Monolith ເສົາເຫຼັກປິດສະໜາ ທີ່ບໍ່ມີຄຳຕອບ ມັນມາຈາກໃສ ໃຜເອົາມາຕັ້ງໄວ້


ຊ່ວງ 2-3 ອາທິດທີ່ຜ່ານມາເຮົາອາດຈະເຄີຍເຫັນຜ່ານໜ້າ Facebook ຫຼື Twitter ກ່ຽວກັບເສົາເຫຼັກປິດສະໜາ ຄວາມສູງເທົ່າ 2 ຄົນຕໍ່ກັນ ທີ່ປາກົດຂຶ້ນຢູ່ຕາມສະຖານທີ່ສຳຄັນຕ່າງໆ, ລວມເຖິງຕອນເຊົ້າຂອງວັນທີ 11 ທັນວາ 2020 ເພຈ Swiss Cooperation Mekong ໄດ້ໂພສຮູບເສົາເຫຼັກ Monolith ທີ່ປະຕູໄຊ ເຊິ່ງຍັງບໍ່ມີຄຳຕອບວ່າຮູບດັ່ງກ່າວເປັນຮູບຕັດຕໍ່ ຫຼື ມີແທ້.

ຫຼັງຈາກນັ້ນໄດ້ມີຊາວເນັດຫຼາຍຄົນເດີນທາງໄປເບິ່ງເສົາເຫຼັກດັ່ງກ່າວທີ່ປະຕູໄຊ ປາກົດວ່າເສົາເຫຼັກບໍ່ຢູ່ແລ້ວ ສະຫຼຸບວ່າ ເປັນຮູບຕັດຕໍ່ ຫຼື ມີຄົນມາເຄື່ອນຍ້າຍກັນແທ້?

ປິດສະໜາທີ່ມາພ້ອມກັບເສົາເຫຼັກດັ່ງກ່າວ ເຮັດໃຫ້ເກີດເປັນກະແສໄປທົ່ວໂລກຢ່າງກວ້າງຂວາງ ບາງຄົນກໍວ່າມີກຸ່ມຄົນບາງກຸ່ມພະຍາຍາມເຮັດໃຫ້ກາຍເປັນກະແສ, ບາງຄົນກໍວ່າເປັນຝີມືຂອງມະນຸດຕ່າງດາວ ບາງຄົນກໍຄາດເດົາໄປຕ່າງໆນາໆ.

ມື້ນີ້ ເຮົາຈະພາທຸກຄົນມາຍ້ອນເບິ່ງວ່າປາກົດການເສົາເຫຼັກ ໄປປາກົດຢູ່ສະຖານທີ່ຕ່າງໆໃນມຸມໂລກນັ້ນເລີ່ມຕົ້ນຈາກໃສ?

ວັນທີ 18 ພະຈິກ 2020 ເຈົ້າໜ້າທີ່ກົມປ່າໄມ້ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ພົບກັບວັດຖຸປິດສະໜາ ເປັນເສົາເຫຼັກທີ່ຕັ້ງສະຫງ່າຢູ່ກາງພື້ນທີ່ທີ່ຮົກຮ້າງ ລັດຢູທາ ສະຫະລັດອາເມຣິກາ ໂອບລ້ອມດ້ວຍພູເຂົາຫີນສີແດງ, ຄວາມສູງ 3.7 ແມັດ. ຕອນທຳອິດເຈົ້າໜ້າທີ່ສັນນິຖານວ່າ ອາດຈະເປັນສີລະປະຂອງສີລະປິນຄົນໃດຄົນໜຶ່ງ ແຕ່ກໍບໍ່ໜ້າຈະເປັນໄປໄດ້ ເພາະວ່າການນຳເອົາສິ່ງກໍ່ສ້າງໃດໆເຂົ້າມາໃນພື້ນທີ່ ຕ້ອງໄດ້ຮັບການອະນຸຍາດຈາກເຈົ້າໜ້າທີ່ກ່ອນ.

ຫຼັງຈາກນັ້ນ ກໍເກີດປະເດັນຖົກຖຽງກັນຢູ່ໃນໂຊຊຽວມີເດຍຢ່າງກວ້າງຂວາງ ແລະ ມີນັກສືບຊາວເນັດຕາດີທີ່ຍ້ອນກັບໄປເບິ່ງພາບມຸມສູງຈາກ Google Earth ຈຸດທີ່ພົບ ແລະ ບອກວ່າເສົາເຫຼັກອາດຈະຕັ້ງຢູ່ນີ້ຕັ້ງແຕ່ປີ 2015-2016 ແລ້ວກໍເປັນໄດ້.

ຕໍ່ມາເກີດປະກົດການຮືຮາ ເສົາເຫຼັກດັ່ງກ່າວໄດ້ຫາຍໄປ ໃນວັນທີ 27 ພະຈິກ 2020. ຢູທູບເບີ້ຊື່ວ່າ Andy Lewis ກໍໄດ້ໂພສວີດີໂອຄວາມຍາວ 23 ວິນາທີ ເຊິ່ງເປັນພາບທີ່ລາວ ແລະ ທີມງານກຳລັງຍ້າຍເສົາດັ່ງກ່າວ ພ້ອມຍັງປະກາດວ່າຕົນເອງເປັນຄົນຍ້າຍເສົາ.

ຕໍ່ມາເກີດປະກົດການຮືຮາຂຶ້ນອີກຄັ້ງໃນວັນດຽວກັນ ເມື່ອເສົາເຫຼັກປິດສະໜາທີ່ມີຄວາມສູງເທົ່າກັນ ປະກົດຂຶ້ນທີ່ Piatra Neamt ປະເທດໂຣມາເນຍ ແຕ່ສິ່ງທີ່ຕ່າງອອກໄປແມ່ນເສົາຕົ້ນນີ້ເປັນເຫຼັກແຕ່ມີລວດລາຍວົງມົນປາກົດຢູ່ທົ່ວເສົາ.

ວັນທີ 1 ທັນວາ ເສົາເຫຼັກທີ່ໂຣມາເນຍໄດ້ຫາຍໄປ ສື່ຂ່າວຕ່າງໆສັນນິຖານວ່າ ອາດຈະເປັນຄົນໃນພື້ນທີ່ ທີ່ຍ້າຍເສົາ ເພາະວ່າບໍ່ພໍໃຈທີ່ເສົາດັ່ງກ່າວນັ້ນກໍ່ຄວາມວຸ້ນວາຍໃນພື້ນທີ່ ແລະ ທຳລາຍທຳມະຊາດ.

ວັນທີ 2 ທັນວາ 2020 ຫຼັງຈາກເສົາເຫຼັກໃນໂຣມາເນຍໄດ້ຫາຍໄປ ເສົາເຫຼັກອັນທີ 3 ໄດ້ປາກົດຕົວຂຶ້ນທີ່ເທິງພູ Pine Mountain ຄາລິຟໍເນຍ ເຊິ່ງມີຮູບຮ່າງຄືກັບອັນທີ 2 ເປະ ແຕ່ວັດຖຸເປັນສະແຕນເລດ.

ວັນທີ 4 ທັນວາ 2020 ມີກຸ່ມສີລະປິນທີ່ໃຊ້ຊື່ວ່າ The Most Famous Artist ເຊິ່ງເປັນກຸ່ມສີລະປິນທີ່ເຮັດວຽກກ່ຽວກັບການວິພາກວິຈານ ແລະ ຕັ້ງຄຳຖາມເຖິງຄຸນຄ່າຂອງສີລະປະ ໄດ້ປະກາດຜ່ານ Instagram ວ່າ ແມ່ນພວກເຂົານີ້ລະ ທີ່ເປັນຄົນຢູ່ເບື້ອງຫຼັງປາກົດການເສົາເຫຼັກປິດສະໜາ ໂດຍໂພສຮູບທຳອິດແມ່ນເສົາເຫຼັກຢູ່ລັດຢູທາ ແລະ ຮູບທີສອງແມ່ນເສົາເຫຼັກຢູ່ໃນສາງເກັບເຄື່ອງ ເຊິ່ງສະພາບຄືກັບກຳລັງກຽມຂົນຍ້າຍເສົາເຫຼັກດັ່ງກ່າວ ແຖມຍັງປະກາດວ່າ ພວກເຂົາມີເສົາເຫຼັກແບບນີ້ຂາຍໃນລາຄາ 45,000 ໂດລາ ໃຜທີ່ຢາກໄດ້ໄປຕັ້ງຢູ່ບ້ານກໍທັກອິນບັ໋ອກມາ!

ເມື່ອຖືກຖາມວ່າເສົາທີ່ຢູ່ໂຣມາເນຍກໍເປັນຝີມືຂອງພວກເຂົາແມ່ນບໍ? ພວກເຂົາຕອບພຽງວ່າ ບໍ່ມີຮູບສະຖານທີ່ໃນໂຣມາເນຍ ເລີຍບໍ່ມີຮູບຈະໃຫ້ເບິ່ງ.

ເຖິງແມ່ນວ່າກຸ່ມ The Most Artist ຈະອອກມາປະກາດຕົວອ້າງວ່າ ຕົນເປັນເຈົ້າຂອງຜົນງານ, ແຕ່ຊາວເນັດກໍຍັງບໍ່ເຊື່ອເຕັມຮ້ອຍ ເພາະຍັງບໍ່ມີຫຼັກຖານໃດທີ່ຊີ້ໂຕຊັດເຈນວ່າເປັນສີລະປິນກຸ່ມນີ້ 100%.

ສະຫຼຸບແມ່ນ ເສົາເຫຼັກປິດສະໜາດັ່ງກ່າວ ກໍຍັງບໍ່ມີທີ່ໄປທີ່ມາຊັດເຈນ ແລ້ວແຕ່ລະຄົນເດ ຄິດວ່າເສົາເຫຼັກປິດສະໜານີ້ ມັນແມ່ນຫຍັງກັນແທ້?

ຂອບໃຈຂໍ້ມູນຈາກ: https://www.insider.com/monolith-timeline-appearances-disappearances-californai-utah-romania-2020-12?fbclid=IwAR3O3l3hzCiefyOz6u85TfjxLpunURniOK_DY58IZNLDzbQmprlm5_ZvBJw#a-second-monolith-appeared-in-romania-on-november-27-4
https://www.facebook.com/GroundControlTh/photos/pcb.215564503420265/215559933420722/