ອີງຕາມການລາຍງານຂອງສະຫະພັນບານເຕະແຫ່ງຊາດລາວ ຕອນບ່າຍຂອງວັນທີ 14 ມີນາ 2023 ໄມເຄິນ ວ່າງ (Michael Vang) ນັກກິລາບານເຕະ ລູກຊອດລາວ-ອາເມຣິກາ ໄດ້ເດີນທາງມາຮອດ ສປປ ລາວ ແລ້ວ ແລະ ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກຄະນະຄູເຝິກທີມຊາດລາວ ແລະ ເພື່ອນຮ່ວມທີມທຸກໆທ່ານ.
ໂດຍການເດີນທາງມາຄັ້ງນີ້ຂອງ ໄມເຄິນ ວ່າງ ກໍເພື່ອເຂົ້າຮ່ວມທີມຊາດລາວ ຊຸດໃຫຍ່ ກຽມລຸຍລາຍການອຸ່ນເຄື່ອງ ທ້າຍເດືອນມີນານີ້, ຕາມປະຕິທິນຂອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023.
![Michael Vang](https://laox.la/wp-content/uploads/2023/03/lk.jpg)
ໄມເຄິນ ວ່າງ ເປັນຄົນເຊື້ອສາຍລາວ ທີ່ເກີດ ແລະ ອາໄສຢູ່ ສະຫະລັດອາເມຣິກາ, ເກີດເມື່ອວັນທີ 13 ພຶດສະພາ 2000, ສູງ 173 ຊັງຕີແມັດ, ຫຼິ້ນຕຳແໜ່ງກອງກາງ ແລະ ສັງກັດຢູ່ ສະໂມສອນ Portland Timbers II (MLS Next Pro) ທີ່ ສະຫະລັດອາເມຣິກາ.
![Michael Vang](https://laox.la/wp-content/uploads/2023/03/jkh.ok_-1024x682.jpg)
ສຳລັບຜົນງານຂອງ ໄມເຄິນ ວ່າງ ໃນ MLS Next Pro ລະດູການທີ່ຜ່ານມາ ແມ່ນ ລົງສະໜາມໄປທັງໝົດ 22 ນັດ ສາມາດຍິງໄປ 2 ປະຕູ ແລະ ຊ່ວຍໝູ່ເຮັດປະຕູໄປອີກ 2 ປະຕູ. ໂດຍໃນລະດູການ 2022 ທີ່ຜ່ານມາ ໄມເຄິນ ວ່າງ ຍັງສັງກັດຢູ່ກັບສະໂມສອນເກົ່າຢ່າງ ສະໂມສອນ Columbus Crew 2 ກ່ອນທີ່ຈະຍ້າຍມາ Portland Timbers II ໃນລະດູການນິ້.
![Michael Vang](https://laox.la/wp-content/uploads/2023/03/jhihik-1024x683.jpg)
MLS Next Pro ເປັນການແຂ່ງຂັນບານເຕະລີກຊາຍ ລະດັບມືອາຊີບ ທີ່ຫາກໍເປີດການແຂ່ງຂັນໄປເມື່ອປີ 2022 ທີ່ຜ່ານມາ ເຊິ່ງຈັດການແຂ່ງຂັນໂດຍ Major League Soccer ເຊິ່ງເປັນລີກບານເຕະສູງສຸດຂອງ ອາເມຣິກາ.
ສຳລັບ ລາຍການແຂ່ງຂັນອຸ່ນເຄື່ອງໃນປະເທດ ເນປານ ແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1 ເນປານ (ເຈົ້າພາບ)
2 ບູຖານ
3 ລາວ
ຕາຕະລາງ ການແຂ່ງຂັນມີດັ່ງນີ້:
– ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ.
– ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.
– ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ.
– ວັນທີ 31/03/2023 ຮອບຊິງຊະນະເລີດ (ທີມອັນດັບ1 ຊີງກັບ ທີມອັນດັບ2) ເວລາ 17:30ໂມງ.
ໂດຍທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, ປະເທດ ເນປານ
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/