ເກີດເຫດຂົວຂ້າມແມ່ນ້ຳອາຍຸເກືອບ 100 ປີ ໃນອິນເດຍຂາດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 81 ຄົນ

ຂົວຂ້າມແມ່ນ້ຳ

ເມື່ອຕອນແລງຂອງວັນອາທິດ ທີ 30 ຕຸລາ 2022 ສໍານັກຂ່າວຕ່າງປະເທດ ໄດ້ລາຍງານຂ່າວວ່າ ຂົວຂ້າມແມ່ນ້ຳມັຊຊູ (Macchu) ທີ່ມີອາຍຸເກືອບ 100 ປີ ໃນເມືອງ ມໍບິ (Morbi) ລັດຄຸຊະຣາດ ຂອງປະເທດອິນເດຍ ໄດ້ຂາດລົງມາ ຂະນະທີ່ມີຜູ້ຄົນຈຳນວນກວ່າ 400 ຄົນກໍາລັງເດີນທາງຂ້າມຂົວ ເປັນເຫດໃຫ້ມີຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນແລ້ວຢ່າງໜ້ອຍ 35 ຄົນຕາມການລາຍງານເບື້ອງຕົ້ນ ຕໍ່ມາໃນເວລາ 21:16 ຂອງມື້ດຽວກັນ ຕາມການລາຍງານສົດຂອງສໍານັກຂ່າວທ້ອງຖິ່ນໄດ້ລະບຸວ່າຍອດຜູ້ເສຍຊີວິດແມ່ນເພີ່ມຂຶ້ນເປັນຈຳນວນຫຼາຍກວ່າ 60 ຄົນ ແລະ ໃນຕອນເຊົ້າຂອງວັນທີ 31 ຕຸລາ ເວລາ 4:00 ໄດ້ມີການອັບເດດຍອດຜູ້ເສຍຊີວິດເພີ່ມຕື່ມເປັນ 81 ຄົນແລ້ວ ພ້ອມນັ້ນມີຜູ້ໄດ້ຮັບບາດເຈັບອີກປະມານກວ່າ 100 ຄົນ.

ຂົວຂ້າມແມ່ນ້ຳ

ທັງນີ້ ໃນຕອນທີ່ຂົວຂາດລົງມາ ມີຄົນອີກຈຳນວນຫຼາຍທີ່ຕິດຢູ່ໃນຊາກຂອງຂົວ ເຊິ່ງໃນຂະນະນີ້ກອງກໍາລັງຮັບມືໄພພິບັດແຫ່ງຊາດຂອງອິນເດຍ ຫຼື National Disaster Response Force ຈຳນວນ 3 ທີມ ແລະ ທີມແພດໝໍແມ່ນໄດ້ຖືກສົ່ງໄປໃຫ້ຄວາມຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດ ແລະ ໄດ້ນຳພາຮ່າງຜູ້ເສຍຊີວິດອອກຈາກສະຖານທີ່ເກີດເຫດແລ້ວ ສ່ວນຜູ້ໄດ້ຮັບບາດເຈັບແມ່ນໄດ້ຖືກສົ່ງຕົວໄປປິ່ນປົວທີ່ໂຮງໝໍແລ້ວ. ຢ່າງໃດກໍຕາມ ຈາກການລາຍງານພົບວ່າຍັງມີຜູ້ສູນຫາຍຢູ່ຈໍານວນຫຼາຍໂດຍເຈົ້າໜ້າທີ່ໄດ້ລະດົມກໍາລັງຄົ້ນຫາກັນຢ່າງເຕັມທີ່.

ຂົວຂ້າມແມ່ນ້ຳ

ທາງດ້ານ ນະເຣນທະຣາ ໂມດີ (Narendra Modi) ນາຍົກລັດຖະມົນຕີຂອງອິນເດຍ ເມື່ອຮູ້ເລື່ອງດັ່ງກ່າວກໍໄດ້ສະແດງຄວາມເສຍໃຈຢ່າງໜັກ ໂດຍໄດ້ລະບຸວ່າ “ໂສກເສົ້າຢ່າງໃຫຍ່ຫຼວງຕໍ່ໂສກກະນາດຕະກໍາຄັ້ງນີ້” ພ້ອມນັ້ນຍັງໄດ້ສັ່ງໃຫ້ເຈົ້າໜ້າທີ່ໃຫ້ການຊ່ວຍເຫຼືອໂດຍດ່ວນ ແລະ ຕິດຕາມສະຖານະການຢ່າງໃກ້ຊິດແລ້ວ.

ຂົວຂ້າມແມ່ນ້ຳ
ຂົວຂ້າມແມ່ນ້ຳ

ໂດຍຂົວຂ້າມແມ່ນ້ຳດັ່ງກ່າວແມ່ນມີຄວາມຍາວເຖິງ 230 ແມັດ ແລະໄດ້ຖືກສ້າງຂຶ້ນມາໃນໄລຍະທີ່ອິນເດຍຕົກເປັນອານານິຄົມຂອງອັງກິດໃນສະຕະວັດທີ 19

ສາມາດເຂົ້າໄປເບິ່ງຄວາມຄືບໜ້າຂອງເຫດການຄັ້ງນີ້ໄດ້ທີ່:

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/