ຢູ່ຖ້າວ່າປ່ຽນເປັນ Windows 10 ແລ້ວກໍຍັງເປັນຮຸ່ນ Pro ຢູ່ຄືເກົ່າ).

ຂັ້ນຕອນການອັບເກຣດເປັນ Windows 10

ກົດປຸ່ມ Download tool now ເພື່ອດາວໂຫລດ MediaCreationTool.exe

  • ເມື່ອດາວໂຫລດສຳເລັດແລ້ວເປີດໂປຣແກຣມ Media Creation Tool ແລະ ໃຫ້ກົດຍອມຮັບເງື່ອນໄຂໄປເລື້ອຍໆ
  • ເມື່ອຮອດໜ້າ What do you want to do? ໃຫ້ກົດ Upgrade this PC now ຈາກນັ້ນກົດປຸ່ມ Next

ຖັດມາຕົວ Tool ຈະຖາມວ່າຈະໃຫ້ເຮົາ ເກັບ File ໄວ້ຄືເກົ່າ ຫຼື ລ້າງເຄື່ອງໃໝ່ໝົດ ອັນນີ້ຢູ່ທີ່ເຮົາເລືອກເລີຍ

ສຸດທ້າຍກົດປຸ່ມ Install ທາງດ້ານລຸ່ມຂວາ ແລະ ຖ້າເຮັດການຕິດຕັ້ງ ເຊິ່ງອາດຈະໃຊ້ເວລາເປັນຊົ່ວໂມງແລ້ວເຄື່ອງຈະ Restart ເອງຫຼາຍຮອບກໍບໍ່ຕ້ອງຕົກໃຈເພາະເປັນເລື່ອງປົກກະຕິ

  • ຫຼັງຕິດຕັ້ງຮຽບຮ້ອຍແລ້ວກໍຈະຕ້ອງເຮັດການ Activation ກັນກ່ອນ ວິທີງ່າຍໆຄືໃຫ້ຄອມເຊື່ອມຕໍ່ກັບອິນເຕີເນັດເອົາໄວ້ ຈາກນັ້ນກົດປຸ່ມ Start -> Settings -> Windows Update -> Activation ເພື່ອເລີ່ມໃຊ້ງານ Digital License ອັດຕະໂນມັດ ຫຼື ອາດຈະຕ້ອງເອົາ Product Key ຈາກກ່ອງ Windows 7,8 ຫຼື 8.1 ມາໃສ່ເອງພຽງເທົ່ານີ້ກໍສາມາດເລີ່ມໃຊ້ງານ Windows 10 ຂອງແທ້ໄດ້ແບບເຕັມປະສິດທິພາບໄດ້ແລ້ວ.

ເຖິງຢ່າງໃດກໍຕາມການອັບເກຣດແບບນີ້ຈະໃຊ້ ສະເພາະຄົນທີ່ໃຊ້ Windows 7, 8 ແລະ 8.1 ຂອງແທ້ ເທົ່ານັ້ນ ເຊິ່ງຢາກແນະນຳໃຫ້ອັບເກຣດເປັນ Windows 10 ເພາະໃຊ້ງານໄດ້ດີກວ່າ, ຮອງຮັບອີຫຍັງໃໝ່ໆ ແລະ ມີການອັບເດດ Patch ຄວາມປອດໄພຢູ່ເລື້ອຍໆອີກດ້ວຍ.

ຫາກຄອມທີ່ທ່ານໃຊ້ເປັນຮຸ່ນໃໝ່ກວ່າປີ 2015 ກໍສາມາດອັບເກຮດເປັນ Windows 10 ໄດ້ເລີຍ, ແຕ່ຖ້າຫາກເກົ່າກວ່ານີ້ບໍ່ແນະນຳໃຫ້ອັບເກຣດເພາະອຸປະກອນບາງຢ່າງອາດຈະບໍ່ຮອງຮັບ ຫຼື ອາກຈະຫາ Driver ເພື່ອໃຊ້ງານຮ່ວມກັນບໍ່ໄດ້ແລ້ວນັ້ນເອງ.

ທີ່ມາ: https://droidsans.com/upgrade-to-windows-10-free-now/