ໄວໜຸ່ມຄຣິບໂຕ! ເດັກໜຸ່ມຫຼົງຜິດ ລັກເອົາຊັບສິນໃນວັດ ໄປລົງທຶນໃນ Cryptocurrency

ໄວໜຸ່ມຄຣິບໂຕ

ປະຕິເສດບໍ່ໄດ້ວ່າການລົງທຶນ ໃນສິນຊັບດິຈິຕອລຢ່າງ Cryptocurrency ເປັນອີກໜຶ່ງສິ່ງທີ່ໄວໜຸ່ມຈຳນວນຫຼາຍໃນປັດຈຸບັນໃຫ້ຄວາມສົນໃຈເປັນພິເສດ ແຕ່ການທີ່ຈະລົງທຶນກັບ Cryptocurrency ຫຼື ລົງທຶນກັບສິ່ງອື່ນໆ ຈະຕ້ອງເປັນເງິນທີ່ເຮົາຫາມາ ຫຼື ເປັນເງິນທີ່ໄດ້ມາຢ່າງສຸຈະລິດ ບໍ່ແມ່ນເງິນທີ່ໄປລັກຂອງຄົນອື່ນ ເຊັ່ນດຽວກັນກັບ ເດັກໜຸ່ມຄົນໜຶ່ທີ່ຫຼົງຜິດຫັນເປັນໂຈນ ໄປລັກເອົາຊັບສິນໃນວັດ ໄປລົງທຶນໃນ Cryptocurrency.

ໄວໜຸ່ມຄຣິບໂຕ

ໃນຕອນສວາຍຂອງວັນທີ 30 ຕຸລາ 2022, ເຈົ້າໜ້າທີ່ຕຳຫຼວດທາງຝັ່ງໄທ ໄດ້ຮ່ວມກັນເຂົ້າຈັບກຸມ ທ້າວ ດັງກ້ອງ ຫຼື ທ້າວ ກ້ອງ ອາຍຸ 19 ປີ ​ທີ່ເປັນ​ໂຈນ​ໄວໜຸ່ມ ພ້ອມກັບຂອງກາງຈໍານວນຫຼາຍເຊັ່ນ: ໂທລະສັບມືຖື ແລະ ເງິນສົດເກືອບ 30.000 ບາດ ພາຍຫຼັງໄດ້ລັກລອບເຂົ້າໄປລັກເອົາຊັບສິນພາຍໃນວັດ ບໍ່, ອຳເພີ ປາກເກັດ ແຂວງ​ ນົນ​ທະ​ບູ​ລີ.

ໂດຍທາງເຈົ້າໜ້າທີ່ໃຫ້ຮູ້ວ່າ ໃນເວລາປະມານ 3 ໂມງເຊົ້າຂອງວັນທີ 28 ຕຸລາ 2022, ເຈົ້າໜ້າທີ່ຂອງວັດ ໄດ້ໄປແຈ້ງເຫດ ຢູ່ສະຖານີ ຕຳຫຼວດ ປາກເກັດ, ແຂວງ ນົນທະບູລີ ວ່າ ພົບເຫັນຊາຍ​ 1 ຄົນ, ເປັນຜູ້ຊາຍໃສ່ກະເປົາສີດຳ ແລະ ໃສ່ໜ້າກາກ. ໄດ້​ລັກລອບ​ເຂົ້າ​ໄປລັກເຄື່ອງພາຍໃນວັດ ​ ແລະ ລັກເອົາຕູ້ບໍລິຈາກ ກ່ອນທີ່ຈະຫຼົບໜີໄປ.

ໄວໜຸ່ມຄຣິບໂຕ

ຕໍ່ມາ, ເວລາປະມານ 6 ໂມງເຊົ້າຂອງວັນທີ 30 ຕຸລາ, ເຈົ້າໜ້າທີ່ສືບສວນໄດ້ເຂົ້າໄປໃນພື້ນທີ່ ແລະ ໄດ້ກວດເບິ່ງກ້ອງວົງຈອນປິດໃນແຕ່ລະຈຸດ ຈົນສາມາດຈັບຕົວຜູ້ກະທຳຜິດໄດ້ໃນທີ່ສຸດ.  ໂດຍຜູ້​ຕ້ອງ​ຫາ​ເປັນ​ຊາຍໜຸ່ມ​ຊື່ ທ້າວ ດັງກ້ອງ ຫຼື ກ້ອງ ອາຍຸ 19 ປີ ​ຢູ່​ເມືອງ​ລຳສົນທິ ແຂວງ​ລົບບູລີ ແລະ​ ຖືກ​ຕັ້ງຂໍ້ຫາ​ລັກ​ຊັບ​ໃນ​ຕອນ​ກາງ​ຄືນ.

ໄວໜຸ່ມຄຣິບໂຕ

ໂດຍຜູ້ຕ້ອງຫາ ຍອມຮັບສາລະພາບວ່າ: ເປັນຜູ້ກໍ່ເຫດແທ້ ແລະ​ ໄດ້​ໃຊ້​ເງິນ​ທີ່​ໄດ້​ມາ​ຈາກ​ການ​ລັກ​ມາໄປ​ຊື້​ຫຼຽນ Cryptocurrency ຈຳນວນ 23.000 ບາດ ໂດຍເງິນທີ່ໄປລັກມາໄດ້ຖືກໂອນເຂົ້າບັນຊີ ທ້າວ ພົງພັດ ເພື່ອນຳໄປຊື້ ຄຣິບໂຕ. ຫຼັງຈາກການກວດສອບ ເຈົ້າໜ້າທີ່ໄດ້ຕິດຕໍ່ໄປຫາ ທ້າວ ພົງພັດ ເພື່ອແລກຄຣິບໂຕ ເປັນເງິນ ມາສົ່ງຄືນວັດ ເປັນເງິນ 22.999 ບາດ.

ການລົງທຶນທຸກປະເພດມີຄວາມສ່ຽງ ຜູ້ລົງທຶນຄວນສຶກສາຫາຂໍ້ມູນໃຫ້ລະອຽດ ແລະ ພະຍາຍາມ ລົງທຶນສະເພາະເງິນທີ່ສາມາດເສຍໄດ້ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ: https://cutt.ly/oNQAGbB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/