Michael Vang ນັກເຕະລູກຊອດ ລາວ-ອາເມຣິກາ ຈາກ ສະໂມສອນ Portland Timbers II ເດີນທາງເຂົ້າຮ່ວມທີມຊາດລາວ ຊຸດໃຫຍ່

Michael Vang

ອີງຕາມການລາຍງານຂອງສະຫະພັນບານເຕະແຫ່ງຊາດລາວ   ຕອນບ່າຍຂອງວັນທີ 14 ມີນາ 2023 ໄມເຄິນ ວ່າງ (Michael Vang) ນັກກິລາບານເຕະ ລູກຊອດລາວ-ອາເມຣິກາ ໄດ້ເດີນທາງມາຮອດ ສປປ ລາວ ແລ້ວ ແລະ ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກຄະນະຄູເຝິກທີມຊາດລາວ ແລະ  ເພື່ອນຮ່ວມທີມທຸກໆທ່ານ.

ໂດຍການເດີນທາງມາຄັ້ງນີ້ຂອງ ໄມເຄິນ ວ່າງ ກໍເພື່ອເຂົ້າຮ່ວມທີມຊາດລາວ ຊຸດໃຫຍ່ ກຽມລຸຍລາຍການອຸ່ນເຄື່ອງ ທ້າຍເດືອນມີນານີ້, ຕາມປະຕິທິນຂອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023.

Michael Vang

ໄມເຄິນ ວ່າງ ເປັນຄົນເຊື້ອສາຍລາວ ທີ່ເກີດ ແລະ ອາໄສຢູ່ ສະຫະລັດອາເມຣິກາ, ເກີດເມື່ອວັນທີ  13 ພຶດສະພາ 2000, ສູງ 173 ຊັງຕີແມັດ, ຫຼິ້ນຕຳແໜ່ງກອງກາງ ແລະ ສັງກັດຢູ່ ສະໂມສອນ Portland Timbers II (MLS Next Pro) ທີ່ ສະຫະລັດອາເມຣິກາ.

Michael Vang

ສຳລັບຜົນງານຂອງ ໄມເຄິນ ວ່າງ ໃນ MLS Next Pro ລະດູການທີ່ຜ່ານມາ ແມ່ນ ລົງສະໜາມໄປທັງໝົດ 22​ ນັດ ສາມາດຍິງໄປ 2 ​ປະຕູ ແລະ ຊ່ວຍໝູ່ເຮັດປະຕູໄປອີກ 2 ປະຕູ. ໂດຍໃນລະດູການ 2022 ທີ່ຜ່ານມາ ໄມເຄິນ ວ່າງ ຍັງສັງກັດຢູ່ກັບສະໂມສອນເກົ່າຢ່າງ ສະໂມສອນ Columbus Crew 2 ກ່ອນທີ່ຈະຍ້າຍມາ Portland Timbers II ໃນລະດູການນິ້.

Michael Vang

MLS Next Pro ເປັນການແຂ່ງຂັນບານເຕະລີກຊາຍ ລະດັບມືອາຊີບ ທີ່ຫາກໍເປີດການແຂ່ງຂັນໄປເມື່ອປີ 2022 ທີ່ຜ່ານມາ ເຊິ່ງຈັດການແຂ່ງຂັນໂດຍ Major League Soccer ເຊິ່ງເປັນລີກບານເຕະສູງສຸດຂອງ ອາເມຣິກາ.

ສຳລັບ ລາຍການແຂ່ງຂັນອຸ່ນເຄື່ອງໃນປະເທດ ເນປານ ແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:

1 ເນປານ (ເຈົ້າພາບ)

2 ບູຖານ

3 ລາວ

  ຕາຕະລາງ ການແຂ່ງຂັນມີດັ່ງນີ້:

– ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ.

– ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.

– ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ.

– ວັນທີ 31/03/2023 ຮອບຊິງຊະນະເລີດ (ທີມອັນດັບ1 ຊີງກັບ ທີມອັນດັບ2) ເວລາ 17:30ໂມງ.

 ໂດຍທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, ປະເທດ ເນປານ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/