ສປປ ລາວ ຂອບໃຈຣັດເຊຍ ທີ່ຊຸກຍູ້ສົ່ງເສີມດ້ານການທະຫານ, ການສຶກສາ, ທະນາຄານ ແລະ ການຄ້າ-ການລົງທຶນ

ສປປ ລາວ

ໃນວັນທີ 27 ຕຸລາ 2022, ທີ່ກຸງເທບ, ຣາຊະອານາຈັກໄທ ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອັນເດຼ ອິຢັດສະກິນ ຮອງປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ໂອກາດດັ່ງກ່າວ ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ມີຄໍາເຫັນໃນໂອກາດພົບປະສອງຝ່າຍວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຣັດເຊຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງສະແດງອອກ ໃນການແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນໃນລະດັບຕ່າງໆ ຢ່າງເປັນປົກກະຕິ, ການຮ່ວມມື ທາງດ້ານການທະຫານ, ການສຶກສາ, ທະນາຄານ, ໂທລະຄົມມະນາຄົມ ແລະ ການບໍລິການວຽກງານກົງສູນ ແມ່ນມີຄວາມຄືບໜ້າ ແລະ ໄດ້ຮັບໝາກຮັບຜົນດີ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ແມ່ນສືບຕໍ່ໄດ້ຮັບການເສີມຂະຫຍາຍ, ສະຫະພັນຣັດເຊຍ ເປັນປະເທດລົງທຶນອັນດັບທີ 21 ໃນຈໍານວນ 53 ປະເທດ ທີ່ມາລົງທຶນ ຢູ່ ສປປ ລາວ.

ສປປ ລາວ

ພ້ອມກັນນັ້ນ, ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາສູງ ແຫ່ງ ສະຫະພັນຣັດເຊຍ ໃນໄລຍະຜ່ານມາເຫັນວ່າ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ແລະ ຕໍ່ເນື່ອງ, ໄດ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ເປັນປົກກະຕິ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ລະດັບປະທານ, ຮອງປະທານສະພາ, ກຳມາທິການ, ຄະນະມິດຕະພາບລັດຖະສະພາຂອງສອງປະເທດ. ນອກຈາກນີ້, ສອງອົງການນິຕິບັນຍັດຂອງພວກເຮົາ ກໍໄດ້ມີການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະກັນ ຢູ່ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນໃນຂອບຂອງ AIPA, IPU, APPF, ASEAP, EURASIA ແລະ ເວທີປຶກສາຫາລືລັດຖະສະພາອື່ນໆ ແລະ ໃນທ້າຍປີ 2021 ຜ່ານມານີ້, ປະທານສະພາແຫ່ງຊາດ ໄດ້ພົບປະກັບທ່ານ ນາງ ວາເລັນຕີນາ ມັດວຽນໂກ, ປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ຜ່ານລະບົບທາງໄກ ແລະ ໃນວັນທີ 21 ຕຸລາ 2022, ສອງປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ, ຣັດເຊຍ-ລາວ ກໍໄດ້ພົບປະຜ່ານລະບົບທາງໄກ ເພື່ອທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງໃນຕໍ່ໜ້າ. ໃນການພົບປະ ລະຫວ່າງ ສອງປະທານສະພາ ໄດ້ເປັນເອກະພາບ ໃນການປັບປຸງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື (MOU) ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາສູງຣັດເຊຍ ເຊິ່ງຈະເປັນບ່ອນອີງໃຫ້ແກ່ ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດພວກເຮົາໃນຕໍ່ໜ້າ.

ໃນຕອນທ້າຍ, ປະທານສະພາແຫ່ງຊາດໄດ້ສະເໜີທິດທາງການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດໃນຕໍ່ໜ້າ ດັ່ງນີ້:

– ສືບຕໍ່ ແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂັ້ນສູງ, ຂັ້ນກໍາມາທິການ ແລະ ຄະນະມິດຕະພາບລັດຖະສະພາ ຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນ ກ່ຽວກັບການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ;

– ສອງຝ່າຍ ຊຸກຍູ້ຮ່ວມກັນການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ທີ່ລັດຖະບານ ຂອງສອງປະເທດ ໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະທຳ ເປັນຕົ້ນແມ່ນ ການຮ່ວມມືໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືທາງດ້ານເສດຖະກິດ (ການຄ້າ-ການລົງທຶນ), ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ອື່ນໆ ລວມທັງສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຂອງຣັດເຊຍ ທີ່ມາລົງທຶນຢູ່ ສປປ ລາວ ໃຫ້ສໍາເລັດຕາມແຜນການ;

– ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ພ້ອມກັນນີ້, ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຈາກອົງການນິຕິບັນຍັດ ຂອງສະຫະພັນ ຣັດເຊຍ ເຊິ່ງໃນປີ 2024 ນີ້ ສະພາແຫ່ງຊາດລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມໄອປາ ຄັ້ງທີ 45.

ສປປ ລາວ

ຂໍ້ມູນຈາກ:

https://cutt.ly/DNQ8HlS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/