ເປັນຫຍັງແບຣນຕ່າງໆ ເລີ່ມຍິງໂຄສະນາໃນ TikTok ດ້ວຍ TikTok For Business


ຖ້າເວົ້າເຖິງວີດີໂອສັ້ນ ທີ່ມາແຮງທີ່ສຸດເວລານີ້ ຄົງໜີບໍ່ພົ້ນ TikTok ແອັບສຸດຮິດທີ່ຫຼາຍຄົນກຳລັງເວົ້າເຖິງ ຕ້ອງບອກວ່າ TikTok ເຂົ້າມາເປັນສ່ວນໜຶ່ງໃນຊີວິດຂອງຄົນອາຊີຫຼາຍຂຶ້ນໃນຊ່ວງປາຍປີ 2018 ແລະ ໄດ້ສ້າງສະຖິຕິການດາວໂຫຼດໃນເດືອນເມສາທີ່ຜ່ານມາ (ອ້າງອີງຈາກ Sensor Tower)

ແລະດ້ວຍເວລາບໍ່ດົນ TikTok ໄດ້ກ້າວໄປອີກຂັ້ນ ຈາກການເປັນພຽງແຕ່ຊ່ອງທາງແຊຣວີດີໂອສັ້ນຂອງຜູ່ຄົນທົ່ວໂລກ ສູ່ການກາຍເປັນຊ່ອງທາງ Digital Marketing ທີ່ມາແຮງທີ່ທຸລະກິດຕັ້ງແຕ່ຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ກຳລັງໃຫ້ຄວາມສົນໃຈເວລານີ້

ໃນຊ່ວງທີ່ຜ່ານມາ, ອຸປະສັກຫຼາຍຢ່າງຂອງການເຮັດການຕະຫຼາດດີຈິຕອນ ຄືການສ້າງເນື້ອຫາ ຫຼື ຄອນເທັນໃຫ້ກັບແບຣນໃຫ້ເປັນທີ່ໜ້າສົນໃຈ ແລະ ຈະເຮັດແນວໃດໃຫ້ການສື່ສານເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງມີປະສິດທິພາບສູງສຸດ

ຫຼ້າສຸດ TikTok ໄດ້ເປີດຕົວ platform ການຕະຫຼາດນ້ອງໃໝ່ທີ່ຊື່ວ່າ “TikTok For Business” ເຊິ່ງຖືເປັນການແກ້ໄຂບັນຫາການຕະຫຼາດທີ່ຕອບໂຈດແບຣນ ແລະ ທຸລະກິດທຸກຂະໜາດໃນການເຮັດການຕະຫຼາດຄົບວົງຈອນ ເທິງ TikTok ຕັ້ງແຕ່ການສ້າງການຮັບຮູ້ ການມີສ່ວນຮ່ວມລະຫວ່າງແບຣນ ແລະ ຜູ້ບໍລິໂພກ ໄປຈົນເຖິງການຕໍ່ຍອດການພິຈາລະນາ ສູ່ການຕັດສິນໃຈຊື້ໄດ້ຢ່າງມີປະສິດທິພາບ

ແລ້ວ TikTok ໜ້າສົນໃຈແນວໃດ ? ຖ້າໃຜທີ່ເປັນຜູ້ໃຊ້ TikTok ຢູ່ແລ້ວອາດຈະຄຸ້ນເຄີຍກັບຄອນເທັນວີດີໂອສັ້ນ ທີ່ປາກົດຢູ່ໜ້າ Feed ຕາມຄວາມສົນໃຈ ແລະ ຄວາມມັກສ່ວນບຸກຄົນ ໂດຍທີ່ເຮົາບໍ່ໄດ້ໄປກົດຕິດຕາມ creator ນັ້ນໆ ດ້ວຍຄຸນລັກສະນະນີ້ເອງ TikTok ເຮັດໃຫ້ເຮົາສາມາດເຫັນວີດີໂອຈາກຄົນທີ່ຢູ່ທົ່ວທຸກມຸມໂລກ ແລະ ເຮັດໃຫ້ທຸກຄົນນັ້ນມີພື້ນທີ່ໃນການສ້າງເນື້ອຫາເທິງແອັບນີ້ໄດ້ແທ້ ຖ້າເນື້ອຫານັ້ນມີຄົນສົນໃຈຫຼາຍ ເຖິງມີຜູ້ຕິດຕາມບໍ່ຫຼາຍກໍສາມາດເຮັດໃຫ້ມີຄົນເຫັນຫຼາຍໄດ້

ພໍເລື່ອງເປັນແບບນີ້ ຈຶ່ງເຮັດໃຫ້ຫຼາຍຄັ້ງທີ່ວີດີໂອສັ້ນຂອງບຸກຄົນໜ້າໃໝ່ໃນ TikTok ກາຍເປັນທີ່ສົນໃຈຫຼາຍ (Viral) ໄດ້ໃນເວລາບໍ່ດົນ

ແລ້ວ TikTok For Business ນັ້ນຈະເຂົ້າມາຊ່ວຍເສີມຫຍັງແດ່ ?

ຢ່າງທຳອິດເລີຍຄື TikTok For Business ເປັນທາງອອກຂອງການຕະຫຼາດທີ່ເປີດໂອກາດໃຫ້ເປັນແບຣນ ແລະ ນັກການຕະຫຼາດໄດ້ເຂົ້າເຖິງແລະມີສ່ວນຮ່ວມກັບຜູ້ຄົນໃນຊຸມຊົນ TikTok ດ້ວຍຈຸດແຂງສະເພາະໂຕຂອງ TikTok ໃນເລື່ອງຂອງການສ້າງການຮັບຮູ້ (Awareness) ແລະ ການມີສ່ວນຮ່ວມ (Engagement) ລະຫວ່າງແບຣນກັບຜູ້ບໍລິໂພກ ພ້ອມຕໍ່ຍອດໄປເຖິງການພິຈາລະນາ (Consideration) ສູ່ການຕັດສິນໃຈຊື້ (Conversion)

ແລະ ສິ່ງທີ່ເຮັດໃຫ້ TikTok ໂດດເດັ່ນຈາກບ່ອນອື່ນຄື ການເປີດມຸມມອງໃຫມ່ຂອງການເຮັດ Brand Storytelling ພາຍໃຕ້ແນວຄິດ ຫຼື concept “Don’t make ads. Make TikTok” ດ້ວຍການໃຊ້ພື້ນທີ່ເທິງຊ່ອງທາງ TikTok ນີ້ບອກເລົ່າເລື່ອງລາວຂອງແບຣນໃນຮູບແບບທີ່ສ້າງສັນ ແລະ ໜ້າສົນໃຈ ສອດຄ່ອງໄປກັບເນື້ອຫາທີ່ມີຄວາມເປັນເອກະລັກ ເພື່ອໃຫ້ຜູ້ຄົນເກີດມີຄວາມສົນໃຈ ຫຼາຍກວ່າການນຳສະເໜີໂຄສະນາຮູບແບບເກົ່າໆ ທີ່ເນັ້ນການຂາຍເປັນຫຼັກ

ເຊິ່ງຕົວຢ່າງຈະເຫັນໄດ້ຈາກແບຣນດັງຫຼາຍແບຣນເຊັ່ນ Pomelo ແບຣນແຟຊັ້ນກັບແຄມເປນ #walkwithpomelo ທີ່ສ້າງສະຖິຕິກະແສຕອບຮັບແລະການມີສ່ວນຮ່ວມກັບຜູ້ຄົນເທິງ TikTok ໄດ້ຢ່າງລົ້ນຫຼາຍໃນຊ່ວງເວລາພຽງບໍ່ຮອດ 1 ອາທິດ ດ້ວຍຍອດວີດີໂອ 176.4 ລ້ານວິວ ຕໍ່ຍອດເປັນປະກົດການສ້າງຍອດຂາຍໄດ້ທຽບເທົ່າກັບ Mega Sale 11.11 ຂອງທຸກປີຢ່າງທະລົ່ມທະລາຍ

ເຊັ່ນກັບ NIVEA ແບຣນຜະລິດຕະພັນຮັກສາຜິວຊັ້ນນຳ ແລະ ເປັນທີ່ຮູ້ຈັກຫຼາຍທີ່ສຸດໃນໂລກເຊິ່ງມີຜະລິດຕະພັນວາງຈຳໜ່າຍໃນກວ່າ 200 ປະເທດທົ່ວໂລກ ໄດ້ສົ່ງແຄມເປນ #PutURHandsUpChallenge ໂດຍທັນທີທີ່ແຄມເປນຖືກເຜີຍແຜ່ ພົບວ່າໄດ້ກະແສຕອບຮັບຢ່າງດີດ້ວຍຍອດວີດີໂອລວມສູງເຖິງ 10 ລ້ານວິວ ພາຍໃນໄລຍະເວລາພຽງ 6 ມື້ ຂອງການປ່ອຍແຄມເປນເທົ່ານັ້ນ ແລະ ຍັງຊ່ວຍເພີ່ມຍອດຂາຍຂອງນີເວຍໂຣສເຊຣຳ ເຊິ່ງເປັນອີກໜຶ່ງຜະລິດຕະພັນຂອງ NIVEA ໄດ້ຫຼາຍກວ່າ 26% ຫຼັງການເປີດຕົວແຄມເປນແລະບໍ່ວ່າຈະເປັນທຸລະກິດຂະໜາດໃດ ມີເມັດເງິນໃນການເຮັດໂຄສະນາເທົ່າໃດ ກໍສາມາດເລີ່ມຕົ້ນໂຄສະນາກັບ TikTok ໄດ້ເພາະ TikTok ມີ Self-Serve Platform ທີ່ຈະຊ່ວຍໃຫ້ແບຣນຂະໜາດກາງ ແລະ ຂະໜາດນ້ອຍສາມາດເຂົ້າໄປບໍລິຫານຈັດການການຊື້ໂຄສະນາໄດ້ດ້ວຍຕົວເອງ ເຊິ່ງສາມາດເຮັດໄດ້ງ່າຍ, ສະດວກ ແລະ ຍັງວັດຜົນໄດ້ທັນທີອີກດ້ວຍ

ເຊິ່ງຮູບແບບຊ່ອງທາງການໂຄສະນາ TikTok ນັ້ນກໍມີຫຼາຍຮູບແບບຕັ້ງແຕ່

  • Brand Takeover ທີ່ຮັບຮອງການຮັບຊົມແບບ 100%
  • Top View ຮູບແບບໂຄສະນາໃນຕຳແໜ່ງດ້ານເທິງ ຈະໄດ້ເປັນຄອນເທັນທຳອິດໆກ່ອນ Feed ອື່ນໆ
  • In-Feed Ads ຮູບແບບການໂຄສະນາທີ່ປາກົດຂຶ້ນລະຫວ່າງທີ່ຄົນເບິ່ງວີດີໂອຕ່າງໆ ໃນໜ້າ Feed
  • Hashtag Challenge ຮູບແບບການໂຄສະນາໃນລັກສະນະຂອງການຈັດແຄມເປນ ເພື່ອທ້າໃຫ້ຄົນຮ່ວມກິດຈະກຳ

Brand Effect ຮູບແບບການໂຄສະນາທີ່ແບຣນສາມາດສ້າງ effect ຕ່າງໆທັງພາບ ແລະ ສຽງ

ເຊິ່ງຕ້ອງບອກວ່າ TikTok For Business ນັ້ນເປັນອີກໜຶ່ງຕົວຊ່ວຍທີ່ຈະເຂົ້າມາຊ່ວຍໃຫ້ແບຣນໄດ້ເຂົ້າເຖິງກຸ່ມເປົ້າໝາຍທີ່ມີຂະໜາດໃຫຍ່ ແລະ ຫຼາກຫຼາຍໃນຊຸມຊົນ TikTok ໄດ້ເປັນຢ່າງດີ ເຊິ່ງຫຼາຍຄົນທີ່ໃຊ້TikTok ນີ້ຢູ່ອາດຈະຄຸ້ນເຄີຍພົບເຫດການທີ່ບໍ່ຮູ້ຕົວເລີຍວ່າເຮົາກຳລັງເບິ່ງຄອນເທັນ ທີ່ມາຈາກການໂຄສະນາຢູ່, ເຮັດໃຫ້ຜົນຂອງການໂຄສະນາມີຄວາມເປັນທຳມະຊາດ ຈົນເຮັດໃຫ້ເກີດການສ້າງການຮັບຮູ້ ສູ່ການພິຈາລະນະຕັດສິນໃຈຊື້ທີມີໂອກາດເພີ່ມສູງຂຶ້ນໄປດ້ວຍ

ເຊິ່ງດ້ວຍຄວາມໜ້າສົນໃຈນີ້ ຄວາມສັ້ນ ແລະ ຄວາມຖືກໃຈຜູ່ບໍລິໂພກ ເປັນເຫດຜົນທີ່ປະຕິເສດບໍ່ໄດ້ວ່າ TikTok ໄດ້ກາຍເປັນຊ່ອງທາງທີ່ຜູ້ຄົນຕ່າງໃຫ້ຄວາມສົນໃຈ ຕັ້ງແຕ່ຜູ່ໃຊ້ທົ່ວໄປ, ຜູ່ສ້າງເນື້ອຫາ ໄປຈົນເຖິງນັກການຕະຫຼາດ ແລະ ນັກໂຄສະນາຈາກແບຣນຕ່າງໆທ່ົວໂລກ

ທີ່ມາ: https://www.longtunman.com/25961