ຣັດເຊຍ ກຳລັງພິຈາລະນາ ໃຊ້ Cryptocurrency ເປັນຊ່ອງທາງຊຳລະເງິນລະຫວ່າງປະເທດ


ຄືທີ່ເຮົາຮູ້ກັນວ່າ ປັດຈຸບັນ ຣັດເຊຍຖືກຂວໍ້າບາດຈາກຫຼາຍໆປະເທດທົ່ວໂລກ ບໍ່ວ່າຈະເປັນ ດ້ານການຄ້າ ເສດຖະກິດຕ່າງໆ ລວມທັງຍັງຖືກຕັດອອກຈາກລະບົບການເງິນຂອງໂລກ ຫຼືວ່າ SWIFT ເຮັດໃຫ້ຣັດເຊຍປະສົບກັບບັນຫາເລື່ອງການຊຳລະເງິນລະຫວ່າງປະເທດຕະຫຼອດມາ.

ຫຼ້າສຸດມີລາຍງານວ່າກະຊວງການເງິນຂອງຣັດເຊຍກຳລັງປຶກສາຫາລືເຖິງຄວາມເປັນໄປໄດ້ທີ່ຈະໃຊ້ Cryptocurrency ໃນການຊຳລະເງິນລະຫວ່າງປະເທດ.

ວັນທີ 27 ພຶດສະພາ 2022 ໄອວານ ຊີບິສຄອຟ (Ivan Chebeskov) ຜູ້ອຳນວຍການຝ່າຍນະໂຍບາຍການເງິນ ຂອງກະຊວງການເງິນປະເທດຣັດເຊຍ ກ່າວວ່າ ການໃຊ້ Crypto ເຊັ່ນ ການເຮັດທຸລະກຳ ແລກປ່ຽນເພື່ອຊຳລະລະຫວ່າງປະເທດ ກຳລັງມີການໂອ້ລົມກັນຢ່າງຈິງຈັງ ເຊິ່ງຫາກວ່າ Crypto ໄດ້ຮັບການຍອມຮັບໃຫ້ເປັນສິນຊັບ ໂດຍຫຼັກການແລ້ວສາມາດໃຊ້ Crypto ແລກປ່ຽນເພື່ອຊຳລະເງິນລະຫວ່າງປະເທດໄດ້ ແລະ ເຫັນສົມຄວນທີ່ຈະປຶກສາຫາລືກັນເຖິງເລື່ອງນີ້.

ໃນເດືອນມັງກອນ ທະນາຄານກາງຣັດເຊຍໄດ້ມີການອອກມາບອກວ່າ ຫ້າມບໍ່ໃຫ້ມີການຂຸດ  ແລະ ຊື້ຂາຍ Crypto ທົ່ວທັງຣັດເຊຍ ດ້ວຍເຫດຜົນ ຄວາມສ່ຽງດ້ານຄວາມປອດໄພທາງດ້ານການເງິນ. ​ແຕ່​ກະຊວງ​ການ​ເງິນ​ໄດ້ຄັດຄ້ານ​ວ່າ ນີ້ອາດ​ຈະ​ທຳລາຍ​ການ​ພັດທະນາ​ອຸດສາຫະກຳ​ເທັກ​ໂນ​ໂລ​ຢີ. ຈົນຕໍ່ມາ ໄດ້ຂໍ້ສະຫຼຸບອອກມາວ່າ ປ່ຽນຈາກການຫ້າມ ເປັນການຄວບຄຸມ ໂດຍຈະອະນຸຍາດໃຫ້ຊື້ຂາຍ Crypto ຜ່ານທະນາຄານຣັດເຊຍ ຫຼື ແພລັດຟອມທີ່ໄດ້ຮັບອະນຸຍາດເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/