ກິນກ້ວຍແບບໃດ ຈຶ່ງຊິອາຍຸຍືນ? “ຮູ້ໄວ້ກ່ອນຕັດສິນໃຈປອກກ້ວຍເຂ້າປາກ”


ເຄີຍສົງໄສບໍ່ວ່າ “ກິນກ້ວຍແບບໃດຈຶ່ງຊິອາຍຸຍືນ” ກ້ວຍເປັນໝາກໄມ້ທີ່ຫາຊື້ງ່າຍ ລາຄາຖືກ ແລະປູກໄດ້ທຸກລະດູການ ທັງຍັງມີຄຸນປະໂຫຍດທີ່ດີຫຼາຍຢ່າງຕໍ່ສຸຂະພາບ ມີແຕ່ພຽງຄົນກຸ່ມນ້ອຍທີ່ຮູ້ວ່າ ລະດັບຄວາມສຸກຂອງກ້ວຍນັ້ນມີຄຸນຄ່າທາງໂພຊະນາການທີ່ແຕກຕ່າງກັນ ແລະສົ່ງຜົນຕໍ່ຮ່າງກາຍຂອງຄົນເຮົາແນວໃດ?

ຊາຍໜຸ່ມທີ່ຈິງຈັງກັບເລື່ອງກ້ວຍໆ Ryan Pinto ນັກໂພຊະນາການດ້ານວິທະຍາສາດການກິລາ ຈາກປະເທດອົດສະຕາຣີ ໄດ້ເຮັດການສຶກສາກ່ຽວກັບຄຸນປະໂຫຍດຕ່າງໆ ຂອງກ້ວຍ, ໄຣອັນພົບວ່າກ້ວຍເປັນໝາກໄມ້ທີ່ມີຜົນປະໂຫຍດຕໍ່ຮ່າງກາຍ ເປັນແຫຼ່ງລວມເສັ້ນໃຍ (ໄຟເບີ້) ທີ່ດີຕໍ່ລະບົບຍ່ອຍອາຫານ ແລະເປັນຫຍັງການກິນກ້ວຍທີ່ສຸກຈົນເກີນໄປ ຈຶ່ງອາດບໍ່ແມ່ນຄວາມຄິດທີ່ດີສຳລັບທຸກຄົນ?

ກ້ວຍສີຂຽວ

ແນ່ນອນວ່າກ້ວຍສີຂຽວຄືກ້ວຍດິບ ອຸດົມດ້ວຍແປ້ງຈຶ່ງໃຫ້ເນື້ອສຳຜັດທີ່ຄ່ອນຂ້າງແຂງ, ໜຶບ ແລະ ຫຍໍ້າຍາກກວ່າກ້ວຍສຸກ ງານວິໄຈຫຼາຍອັນລະບຸວ່າ ກ້ວຍສີຂຽວເປັນແຫຼ່ງອາຫານທີ່ດີຕໍ່ສຸຂະພາບສຳລັບບາງຄົນເທົ່ານັ້ນ ເພາະກ້ວຍສີຂຽວອຸດົມໄປດ້ວຍໂພແທສຊຽມ, ເສັ້ນໄຍ, ໂປຣໄບໂອຕິກທີ່ດີຕໍ່ລໍາໄສ້ ແລະ FODMAP ຈຶ່ງເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໜັກຂຶ້ນ ຄົນທີ່ມີກ໊າສໃນກະເພາະອາຫານ, ຖ່າຍຍາກ, ໂຣກລໍາໄສ້ແປປວນ (IBS) ຄວນຫຼີກລ່ຽງການກິນກ້ວຍດິບ ເພາະອາດຈະເຮັດໃຫ້ທ້ອງອືດຫຼາຍຂຶ້ນ

ກ້ວຍສີຂຽວຍັງມີປະລິມານເສັ້ນໃຍທີ່ສູງ ເໝາະກັບຄົນທີ່ຄຸມນ້ຳໜັກ ເພາະເສັ້ນໃຍຈະຊ່ວຍໃຫ້ເຮົາຮູ້ສຶກອິ່ມ ແລະລົດຄວາມຢາກອາຫານ ພ້ອມຍັງມີປະລິມານນ້ຳຕານທີ່ຕ່ຳຈຶ່ງຄວບຄຸມລະດັບນ້ຳຕານໃນເລືອດໄດ້ຢ່າງດີ ແລ້ວຍັງຊ່ວຍລົດຄວາມສ່ຽງຕໍ່ໂລກຫຼອດເລືອດສະໝອງອີກດ້ວຍ ແຕ່ຜູ້ປ່ວຍໂລກເບົາຫວານບໍ່ຄວນຮັບປະທານກ້ວຍສີຂຽວດິບໆ ເພາະອາດຈະເປັນອັນຕະລາຍຕໍ່ສຸຂະພາບ

ກ້ວຍສີເຫຼືອງ

ກ້ວຍສີເຫຼືອງຫຼື ‘ກ້ວຍສຸກ’ ຄືຊິເປັນຕົວເລືອກທີ່ສົມບູນແບບສຳລັບຫຼາຍໆຄົນ ກ້ວຍສີເຫຼືອງຈະມີເນື້ອສຳຜັດນຸ້ມ ກິນງ່າຍ ແລະຍ່ອຍງ່າຍກວ່າກ້ວຍດິບ ເພາະແປ້ງຈະປ່ຽນເປັນນ້ຳຕານເຮັດໃຫ້ມີລົດຫວານ ກ້ວຍສຸກຈະມີສານຕ້ານອະນຸມູນອິດສະລະຫຼາຍກວ່າກ້ວຍດິບ ທັງຍັງສົ່ງຜົນຕໍ່ລະດັບນ້ຳຕານໃນເລືອດສູງກວ່າ ແລະຍ່ອຍງ່າຍຂຶ້ນ. ໄຣອັນກ່າວໄວ້ວ່າ “ເມື່ອປະລິມານແປ້ງລົດລົງ ຈຶ່ງຊ່ວຍໃຫ້ລະບົບຍ່ອຍອາຫານດູດຊຶມສານອາຫານໄດ້ໄວຂຶ້ນ”.

Leanne Ward ນັກໂພຊະນາການຊາວອົດສະຕາລີ ບອກວ່າ “ຂ້ອຍມັກຈະກິນໄຂ່ຕົ້ມ ແລະ ກ້ວຍສຸກເປັນອາຫານຄາບທີສອງຂອງມື້ ເພາະຂ້ອຍກິນອາຫານປະມານຫົກຄາບຕໍ່ມື້ ຄວບຄູ່ໄປກັບການດື່ມຊາສະໝຸນໄພ ແລະນໍ້າດື່ມຫຼາຍກວ່າສອງລິດ”

ກ້ວຍລາຍຈຸດ

ເມື່ອກ້ວຍເລີ່ມມີອາຍຸຫຼາຍຂຶ້ນມັນຈະປ່ຽນແປ້ງເປັນນ້ຳຕານເຮັດໃຫ້ມີຈຸດສີນ້ຳຕານນ້ອຍໆກະຈາຍໂຕຢູ່ເທິງເປືອກ ຄ້າຍໆຈຸດດ່າງດຳເທິງໃບໜ້າຂອງຄົນເຮົາ. ຍິ່ງກ້ວຍມີລາຍຈຸດສີນ້ຳຕານຫຼາຍເທົ່າໃດ ນັ້ນໝາຍເຖິງປະລິມານນໍ້າຕານຍິ່ງຫຼາຍຂຶ້ນເທົ່ານັ້ນ ເຮັດໃຫ້ກ້ວຍມີລົດຫວານຂຶ້ນ. ຂະນະດຽວກັນ ກ້ວຍສຸກຈັດຈະມີສານຕ້ານອະນຸມູນອິດສະລະຫຼາຍຂຶ້ນເຊັ່ນກັນ ເຮັດໜ້າທີ່ເປັນຕົວກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍໄດ້ເປັນຢ່າງດີ ທັງຍັງມີ ​​​Tumor Necrosis Factor (TNF) ຫຼືສານຕ້ານມະເຮັງທີ່ມີປະສິດທິພາບຫຼາຍທີ່ສຸດໃນປັດຈຸບັນ

ກ້ວຍສີນ້ຳຕານ

ແມ້ແຕ່ກ້ວຍສີນ້ຳຕານຈະສຸກງອມຈົນບໍ່ເປັນຕາກິນ ບາງຄົນເຖິງກັບນຳໄປລ້ຽງນົກແລະໃຫ້ອາຫານສັດ ແຕ່ກ້ວຍສຸກງອມກໍມີປະໂຫຍດຕໍ່ສຸຂະພາບເຊັ່ນກັນ ເມື່ອກ້ວຍປ່ຽນເປັນສີນ້ຳຕານທັງໝົດບົ່ງບອກເຖິງແປ້ງໄດ້ປ່ຽນເປັນນ້ຳຕານຈຶ່ງມີລົດຫວານຈັດ ປະລິມານສານຕ້ານອະນຸມູນອິດສະລະເພີ່ມຂຶ້ນ ໂພແທສຊຽມສູງຂຶ້ນ ວິຕາມິນບີ6 ວິຕາມິນຊີ ແລະ ໄຟເບີ້ຫຼາຍຂຶ້ນຈຶ່ງປ້ອງກັນຄວາມເຊື່ອມຂອງເຊວຕ່າງໆໃນຮ່າງກາຍຢ່າງມີປະສິດທິພາບຢ່າງໃດກໍດີ ຄົນທີ່ຄວບຄຸມນ້ຳຕານແລະນ້ຳໜັກຮ່າງກາຍບໍ່ຄວນຮັບປະທານຫຼາຍເກີນໄປ ເພາະອາດຈະສົ່ງຜົນຕໍ່ປະລິມານນ້ຳຕານໃນເລືອດເຊັ່ນກັນ

ທີ່ມາ: https://www.naturalandorganic.com/feature/what-colors-banana-good-for-health/