Lil Pump ແຣັບເປີ້ເຈົ້າຂອງບົດເພງ “Gucci Gang” ກຽມປ່ອຍສະກຸນເງິນດິຈິຕອນຂອງຕົນເອງຊື່ “Pumpcoin”


Lil Pump ແຣັບເປີ້ຊື່ດັງເຈົ້າຂອງບົດເພງ “Gucci Gang” ທີ່ສ້າງປາກົດການໄປທົ່ວໂລກ ກຽມພ້ອມປ່ອຍສະກຸນເງິນດິຈິຕອນ (Cryptocurrency) ໃນຊື່ຂອງຕົວເອງ ເອີ້ນວ່າ “Pumpcoin” ດ້ວຍການຮ່ວມມືກັບ Fyooz ບໍລິສັດການເງິນດິຈິຕອນ.

ໂດຍ Pumpcoin ນີ້ຈະເປັນມູນຄ່າທີ່ເຮັດໃຫ້ໃຜທີ່ໄດ້ນັ້ນ “ສາມາດຫຼິ້ນເກມກັບ Lil Pump ໄດ້ໂດຍກົງ” ຫຼືວ່າສາມາດຕິດຕໍ່ສື່ສານກັບແຣັບເປີ້ຊື່ດັງຄົນນີ້ໄດ້ໃນວິທີທີ່ຍັງບໍ່ໄດ້ລະບຸຢ່າງລະອຽດ.

ທັງນີ້ ວິທີການເຮັດວຽກຂອງ Pumpcoin ນີ້ຍັງບໍ່ໄດ້ຮັບການອະທິບາຍຢ່າງລະອຽດ ແຕ່ວ່າຈະມີການເປີດເຜີຍລາຍລະອຽດການຊື້ຂາຍເພີ່ມເຕີມໃນອະນາຄົດອັນໃກ້ ແຕ່ວ່າທາງ Pumpcoin ນີ້ໄດ້ຮັບການຢືນຢັນຈາກ Fyzooz ວ່າ “ຄືກັບ Cameo ແຕ່ເທ້ກວ່າ” (Cameo ຄືບໍລິການທີ່ໃຫ້ຄົນຈ່າຍເງິນໃຫ້ກັບດາຣາຄົນດັງ ແລະ ດາຣາຄົນນັ້ນກໍຈະສົ່ງຄິບວີດີໂອກັບມາ) ໂດຍທີ່ຕອນນີ້ສຳລັບລາຄາຂອງ Pumpcoin ໃນວັນນີ້ຢູ່ທີ່ປະມານ 0.00090 ໂດລາສະຫະລັດ ອ້າງອີງຈາກເວັບໄຊ CoinGecko.

ການເປີດຕົວ Pumpcoin ໃນຄັ້ງນີ້ຂອງ Lil Pump ນັ້ນຖືໄດ້ວ່າເປັນການເດີນຕາມຮອຍ Lil Yachty ອີກໜຶ່ງແຣັບເປີ້ຊື່ດັງຈາກສະຫະລັດ ທີ່ໄດ້ເຮັດການຮ່ວມມືກັບ Fyooz ເຊັ່ນດຽວກັນໃນການສ້າງ Yachtycoin ທີ່ສ້າງເງິນໄປໄດ້ກວ່າ 400,000 ໂດລາສະຫະລັດ ໃນເດືອນພະຈິກປີ 2020 ຜ່ານທາງການລະດົມທຶນແບບດິຈິຕອນດ້ວຍການສະເໜີຂາຍໂທເຄນດິຈິຕອນ ຫຼື ICO (Initial Coin Offering)

ນອກຈາກນັ້ນ Fyooz ຍັງໄປຮ່ວມມືກັບ ຝາແຝດວິງເຄິວອສ ຄູ່ແຝດມະຫາເສດຖີພັນລ້ານທີ່ລົງທຶນໃນທຸລະກິດ Bitcoin ໃນປີ 2013 ຜ່ານຕະຫຼາດການເງິນດິຈິຕອນ Nifty Gateway ເຊິ່ງລັກສະນະສະເພາະຕົວຂອງ Pumpcoin ນີ້ຈະເປັນຮູບແບບຂອງ Non-Fungible Token (Social Token) ຫຼື ຊັບສິນ ຫຼື ຫຼຽນດິຈິຕອນທີ່ມີລັກສະນະສະເພາະຕົວ ໝາຍຄວາມວ່າແຕ່ລະຫຼຽນນັ້ນມີລັກສະນະສະເພາະຕົວບໍ່ຊ້ຳກັນ ເຊິ່ງແຕກຕ່າງກັບຫຼຽນດິຈິຕອນຢ່າງ Bitcoin ຫຼື Ethereum ທີ່ເປັນຊັບສິນແບບ Fungible Token ນັ້ນເອງ.

ພາບ: NME, Billboard

ທີ່ມາ: