ເມື່ອສະໜາມກິລາຖືກຜີສິງ! ວິນຍານຮ້າຍທີ່ສິງສະຖິດຢູ່ Saint Mary’s Stadium

ສະໜາມກິລາຖືກຜີສິງ

ເມື່ອຄົນເຮົາຫາຄຳຕອບກັບສິ່ງທີ່ເຫັນຢູ່ບໍ່ໄດ້ ກໍມັກຈະໂທດໃນສິ່ງທີ່ຕາຄົນເຮົາເບີ່ງບໍ່ເຫັນ ແລະ ສຳຜັດບໍ່ໄດ້. ເຊັ່ນດຽວກັບເລື່ອງການເປີດສະໜາມບານເຕະແຫ່ງໃໝ່ ຂອງສະໂມສອນ ເຊົາແທັມຕັ້ນ (Southampton).

ຢູ່ທາງພາກໃຕ້ຂອງປະເທດອັງກິດມີສະໂມສອນດັງແຫ່ງໜຶ່ງຊື່ວ່າ ເຊົາແທັມຕັ້ນ ເຊິ່ງມີສະໜາມບ້ານທີ່ເຂັ້ມແຂງ ເຮັດໃຫ້ທຸກໆສະໂມສອນທີ່ມາຢາມພົບກັບຄວາມລຳບາກຫຼາຍທີ່ຈະມາເອົາ 3 ຄະແນນອອກໄປຈາກສະໜາມແຫ່ງນີ້. ສະໜາມດັ່ງກ່າວມີຊື່ວ່າ ເດີ ເດວ (The Dell) ເຊິ່ງເປັນສະໜາມທີ່ພວກເຂົາໃຊ້ມາຕັ້ງແຕ່ປີ 1898 ເອີ້ນໄດ້ວ່າໃນຍຸກນັ້ນ ເຊົາແທັມຕັ້ນ ເປັນສະໂມສອນໜຶ່ງທີ່ເກັ່ງຫຼາຍ.

ສະໜາມກິລາຖືກຜີສິງ

ເຖິງຢ່າງໃດກໍຕາມ ເມື່ອຮອດຈຸດໆໜຶ່ງ ຫຼາຍສິ່ງຫຼາຍຢ່າງກໍຕ້ອງປ່ຽນເພື່ອຈະກ້າວຕໍ່ໄປ, ປີ 2001 ສະໂມສອນໄດ້ຕັດສິນໃຈຍ້າຍສະໜາມໃໝ່ເພື່ອທີ່ຈະພັດທະນາໃຫ້ສະໂມສອນດີຂຶ້ນຕື່ມ ຫຼາຍສິ່ງຫຼາຍຢ່າງດີຂຶ້ນແບບຕາເຫັນ ບໍ່ວ່າຈະເປັນ ສະພາບແວດລ້ອມ, ຄວາມສວຍງາມຂອງສະໜາມໃໝ່, ສິ່ງອຳນວຍຄວາມສະດວກຕ່າງໆ ລວມໄປເຖິງຈຳນວນຂອງແຟນບານທີ່ສາມາດເຂົ້າເບິ່ງໄດ້ຫຼາຍຂຶ້ນ. ເບິ່ງຄືວ່າທຸກສິ່ງທຸກຢ່າງຈະດີຂຶ້ນໄປໝົດ ແຕ່ມີສິ່ງໜຶ່ງທີ່ບໍ່ໄດ້ເປັນໄປຕາມຄວາມຄາດໝາຍ ແລະ ເປັນສິ່ງທີ່ສຳຄັນທີ່ສຸດກໍຄື ຜົນການແຂ່ງຂັນ ມັນຮ້າຍແຮງຈົນເຖິງຂັ້ນທີ່ວ່າຫາເຫດຜົນທາງກິລາມາອະທິບາຍບໍ່ໄດ້ ວ່າເປັນຫຍັງຈຶ່ງບໍ່ຊະນະກັນເລີຍ.

ສະໜາມກິລາຖືກຜີສິງ

ສະໜາມແຫ່ງໃໝ່ນີ້ ມີຊື່ວ່າ ເຊັນ ເມຣີ້ (Saint Mary’s Stadium) ເຊິ່ງຕັ້ງຕາມຊື່ຂອງໂບດທີ່ເກົ່າແກ່ ໃນເມືອງ ເຊົາແທັມຕັ້ນ ເພາະໂບດແຫ່ງນີ້ແມ່ນຈຸດເລີ່ມຕົ້ນຂອງສະໂມສອນ ຍ້ອນວ່າກຸ່ມສະມາຊິກໃນໂບດເປັນຜູ້ກໍ່ຕັ້ງທີມນີ້ຂຶ້ນມາ ດ້ວຍການລວມສະມາຊິກໃນໂບດໃນຂັ້ນເຍົາວະຊົນ ແລ້ວພັດທະນາມາເລື້ອຍໆ ກາຍເປັນສະໂມສອນ ເຊົາແທັມຕັ້ນ ຈົນເທົ່າທຸກມື້ນີ້ ຈຶ່ງໄດ້ຮັບສາຍາວ່າ The saints ຫຼືວ່າ “ນັກບຸນ” ທີ່ເຮົາເອີ້ນກັນຈົນຕິດປາກ. ການມາສ້າງສະໜາມໃໝ່ໃກ້ກັບໂບດແຫ່ງນີ້ ຈຶ່ງກາຍເປັນ ເລື່ອງລາວນ້ອຍໆ ທີ່ວ່າ ພານັກບຸນກັບບ້ານ.

ສະໜາມກິລາຖືກຜີສິງ

ມາຮອດ ວັນທີ 11 ເດືອນ 8 ປີ 2001 ເປັນນັດເປີດສະໜາມນັດທໍາອິດ ຂອງສະໜາມໃໝ່ ເປັນເກມອຸ່ນເຄື່ອງທີ່ພົບກັບ ເອັສປັນຍອນ (Espanyol CF) ທີມດັງຈາກລາລີກາສະເປນ, ເຊິ່ງຜົນການແຂ່ງຂັນທີ່ອອກມາກໍເປັນທາງ ເອັສປັນຍອນ ໄດ້ໄຊຊະນະໄປ 4 ປະຕູຕໍ່ 3. ເຖິງຈະເປັນພຽງເກມອຸ່ນເຄື່ອງແຕ່ໃນໃຈຂອງແຟນບານ ກໍມີຜິດຫວັງໜ້ອຍໜຶ່ງເພາະເປັນເກມເປີດສະໜາມໃໝ່ຂອງພວກເຂົາ.

ພໍເລີ່ມເປີດລະດູການ ພຣີເມຍລີກ 2001-2002 ພວກເຂົາຕ້ອງການເກັບໄຊໃນບ້ານໃຫ້ໄດ້ໄວທີ່ສຸດ ເພື່ອເປັນເລີກເປັນໄຊໃຫ້ແກ່ສະໜາມໃໝ່. ແຕ່ຄວາມຈິງມັນບໍ່ເປັນແບບນັ້ນ, ເກມໃນບ້ານ 3 ນັດທຳອິດພວກເຂົາປະລາໄຊທັງໝົດ ແລະ ຍິງໄດ້ພຽງປະຕູດຽວ ແຕ່ຜົນງານນອກບ້ານແມ່ນປີ້ນກັນ ພວກເຂົາເກັບໄຊໄດ້ 2 ໃນ 3 ຂອງເກມນອກບ້ານ.

ຫຼາຍສິ່ງຫຼາຍຢ່າງເລີ່ມເຮັດໃຫ້ຈິດໃຈແຟນບານຄິດໄປວ່າເກມໃນບ້ານເຮົາຫຼິ້ນບໍ່ດີເລີຍ ແຕ່ເກມນອກບ້ານ ພວກເຮົາກັບຫຼິ້ນໄດ້ດີ. ເຊິ່ງສື່ຕ່າງໆໃນຕອນນັ້ນກໍວິເຄາະກັນໄປຕ່າງໆນານາ ສ່ວນຫຼາຍໄປທາງເຫດຜົນທາງດ້ານກິລາບານເຕະເປັນສ່ວນໃຫຍ່.

ສະໜາມກິລາຖືກຜີສິງ

ຈົນການແຂ່ງຂັນດຳເນີນມາຮອດນັດທີ 4 ຂອງເກມໃນບ້ານ ທີ່ພົບກັບ ອິບວິສ ທາວ (Ipswich town) ເຊິ່ງໃນເກມນີ້ພວກເຂົາໄດ້ມີການປ່ຽນຕົວຄູເຝິກໃໝ່ ຈາກ ສະຕົວ ເກຣ (Stuar gray) ມາເປັນ ກໍດານ ສຕາກຊັນ (Gordan Strachan) ວ່າກັນກົງໆໃນເລື່ອງກຳລັງໃຈ ຄວາມສົດໃໝ່ ລວມເຖິງການຄຸມກຳລັງນັກເຕະ ພວກເຂົາເໜືອກວ່າ ອິບວິສ ທາວ ທຸກດ້ານ ແຕ່ກັບເຮັດໄດ້ພຽງແຕ່ສະເໝີກັນໄປ 3 ປະຕູຕໍ່ 3 ໂດຍທີ່ພວກເຂົາອອກນໍາກ່ອນໄປເຖິງ 3 ປະຕູຕໍ່ 1. ສິ່ງທີ່ໜ້າຄິດກໍຄືປະຕູທີ່ ອິບວິສ ທາວ ຍິງໄດ້ເປັນປະຕູທີ່ເອີ້ນໄດ້ວ່າ ຜີຊຸກເຂົ້າ ເພາະຈາກລູກຍິງທີ່ບໍ່ໜ້າຈະເປັນປະຕູ ກັບກາຍເປັນປະຕູ, ຈັງຫວະທີ່ບໍ່ຄວນໄດ້ປະຕູ ກັບກາຍເປັນໄດ້ປະຕູ.

ສະໜາມກິລາຖືກຜີສິງ

ຈາກນັ້ນ ຄວາມເຊື່ອ, ຄຳເວົ້າ, ເຫດຜົນ, ບົດວິເຄາະ ທີ່ເຄີຍເຈາະຈົງລົົງໄປໃນສະໜາມ ມັນກໍເລີ່ມເດີນທາງອອກນອກສະໜາມໄປເລື້ອຍໆ. ແຕ່ຈຸດປ່ຽນແທ້ໆແມ່ນເກມໃນບ້ານທີ່ພົບກັບ ແບັກເຍີນ ໂຣເວີ້ (Blackburn rover) ທີ່ເສຍໄປ 0 ປະຕູຕໍ່ 1 ໃນລາຍລະອຽດຂອງເກມນັ້ນພວກເຂົາເຮັດໄດ້ທຸກຢ່າງຍົກເວັ້ນປະຕູ ພວກເຂົາມີໂອກາດທີ່ຈະເຮັດປະຕູໄດ້ຫຼາຍເທື່ອ ແຕ່ກັບເຮັດບໍ່ໄດ້ ຍິງອອກຍິງພາດ, ຍິງຖິ້ມຍິງເສຍ, ຕຳເສົາແດ່, ຕຳຄານແດ່, ແບບໂຊກຮ້າຍທີ່ສຸດ ໂດຍທີ່ຄວາມຄິດຄວາມອ່ານໃນດ້ານເຫດຜົນເລີ່ມລົດໜ້ອຍຖອຍລົງເລື້ອຍໆ.

ສະໜາມກິລາຖືກຜີສິງ

ຈາກນັ້ນແຟນບານກໍເລີ່ມມີການເວົ້າເຖິງສິ່ງລີ້ລັບຫຼາຍຂຶ້ນ ບາງຄົນກໍວ່າເປັນວິນຍານຮ້າຍແທ້ໆ, ບາງຄົນກໍວ່າຕ້ອງມີຄຳສາບໃນສະໜາມແຫ່ງນີ້ ທີ່ເຮັດໃຫ້ເຮົາບໍໍ່ຊະນະໃນບ້ານ ຄຳເຫັນຂອງແຟນບານເລີ່ມມີທ່າອ່ຽງໄປທາງເລື່ອງລີ້ລັບຫຼາຍຂຶ້ນ. ຈາກຄຳເວົ້າປາກຕໍ່ປາກ ຈາກຄຳເວົ້າຕິດຕະຫຼົກ ເລີ່ມກາຍເປັນຄວາມເຊື່ອ ແລະ ເລີ່ມຈິງຈັງຫຼາຍຂຶ້ນ.

ແຟນບານຈິງຈັງເຖິງຂັ້ນວ່າ ຈ້າງຜູ້ຊ່ຽວຊານດ້ານວິນຍານມາພິສູດ. ເຊິ່ງຄົນນີ້ມີຊື່ວ່າ ແອນດິວ ພຣີວິງ ເຮົ້າສ (Andrew Frewing-house) ເຊິ່ງເປັນເຈົ້າຂອງ ບໍລິສັດທົວກ່ຽວກັບເລື່ອງລີ້ລັບ ທີ່ຊື່ວ່າ Supernatural Tour ໄດ້ມາພິສູດວ່າມີຜີສິງແທ້ຫຼືບໍ່. Andrew ໄດ້ເວົ້າວ່າ: “ມີຫຼາຍສິ່ງເກີດຂຶ້ນຢູ່ທີ່ນີ້ ເຊິ່ງບໍ່ມີໃຜສາມາດອະທິບາຍໄດ້ … ແຕ່ຂ້ອຍສາມາດຮູ້ສຶກໄດ້. ມີຄົນງານກໍ່ສ້າງ ທີ່ຂ້ອຍໄປລົມນຳ ເຂົາເວົ້າວ່າ ເວລາທີ່ຈະເຂົ້າໄປກໍ່ສ້າງໃນຕອນກາງຄືນ ເຂົາເຈົ້າມັກເຫັນເງົາສີດໍາຕິດຢູ່ທີ່ມຸມຂອງຕາເຂົາເຈົ້າ. ບາງຄັ້ງຂ້ອຍໄດ້ຍິນສຽງຄືກັບສຽງຮ້ອງແບບໂຫຍຫວນ ລາວບອກຂ້ອຍວ່າລາວຢ້ານຫຼາຍ”.

ສະໜາມກິລາຖືກຜີສິງ

“ໃນຕອນທຳອິດ ບໍ່ມີໃຜເຊື່ອມັນຈົນມັນສົ່ງຜົນໃຫ້ທີມນີ້ຕົກຢູ່ໃນສະພາບທີ່ບໍ່ໜ້າເຊື່ອ ມັນຮ້າຍແຮງຫຼາຍ ດຽວນີ້ຫຼາຍຄົນເລີ່ມເຊື່ອແລ້ວວ່າສະໜາມນີ້ຕ້ອງຖືກຄຳສາບແຊ່ງຈາກໃຜບາງຄົນ. ຂ້ອຍຄາດວ່າສະໜາມແຫ່ງນີ້ມັນຈະຕ້ອງສ້າງທັບເທິງຂຸມສົບບູຮານແນ່ນອນ.”

ຈາກນັ້ນກໍມີການສືບຄົ້ນເລື່ອງລາວກັນໄປຕ່າງໆນານາ ຈົນສຸດທ້າຍມີການເປີດເຜີຍເລື່ອງໜຶ່ງອອກມາເຊິ່ງມັນໄປເພີ່ມນຳ້ໜັກໃຫ້ຄຳເວົ້າຂອງ ແອນດິວ ຫຼາຍຂຶ້ນ ໂດຍປາກົດວ່າ ຕາມທຳອິດແລ້ວທີ່ຕັ້ງຂອງສະໜາມແຫ່ງນີ້ແມ່ນເຄີຍເປັນຂຸມຝັງສົບຂອງຄົນບູຮານ ທີ່ເອີ້ນກັນວ່າ ຊາວ ແຊັກຊັນ (saxon) ເຊິ່ງກຸ່ມຄົນເຫຼົ່ານີ້ຖືວ່າເປັນບັນພະບຸລຸດຂອງຊາວເມືອງຕອນໃຕ້ຂອງປະເທດ ອັງກິດ. ແລະທີ່ສຳຄັນແມ່ນມີການຢືນຢັນຈາກ ນັກບູຮານຄະດີ ວ່າເຄີຍໄດ້ມີການຂຸດຄົ້ນເຫັນ ໂຄງກະດູກ ແລະ ວັດຖຸບູຮານຕ່າງໆ ໃນບໍລິເວນສະໜາມແຫ່ງນີ້.

ສະໜາມກິລາຖືກຜີສິງ

ໂຣແລນ ສະມິດ (Roland Smith) ຜູ້ຊ່ຽວຊານດ້ານບູຮານຄະດີໄດ້ເວົ້າວ່າ: “ມັນເປັນສິ່ງທີ່ໜ້າສົນໃຈຫຼາຍທີ່ເກີດສິ່ງນີ້ຂຶ້ນ. ເຊົາແທັມຕັ້ນ ກໍາລັງຫຼິ້ນໃນພຣີເມຍລີກ ແຕ່ມີສິ່ງທີ່ໜ້າຕື່ນເຕັ້ນຫຼາຍກວ່າທີ່ເຊື່ອງໄວ້ຢູ່ກ້ອງພື້ນທີ່ຂອງພວກເຂົາ. ນີ້ແມ່ນຂຸມສົບທີ່ບໍ່ເຄີຍຖືກລົບກວນມາກ່ອນ ຈົນວ່າສະໜາມແຫ່ງນີ້ໄດ້ມາກໍ່ສ້າງຂຶ້ນ.”

ຈາກນັ້ນເລື່ອງລາວເຫຼົ່ານີ້ກໍເລີ່ມມີນຳ້ໜັກຫຼາຍຂຶ້ນ ຈາກຄວາມເຊື່ອຂອງແຟນບານ ເລື່ອງນີ້ເລີ່ມໄປເຂົ້າຫູຂອງຄົນໃນສະໂມສອນ ລວມໄປຮອດຄະນະບໍລິຫານ. ຕ້ອງຍອມຮັບວ່າມະນຸດເຮົາ ກັບຄວາມເຊື່ອມັນແຍກກັນບໍ່ຂາດ ເມື່ອແກ້ໄຂທາງວິທະຍາສາດບໍ່ໄດ້ ແຕ່ຖ້າເກີດຍັງມີອີກຈັກວິທີໜຶ່ງທີ່ບອກວ່າຈະຊ່ວຍໄດ້ ເຖິງຈະເປັນສິ່ງທີ່ບໍ່ໜ້າເຊື່ອປານໃດ ງົມງວາຍປານໃດ ມະນຸດເຮົາກໍພ້ອມທີ່ຈະລອງທຸກຢ່າງ.

ສະໜາມກິລາຖືກຜີສິງ

ຈົນສຸດທ້າຍແລ້ວພວກເຂົາກໍໄດ້ຕັດສິນໃຈຈ້າງ ແມ່ມົດທີ່ມີຊື່ວ່າ ດຣາກອນ ໂອກ (Dragon aok) ເຂົ້າມາເຮັດພິທີປັດເປົ່າວິນຍານທີ່ຊົ່ວຮ້າຍອອກຈາກສະໂມສອນ. ພາສາບ້ານເຮົາກໍແມ່ນການສູດສົ່ງວິນຍານແຖວນັ້ນໃຫ້ໄປຜຸດໄປເກີດ.

ຫຼັງຈາກພິທີກຳສຳເລັດສົມບູນ ກໍເກີດເປັນຂ່າວໄປທົ່ວປະເທດອັງກິດ ແລະ ໃນເກມໃນບ້ານນັດຕໍ່ມາ ທີ່ພົບກັບ ຊາຕັນ ແອັດເລຕິກ (Charlton Athletic) ໄກໍດ້ຮັບຄວາມສົນໃຈເປັນພິເສດ ເພາະນີ້ຈະເປັນບົດພິສູດດວ່າສິ່ງທີ່ເຮັດໄປເປັນເລື່ອງງົມງວາຍຫຼືບໍ່ ແລະ ສົ່ງຜົນບວກແທ້ ຫຼືບໍ່. ແລະໃນສຸດທ້າຍຜົນທີ່ອອກມາແມ່ນ ພວກເຂົາສາມາດເອົາຊະນະໄດ້ສຳເລັດ ດ້ວຍ 1 ປະຕູຕໍ່ 0.

ເທື່ອນີ້ຈຶ່ງເປັນຂ່າວຮືຮາດັງໄປທົ່ວປະເທດ ສື່ທຸກສື່ຕີພິມໄປໃນທິດທາງດຽວກັນໝົດ ພາດຫົວຂ່າວຢ່າງຍິ່ງໃຫຍ່ ປະມານວ່າ: ສຳເລັດແລ້ວ ເຊົາແທັມຕັ້ນ ພົ້ນຈາກຄຳສາບແລ້ວ, ບາງສື່ກໍບອກວ່າ ແມ່ມົດເຮັດສຳເລັດແລ້ວ ປັດເປົ່າວິນຍານອອກຈາກສະໜາມແຫ່ງນີ້ແລ້ວ. ທຸກໆສື່ມາໃນຮູບແບບດຽວກັນໝົດ ບໍ່ມີສື່ໃດມາວິເຄາະຮູບເກມເລີຍ ແມ່ນແຕ່ສື່ດຽວ.

ສະໜາມກິລາຖືກຜີສິງ

ໃນເກມນັ້ນຍັງມີຈັງຫວະທີ່ບໍ່ໜ້າເຊື່ອເກີດຂຶ້ນ ທີ່ຖືກເວົ້າເຖິງຫຼາຍນັ້ນກໍຄືຈັງຫວະທີ່ ກອງຫຼັງຂອງທີມກົງກັນຂ້າມດັນຂຶ້ນມາ ຍິງປະຕູ ຍິງຢ່າງເຕັມຂໍ້ ໜ່ວຍບານພຸ່ງຢ່າງແຮງ, ພໍ ໂຈນສ (Paul Jones) ຜູ້ຮັກສາປະຕູ ໂດດປັດສຸດຢຽດມື ໜ່ວຍບານຕິດສະປິນ ໄປຕຳເອົາເສົາປະຕູ. ໂດຍປົກກະຕິແລ້ວ ໃນມຸມນັ້ນບານຕ້ອງເຂົ້າປະຕູໄປແລ້ວ ແຕ່ຄວາມເປັນຈິງທີ່ເກີດຂຶ້ນໃນມື້ນັ້ນກໍຄື ບານເດັ້ງກັບຄືນແລ້ວອອກຫຼັງໄປ. 

ພໍ ໂຈນສ  ຜູ້ທີ່ເປັນຄົນປັດລູກຍິງລູກນັ້ນເປັນຄົນເວົ້າເອງວ່າ: “ມັນມະຫັດສະຈັນຫຼາຍ ຂ້ອຍຄິດວ່າລູກນັ້ນໄດ້ເຂົ້າປະຕູໄປແລ້ວ”. ດ້ວຍເລື່ອງລາວເຫຼົ່ານີ້ຍິ່ງເສີມເລື່ອງລີ້ລັບ ເລື່ອງຄຳສາບ ໃຫ້ໜ້າເຊື່ອຖືເຂົ້າໄປອີກ.

ສະໜາມກິລາຖືກຜີສິງ

ເປັນອີກເທື່ອໜຶ່ງທີ່ເຮົາຕ້ອງໃຊ້ຄຳວ່າ “ບໍ່ເຊື່ອກໍຕ້ອງເຊື່ອ” ເພາະຫຼັງຈາກພິທີປັດເປົ່າວິນຍານຂອງຜູ້ທີ່ບໍ່ຮູ້ຈັກວ່າແມ່ນໃຜ ຫຼື ວິນຍານຊາວ ເຊັກຊັນ (Saxon) ຫຼື ຄວາມຈິງແລ້ວວິນຍານມີແທ້ຫຼືບໍ່, ແຕ່ສິ່ງທີ່ເກີດຂຶ້ນແທ້ໆໃນຕອນນັ້ນແມ່ນ ເຊົາແທັມຕັ້ນ ຫຼິ້ນໄດ້ດີຂຶ້ນຫຼາຍ ປານຄົນລະທີມກັບກ່ອນໜ້ານີ້. ຫຼັງຈາກເອົາຊະນະ ຊາຕັນ, ພວກເຂົາກໍເສຍໄຊໃນເກມແຂ່ງຂັນ ໃນບ້ານພຽງ 3 ນັດຈາກທັງໝົດ 14 ນັດ.

ຄວາມຈິງທຸກຄົນຮູ້ຢູ່ແກ່ໃຈແລ້ວວ່າມັນຄົງບໍ່ມີວິນຍານອີ່ຫຍັງແບບນັ້ນດອກ ມັນຄົງເປັນພຽງກົດຂອງໂລກບານເຕະທີ່ວ່າ: “ໃນເມື່ອໃດໂຊກເຂົ້າຂ້າງ ຍິງແບບໃດກໍໄດ້ປະຕູ ແຕ່ຖ້າມື້ໃດບໍ່ແມ່ນມື້ຂອງເຮົາ ບຸກໝົດເກມກໍບໍ່ໄດ້ປະຕູ”

ສຸດທ້າຍແລ້ວ ການເວົ້າເລື່ອງວິນຍານ ການເອົາແມ່ມົດມາເຮັດພິທີ ອາດເປັນສິ່ງໜຶ່ງທີ່ຊ່ວຍປົດລັອກທາງຄວາມຄິດບາງຢ່າງ ຫຼື ຊ່ວຍເພີ່ມຄວາມໝັ້ນໃຈໃຫ້ເຂົາເຈົ້າເອງ. ສ່ວນຄຳຖາມທີ່ວ່າ ໃນສະໜາມແຫ່ງນີ້ ມີວິນຍານແທ້ຫຼືບໍ່? ຄໍາຖາມນີ້ອາດຈະບໍ່ມີຄຳຕອບໃຫ້. ແຕ່ບາງເທື່ອເລື່ອງທີ່ໄຮ້ສາລະ ກໍສາມາດເປັນຄຳຕອບທີ່ດີທີ່ສຸດ ໃຫ້ກັບຄຳຖາມທີ່ບໍ່ມີຄຳຕອບ.

ສະໜາມກິລາຖືກຜີສິງ

ຍໍ້າວ່າເລື່ອງນີ້ເກີດຂຶ້ນໃນປະເທດອັງກິດໃນປີ 2001 ເຊິ່ງເປັນຍຸກ ເປັນປະເທດທີ່ສີວິໄລ ມີຄວາມຈະເລີນທາງວັດຖຸເປັນຢ່າງສູງ ຍັງສາມາດມີເລື່ອງປະມານນີ້ເກີດຂຶ້ນ ເຊິ່ງແຮງຕອກຍໍ້າວ່າ ມະນຸດກັບຄວາມເຊື່ອມັນແຍກກັນບໍ່ຂາດ ແລະ ເມືອຄົນເຮົາຈົນມຸມ ກໍພ້ອມເຊື່ອ ແລະ ເຮັດໄດ້ທຸກຢ່າງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/