ຕາດເຍືອງ ໄດ້ຮັບຮາງວັນການທ່ອງທ່ຽວພັດທະນາດີເດັ່ນ ແບບປະຊາຊົນມີສ່ວນຮ່ວມ ລະດັບອາຊຽນ

ຕາດເຍືອງ

ປັດຈຸບັນນັກທ່ອງທ່ຽວທີ່ເຂົ້າມາຕາດເຍືອງ ແມ່ນມີທ່າອ່ຽງເພີ່ມຂຶ້ນ ເປັນຕົ້ນມາຈາກປະເທດຫວຽດນາມ ແລະ ກຳປູເຈຍ ຖ້າທຽບກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ ແມ່ນມີນັກທ່ອງທ່ຽວມາຈາກແຖບຢູໂຣບຫຼາຍ. ດັ່ງນັ້ນ, ເພື່ອເສີມຂະຫຍາຍ ການພົວພັນຮ່ວມມືກັບປະຊາຊົນ ແລະ ສ້າງໃຫ້ເປັນຜະລິດຕະພັນການທ່ອງທ່ຽວໃໝ່ ບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ຈະສືບຕໍ່ເຊື່ອມໂຍງການທ່ອງທ່ຽວ ພ້ອມສົ່ງຕໍ່ນັກທ່ອງທ່ຽວໄປຫາແຫຼ່ງທ່ອງທ່ຽວຢູ່ບັນດາເມືອງ ແລະ ແຂວງໃກ້ຄຽງອີກດ້ວຍ.

ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ກ່າວບາງຕອນວ່າ: ການໄດ້ຮັບຮາງວັນການທ່ອງທ່ຽວພັດທະນາດີເດັ່ນແບບປະຊາຊົນມີສ່ວນຮ່ວມ ອາຊຽນ ໃນປີ 2023 ນີ້ ຖືວ່າມີຄວາມໝາຍຄວາມສຳຄັນ ເພື່ອຊ່ວຍກະຕຸ້ນໃນການພັດທະນາ, ກະຕຸ້ນແຮງກຳລັງໃຈຂອງພໍ່ແມ່ປະຊາຊົນທີ່ເປັນກຳລັງແຮງຫຼັກຢູ່ເບື້ອງຫຼັງ ຂອງຮາງວັນທີ່ໄດ້ຮັບມານີ້, ໃນນັ້ນຖືວ່າຂົງເຂດບ້ານຫຼັກ 40 ແລະ ບ້ານໃກ້ຄຽງ ທີ່ພວກເຮົາໄດ້ຊຸກຍູ້ສົ່ງເສີມສະໜັບສະໜູນມີຄວາມຍິນດີຊົມເຊີຍ ແລະ ສືບຕໍ່ໃນການຮ່ວມມື, ຮ່ວມແຮງຮ່ວມໃຈກັນ ໃນການພັດທະນາການທ່ອງທ່ຽວໃນເຂດນ້ຳຕົກຕາດເຍືອງ.

ຕາດເຍືອງ

ບໍລິສັດພັດທະນາແຫຼ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ພວກເຮົານີ້ແມ່ນໄດ້ສົ່ງເສີມຮອບດ້ານເພາະວ່າອີງໃສ່ທ່າແຮງທ້ອງຖິ່ນ ພໍ່ແມ່ປະຊາຊົນມີຄວາມຊຳນານທຸກໆກິດຈະກຳ ໃນນັ້ນພື້ນຖານຫຼັກແມ່ນຢູ່ບ້ານຫຼັກ 40 ນີ້ ພໍ່ແມ່ປະຊາຊົນພາຍໃນບ້ານແມ່ນຄວາມດຸໝັ່ນຂະຫຍັນພຽນ ໂດຍລວມແລ້ວແຕ່ລະຄອບຄົວມີຮົ້ວສວນເປັນຂອງຕົນເອງ ມີສວນກາເຟ, ລ້ຽງໝູ, ໄກ່, ປາ. ພາຍຫຼັງທີ່ບໍລິສັດຂອງພວກເຮົາໄດ້ເຂົ້າມາພັດທະນາໃນເຂດນີ້ແລ້ວ ກໍໄດ້ຮ່ວມມືກັບພໍ່ແມ່ປະຊາຊົນເຂດບ້ານຫຼັກ 40 ເຕົ້າໂຮມກັນຜະລິດກະສິກຳເປັນຂະບວນການເປັນໝູ່ຄະນະຄື: ນອກຈາກສວນກາເຟແລ້ວທຸກໆສວນແມ່ນຍັງໄດ້ມີການປູກພືດຜັກປະສົມປະສານນຳອີກຢູ່ໃນບໍລິເວນວ່າງສວນກາເຟ ໄດ້ປູກພືດຕ່າງໆເຊັ່ນ: ສີໄຄ, ຂ່າ, ຂີງ… ເຊິ່ງບັນດາພືດຜັກດັ່ງກ່າວແມ່ນພວກເຮົານຳມາໃຊ້ໃນຮ້ານອາຫານຂອງພວກເຮົາ ໂດຍແມ່ນພໍ່ແມ່ປະຊາຊົນເປັນຜູ້ສະໜອງ ເຊິ່ງຮ້ານອາຫານໃນຕາດເຍືອງ ຖືວ່າເປັນຕະຫຼາດໃຫ້ແກ່ພໍ່ແມ່ປະຊາຊົນເພື່ອມາຂາຍ ແລະ ພວກເຮົາກໍໄດ້ນຳມາປຸງແຕ່ງໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຢາມທ່ຽວຊົມນໍ້າຕົກ ໄດ້ຮັບປະທານພືດຜັກທີ່ສົດ ແລະ ປອດສານພິດຈາກພໍ່ແມ່ປະຊາຊົນ. ນອກນັ້ນຍັງແຫຼ່ງທ່ອງທ່ຽວຕາດເຍືອງຍັງເປັນບ່ອນສ້າງວຽກເຮັດງານທຳໃຫ້ລູກຫຼານປະຊາຊົນພາຍໃນບ້ານ ລວມທັງນັກສຶກສາໄດ້ເຂົ້າມາເຮັດວຽກ ໃນວັນເສົາ-ອາທິດ ຕາມຄວາມຖະໜັດຂອງແຕ່ລະຄົນ.

ທ່ານກ່າວຕື່ມວ່າ: ໃນໂອກາດທີ່ໄດ້ໄປຮ່ວມງານຮັບຮາງວັນທີ່ປະເທດອິນໂດເນເຊຍ ໂດຍໄປໃນ 2 ໜ້າທີ່ຄື: ໜຶ່ງແມ່ນໄດ້ໄປຮັບຮາງວັນ CBT ການທ່ອງທ່ຽວທີ່ປະຊາຊົນມີສ່ວນຮ່ວມອາຊຽນ  ແລະ ໜ້າທີ່ທີສອງຄືຕາງໜ້າບໍລິສັດໄດ້ຮັບຄຳເຊີນໄປເປັນຜູ້ຊື້ ກໍຄືໄປເບິ່ງວ່າບັນດາປະເທດສະມາຊິກອາຊຽນທີ່ເຂົ້າຮ່ວມນັ້ນມີຫຍັງແດ່ ພ້ອມກັນນັ້ນກໍໄດ້ມີໂອກາດໄປແລກປ່ຽນຮຽນຮູ້ວັດທະນະທຳການທ່ອງທ່ຽວ. ຖືວ່າການເຂົ້າຮ່ວມງານຄັ້ງນີ້ເປັນບົດຮຽນທີ່ລຳຄ່າ ເພາະໃນງານທີ່ມີຫຼາຍປະເທດເຂົ້າຮ່ວມລວມທັງບັນດາປະເທດໃນຢູໂຣບ ນອກນັ້ນຍັງມີຕາງໜ້າຫຼາຍຮ້ອຍບໍລິສັດໄດ້ເດີນທາງເຂົ້າຮ່ວມ, ພ້ອມນີ້ໄດ້ມີການແລກປ່ຽນຮຽນຮູ້ກ່ຽວກັບການຊຸກຍູ້ສົ່ງເສີມການພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຂ້າພະເຈົ້າໄດ້ບົດຮຽນມາຢ່າງຫຼວງຫຼາຍ ແລະ ຖ້າກັບມາເບິ່ງບ້ານເຮົາເຫັນວ່າມີຫຼາຍທ່າແຮງທີ່ໂດດເດັ່ນທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້.

ຕາດເຍືອງ

ການທີ່ເຮົາໄດ້ຮັບຮາງວັນຄັ້ງນີ້ເຮັດໃຫ້ ຄຳວ່າ: “ລາວ” ເປັນຄວາມເອກອ້າງໜຶ່ງໃນການໂຄສະນາໃຫ້ບັນດາແຂກທີ່ເຂົ້າຮ່ວມມີຄວາມສົນໃຈ ແລະ ຮູ້ຈັກລາວຫຼາຍຂຶ້ນ ພ້ອມຢາກມາທ່ຽວຊົມປະເທດລາວເຮົາ. ປະເທດຂອງພວກເຮົານີ້ແມ່ນມີມົນສະເໜ່ທີ່ເລິກເຊິ່ງ ໂດຍສະເພາະແມ່ນການນຸ່ງສິ້ນຂອງແມ່ຍິງລາວໃນແຕ່ລະກາລະໂອກາດ ເຊິ່ງເປັນເອກະລັກຂອງແມ່ຍິງລາວເຮົາ ເຊິ່ງແຕ່ລະປະເທດກໍມີເອກະລັກຂອງໃຜລາວ ຖືກວ່າເປັນການເອກອ້າງໃຫ້ເຫັນວ່ານີ້ແມ່ນລາວເຮົາ ເຊິ່ງກໍແມ່ນການໂຄສະນາໃຫ້ບັນດາແຂກທີ່ເຂົ້າຮ່ວມມີຄວາມສົນໃຈ ແລະ ຢາກມາທ່ຽວຊົມປະເທດລາວເຮົາ.

ຜ່ານມາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັັບ ຮາງວັນ ຫ້ອງນ້ຳສາທາລະນະ ສະອາດອາຊຽນ ໃນປີ 2019 ຢູ່ ສສ ຫວຽດນາມ, ຮາງວັນ ການພັດທະນາແຫຼ່ງທ່ອງທ່ຽວແບບຍືນຍົງລະດັບຊາດ ໃນປີ 2020, ໄດ້ຮັບຮາງວັນ ຂະແໜງການຈ້າງງານອາຊຽນ SME ຂອງກະຊວງການຄ້າ ໃນປີ 2021, ໄດ້ຮັບຮາງວັນການທ່ອງທ່ຽວແບບ ຍືນຍົງ ຢູ່ປະເທດກຳປູເຈຍ ໃນປີ 2022 ແລະ ໃນຕົ້ນປີ 2023 ນີ້ ກໍໄດ້ຮັບຮາງວັນ ການທ່ອງທ່ຽວພັດທະນາດີເດັ່ນ ແບບປະຊາຊົນມີສ່ວນຮ່ວມ ອາຊຽນ ຖືວ່າເປັນຮາງວັນທີ່ກຳລັງຫຼັງຈາກໄດ້ເປີດປະເທດ ພາຍຫຼັງວິກິດການລະບາດຂອງພະຍາດໂຄວິດ-19 ແລະ ຮາງວັນນີ້ຖືວ່າເປັນແຮງຊຸກຍູ້ ແລະ ກຳລັງແຮງໃນການເສີມຂະຫຍາຍຄວາມຄິດໃນການສືບຕໍ່ພັດທະນາຮ່ວມກັນຫຼາຍຂຶ້ນ ຫຼື ອາດຈະກ້າວໄປເຖິງສືບຕໍ່ຮ່ວມມືກັບບັນດາເມືອງທີ່ຕິດຈອດໃຫ້ເກີດມີການພັດທະນາການທ່ອງທ່ຽວຮ່ວມກັນໃຫ້ຫຼາຍຂຶ້ນ.

ຕາດເຍືອງ

ຫຼັງຈາກໄດ້ເປີດປະເທດ ນັກທ່ອງທ່ຽວເຂົ້າມາທ່ຽວຊົມເບື້ອງຕົ້ນກໍແມ່ນນັກທ່ອງທ່ຽວຈາກພາຍໃນ ແລະ ຫຼັງຈາກນັ້ນນັກທ່ອງທ່ຽວຈາກປະເທດໃກ້ຄຽງກໍເຂົ້າມາຫຼາຍຂຶ້ນ ບໍ່ສະເພາະແຕ່ຕາດເຍືອງຂອງພວກເຮົາ ຍັງລວມເຖິງແຫຼ່ງທ່ອງທ່ຽວອື່ນໃນເຂດພາກໃຕ້ນີ້ກໍແມ່ນມີນັກທ່ອງທ່ຽວມາທ່ຽວຊົມຫຼາຍຂຶ້ນ ເຊິ່ງການກັບມາເປີດໃໝ່ໃນຄັ້ງນີ້ຫຼາຍແຫຼ່ງທ່ອງທ່ຽວພາຍໃນແຂວງກໍມີບັນຫາເນື່ອງຈາກວ່າໄດ້ຢຸດໄປໄລຍະໜຶ່ງ ແຕ່ຕາດເຍືອງຂອງພວກເຮົານີ້ກໍໂຊກດີທີ່ພວກເຮົາໄດ້ຖືເອົາໄລຍະທີ່ຢຸດ ໄດ້ເຕົ້າໂຮມເອົາພໍ່ແມ່ປະຊາຊົນກຽມກຳລັງໃນການປູກຝັງຕ່າງໆ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວ. ສະນັ້ນເມື່ອເວລາກັບມາເປີດພວກເຮົາກໍໄດ້ມີຄວາມພ້ອມ ແລະ ຄວາມສະດວກຫຼາຍດ້ານທີ່ຈະຕ້ອນຮັບ ແລະ ໃຫ້ບໍລິການແກ່ນັກທ່ອງທ່ຽວທີ່ຈະເຂົ້າມາ ແລະ ມາຮອດປັດຈຸບັນແຫຼ່ງທ່ອງທ່ຽວຕາດເຍືອງ ລວມທັງແຫຼ່ງທ່ອງທ່ຽວອື່ນໆກໍກຳລັງປັບປຸງອາຄານສະຖານທີ່ຕ່າງໆເພື່ອຮອງຮັບນັກທ່ອງທ່ຽວ.

ຂອບໃຈຂໍ້ມູນຈາກ:

https://bit.ly/3mX3irR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/