ແນວຄິດສຸດສ້າງສັນ! ນັກວິທະຍາສາດ ປ່ຽນຂີ້ເຫຍື້ອໃນເຮືອນເປັນເສັ້ນໃຍເຮັດເສື້ອຜ້າໃໝ່


ຈະດີເທົ່າໃດ ຖ້າຫາກຂີ້ເຫຍື້ອທີ່ເຮົາຖິ້ມຢູ່ທຸກມື້ສາມາດກາຍມາເປັນເສື້ອຜ້າທີ່ເຮົານຸ່ງໄດ້ ເຊິ່ງສາມາດລົດປະລິມານຂີ້ເຫຍື້ອທີ່ກຳລັງຈະລົ້ນໂລກໃນປັດຈຸບັນໄດ້ອີກພ້ອມ.

ມື້ນີ້ເຮົາຈະພາມາຮູ້ຈັກກັບເທັກໂນໂລຍີຮັກສິ່ງແວດລ້ອມ ຂອງນັກວິທະຍາສາດຈາກ University of York ທີ່ປ່ຽນຂີ້ເຫຍື້ອ, ເຄື່ອງນຸ່ງເກົ່າ, ສິ່ງເສດເຫຼືອຈາກການກະສິກຳ ໃຫ້ເປັນເສັ້ນໃຍເຮັດເປັນຜ້າຄືນໃໝ່ ລົດຂີ້ເຫຍື້ອ ແລະ ເປັນມິດກັບສິ່ງແວດລ້ອມ.

ນັກວິທະຍາສາດໃຊ້ວິທີການທີ່ເຮັດໃຫ້ຂີ້ເຫຍື້ອເຫຼົ່ານັ້ນ ແຕກຕົວເປັນນ້ຳຕານໂດຍໃຊ້ເອນໄຊມ໌, ຫຼັງຈາກນັ້ນນ້ຳຕານເຫຼົ່ານີ້ຈະຖືກປ່ຽນເປັນເຊວລູໂລສ ແລະ ເສັ້ນໃຍຈະຖືກປັ່ນເປັນເສັ້ນດ້າຍໃໝ່ຂຶ້ນມາ.

ນອກຈາກວິທີນີ້ຈະລົດປະລິມານຂີ້ເຫຍື້ອແລ້ວ ຍັງລົດການປ່ອຍແກ໊ສເຮືອນແກ້ວໄດ້ອີກ. ຄາບອນໄດອັອກໄຊທີ່ເກີດຈາກອຸດສາຫະກຳແຟຊັນນັ້ນ ເກືອບເທົ່າກັບການໃຊ້ລົດເລີຍ. ປັດຈຸບັນເສື້ອຜ້າ ແລະ ອຸດສາຫະກຳແຟຊັນ ເປັນໜຶ່ງໃນອຸດສາຫະກຳທີ່ປ່ອຍມົນລະພິດຫຼາຍທີ່ສຸດ, ໂດຍມັນໄດ້ຜະລິດແກ໊ສເຮືອນແກ້ວ 10% ຂອງແກ໊ສເຮືອນແກ້ວທັງໝົດທີ່ໂລກຜະລິດ ແລະ ປ່ອຍນ້ຳເປື້ອນຫຼາຍເຖິງ 20% ເລີຍ.

ຂອບໃຈຂໍ້ມູນຈາກ: