ຜູ່ນຳອັງກິດ-EU ສັ່ງເດີນໜ້າເຈລະຈາການຄ້າຕໍ່ເຖິງແມ່ນວ່າຍັງເຫັນຕ່າງກັນໃນບາງປະເດັນ


ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ແລະ ນາງເອີຊູລາ ໂອນ ເດີ ເລເຍນ ປະທານຄະນະກຳມາທິການເອີຣົບ (EU) ເປີດເຜີຍວ່າ ຈະມີການເປີດປະຊຸມການເຈລະຈາການຄ້າລະຫວ່າງສະຫະຣາຊະອານາຈັກ ແລະ ສະຫະພາບເອີຣົບ (EU) ໃໝ່ອີກຄັ້ງທີ່ກຸງບັດເຊວຂອງເບວຍ້ຽມໃນວັນທີ່ 06 / 12 / 2020 ຕາມເວລາທ້ອງຖິ່ນເຖິງແມ່ນວ່າຈະຍັງຄົງມີຄວາມເຫັນທີ່ແຕກຕ່າງກັນຢູ່ໃນບາງປະເດັນສຳຄັນ.

ໃນການຖະແຫຼງການລະບຸວ່າ “ໃນການປຶກສາຫາລືກັນທາງໂທລະສັບເລື່ອງການເຈລະຈາຂໍ້ຕົກລົງການຄ້າລະຫວ່າງສະຫະຣາຊະອານາຈັກກັບ EU ທີ່ດຳເນີນຢູ່ນີ້ ເຮົາຮູ້ສຶກຍິນດີກັບຄວາມຄີບໜ້າໃນຫຼາຍດ້ານແຕ່ເຖິງຢ່າງໃດກໍຕາມ ຍັງຄົງມີຄວາມເຫັນທີ່ແຕກຕ່າງກັນຢູ່ຫຼາຍໃນ 3 ປະເດັນສຳຄັນໄດ້ແກ່ ນະໂຍບາຍການສົ່ງເສີມການແຂ່ງຂັນຢ່າງເທົ່າທຽມ, ລະບົບການຈັດການ ແລະ ການປະມົງ”  ເຊິ່ງທັ້ງສອງຝ່າຍເຫັນພ້ອງກັນວ່າຈະບໍ່ມີຂໍ້ຕົກລົງຫາກບໍ່ສາມາດແກ້ໄຂບັນຫາ 3 ປະເດັນນີ້ໄດ້.

“ເຖິງແມ່ນວ່າຈະຍັງຮູ້ເຖິງຄວາມຮ້າຍແຮງຂອງຄວາມແຕກຕ່າງເຫຼົ່ານີ້ ເຮົາກໍເຫັນກົງກັນວ່າທີມເຈລະຈາຂອງເຮົາຄວນພະຍາຍາມຕໍ່ໄປເພື່ອປະເມີນວ່າປະເດັນດັ່ງກ່າວສາມາດແກ້ໄຂໄດ້ ຫຼື ບໍ່? ດັ່ງນັ້ນເຮົາຈຶ່ງສັ່ງໃຫ້ຫົວໜ້າທີມເຈລະຈາຂອງເຮົາເປີດການເຈລະຈາກັນອີກຄັ້ງໃນວັນອາທິດທີ່ກຸງບັດເຊວ ຂະນະທີ່ຜູ້ນຳທັງສອງຈະຫາລືກັນອີກຄັ້ງໃນຄືນວັນຈັນຕາມເວລາທ້ອງຖິ່ນ”

ສຳນັກຂ່າວຊິນຫົວລາຍງານວ່າ ການເຈລະຈາການຄ້າກຳລັງເຂົ້າສູ່ຊ່ວງສຳຄັນເນື່ອງຈາກໃກ້ໝົດເວລາທີ່ທັງສອງຝ່າຍຈະຕ້ອງບັນລຸຂໍ້ຕົກລົງກ່ອນສິ້ນສຸດຊ່ວງເວລາປ່ຽນຜ່ານຫຼັງການຖອນອັງກິດອອກຈາກສະຫະພາບເອີຣົບ (Brexit) ທີ່ຈະສິ້ນສຸດລົງທ້າຍປີນີ້. ຫາກບໍ່ສາມາດບັນລຸຂໍ້ຕົກລົງການຄ້າໄດ້ນັ້ນຫຼາຍເຖິງໃນປີ 2564 ການຄ້າລະຫວ່າງທັ້ງສອງຝ່າຍຈະຕ້ອງເປັນໄປຕາມກົດຂອງອົງການການຄ້າໂລກ (WTO).

ທີ່ມາ: https://www.infoquest.co.th/2020/51938