Naruto ກຽມປ່ອຍຕອນພິເສດອອກມາອີກ 4 Ep ໃນຊື່ວ່າ Road of Naruto ສະເຫຼີມສະຫຼອງຄົບຮອບ 20 ປີ

Naruto

ເຊື່ອວ່າໄວໜຸ່ມ ໃນຍຸກ 2000 ຫຼາຍໆຄົນ ຄົງຈະຮູ້ຈັກກັນດີກັບ ເດັກນ້ອຍຜົມເຫຼືອງ ໜ້າແມວ ມີນາມວ່າ ອຸຊຶມາກິ ນາຣູໂຕະ ໃນອະນິເມຊັນເລື່ອງ ນາຣູໂຕະ (Naruto) ທີ່ໂດ່ງດັງສຸດຂີດນັບຕັ້ງແຕ່ປີ 2002 ມາຮອດ 2017 ກັບເລື່ອງລາວຂອງ ນິນຈາໜຸ່ມຄົນໜຶ່ງທີ່ຕໍ່ສູ້ ແລະ ຟັນຝ່າອຸປະສັກຫຼາຍຢ່າງ ເພື່ອຄວາມຝັນທີ່ວ່າຈັກມື້ໜຶ່ງລາວຈະໄດ້ກາຍເປັນ ໂຮຄາເງະ (ຜູ້ປົກຄອງສູງສຸດຂອງບ້ານ ໂຄໂນຮະ) ໃຫ້ໄດ້.

ເລື່ອງລາວການເດີນທາງຂອງ ນາຣູໂຕະ ແລະ ໝູ່ໆນັ້ນໄດ້ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວ ຕັ້ງແຕ່ປີ 2017 ໃນພາກຂອງ Naruto Shippuden ກ່ອນທີ່ຈະມີການປ່ອຍພາກຕໍ່ອອກມາເຊິ່ງເປັນເລື່ອງລາວຂອງຮຸ່ນລູກ ໃນພາກຂອງ Boruto: Naruto Next Generations.

Naruto

ແຕ່ເບິ່ງຄືວ່າກະແສຂອງແຟນໆ ອະນິເມຊັນເລື່ອງນີ້ນັ້ນຈະຍັງຮຽກຮ້ອງເລື່ອງລາວຂອງ ຮຸ່ນພໍ່ຫຼາຍກວ່າ ແລະ ເພື່ອຕອບຮັບຄວາມຕ້ອງການຂອງແຟນໆ ພ້ອມເປັນການສະເຫຼີມສະຫຼອງຄົບຮອບ 20 ປີ ຂອງອະນິເມຊັນເລື່ອງນີ້ ທາງ ເວັບໄຊນາຣູໂຕະ ຈຶ່ງໄດ້ປະກາດ ກຽມປ່ອຍຕອນພິເສດອອກມາອີກ 4 Ep ໃນຊື່ວ່າ Road of Naruto ຫຼື ວ່າເສັ້ນທາງຂອງນາຣູໂຕະ ໃຫ້ແຟນໆ ໄດ້ເຊົາຄິດຮອດ ຄາດການຈະມີການປ່ອຍໃນໄລຍະເດືອນ ກັນຍາ 2023 ທີ່ຈະມາຮອດນີ້.

ຢ້ອນກັບໄປກ່ອນໜ້ານີ້ ໃນເດືອນ ຕຸລາ ປີ 2022 ທາງ Studio Pierrot ຜູ້ສ້າງອະນິເມຊັນເລື່ອງນີ້ ໄດ້ມີການປ່ອຍວິດີໂອ ຕົວຢ່າງຄວາມຍາວປະມານ 10 ນາທີ ອອກມາ ເຊິ່ງເປັນວິດີໂອທີ່ລວບລວມການເດີນທາງທີ່ສຳຄັນຂອງນາຣູໂຕະເອົາໄວ້ຕັ້ງແຕ່ຕອນຍັງນ້ອຍ ຈົນມາຮອດໄລຍະຈົບສົງຄາມໂລກນິນຈາ ຄັ້ງທີ 3. ເຊິ່ງວິດີໂອດັ່ງກ່າວໄດ້ກະແສຕອບຮັບຈາກແຟນໆກັນຢ່າງລົ້ນເຫຼືອ.

Naruto

ເຊິ່ງຈຸດທີ່ໜ້າສົນໃຈຂອງວີດິໂອດັ່ງກ່າວທີ່ຖືກປ່ອຍອອກມາກໍຄື ເຖິງແມ່ນວ່າຈະເປັນການລວບລວມເຫດການທີ່ເຄີຍເກີດຂຶ້ນ ແລະ ແຟນໆໄດ້ຮັບຊົມກັນໄປແລ້ວ ແຕ່ວິດີໂອດັ່ງກ່າວ ເປັນການສ້າງຂຶ້ນມາໃໝ່ ຫຼື ທີ່ເອີ້ນກັນວ່າ Re-make ນັ້ນເອງ ເຊິ່ງທັງພາບ ສີ ສຽງ ແມ່ນເບິ່ງຄືທັນສະໄໝ, ມີຄຸນະພາບ ແລະ ມີລາຍລະອຽດຫຼາຍຂຶ້ນຕາມຍຸກຕາມສະໄໝ.

ສຳລັບ ເນື້ອເລື່ອງ ຫຼື ແນວທາງຂອງ EP ໃໝ່ທັງ 4 EP ທີ່ກຽມຈະປ່ອຍໃນປີນີ້ ທາງ Studio Pierrot ຫຼື ທາງເວັບໄຊຂອງ ນາຣູໂຕະ ຍັງບໍ່ທັນໄດ້ລົງລາຍລະອຽດຫຍັງເທື່ອ ແຕ່ຈາກວິດີໂອທີ່ປ່ອຍອອກມາເມື່ອປີກ່ອນນີ້ ແຟນໆສາມາດຄາດຫວັງໄດ້ເລີຍວ່າ ຈະໄດ້ຮັບຊົມ ອະນິເມຊັນ ນາຣູໂຕະ ໃນຄຸນະພາບທີ່ດີຂຶ້ນແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/