“ຈືນໄກ່ ແລະ ເບຍ” ວັດທະນະທຳການກິນດື່ມທີ່ກາຍເປັນເອກະລັກຂອງເກົາຫຼີ


ແຟນໆຊີຣີ້ ຫຼື ແຟນຮູບເງົາເກົາຫຼີ ຫຼາຍຄົນຄົງຈະຄຸ້ນເຄີຍກັນດີກັບສາກກິນອາຫານເກົາຫຼີໃນເລື່ອງ ແລະ ອາຫານທີ່ຈະຖືກນຳອອກມາໃຫ້ເຫັນຫຼາຍ ຄົງຈະໜີບໍ່ພົ້ນຈືນໄກ່ ແລະ ເບຍ. ເຊິ່ງທຸກຄົນຮູ້ບໍ່ວ່າ ສາກເຫຼົ່ານີ້ບໍ່ແມ່ນເລື່ອງບັງເອີນ ຫຼື ຜູ້ກຳກັບພຽງຢາກເພີ່ມສີສັນໃຫ້ກັບຮູບເງົາເທົ່ານັ້ນ ແຕ່ການກະທຳທັງໝົດນີ້ເປັນຄວາມຕັ້ງໃຈຕາມແຜນ ຍຸດທະສາດ ດ້ານເສດຖະກິດ ແບບສ້າງສັນ (Creative Economy) ຂອງປະເທດເກົາຫຼີ ນັ້ນເອງ.

​ເກົາຫຼີ​ໃນ​ສະ​ໄໝ​ກ່ອນ ເມື່ອຕ້ອງການຈະກິນໄກ່ ມັກຈະໃຊ້ວິທີ ນຳໄປຕົ້ມ ຫຼື ເຮັດເປັນແກງ. ແຕ່ວັດທະນະທໍາການກິນຈືນໄກ່ແບບກອບໆນັ້ນ ໄດ້ເລີ່ມເຂົ້າມາໃນເກົາຫຼີ​ພ້ອມ​ກັບ​ທະຫານ​ອາ​ເມ​ຣິ​ກາ​ໃນ​ສົງຄາມ​ເກົາຫຼີ ປີ1950-1953. ​ພາຍຫຼັງ​ສົງຄາມສິ້ນສຸດລົງ ເກົາຫຼີເລີ່ມດຳເນີນການຟື້ນຟູເສດຖະກິດ ວັດທະນະທໍາການກິນໄກ່ແບບຈືນຂອງອາເມຣິກາ ເລີ່ມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຫຼາຍ​ຂຶ້ນ​ ​ແຕ່​ເຖິງ​ແມ່ນ​ວັດທະນະທຳ​ແບບ​ນີ້​ກໍ​ບໍ່​ເປັນ​ເອກະລັກ​ສະ​ເພາະ​ທີ່ໂດດເດັ່ນເຖິງ​ຂະໜາດ​ທີ່​ມີ​ຜົນ​ກະທົບ​ຕໍ່​ຊາດ​ອື່ນ.

ຈົນ​ມາຮອດໄລຍະການແຂ່ງຂັນບານໂລກ ປີ 2002 ທີ່​ຈັດ​ຂຶ້ນ​ຢູ່​ ເກົາຫຼີໃຕ້-ຍີ່​ປຸ່ນ ຈືນໄກ່ເກົາຫຼີໄດ້ກາຍເປັນອາຫານທີ່ນິຍົມ ພ້ອມກັບການກິນກັບເບຍໃນລະຫວ່າງທີ່ເບິ່ງການແຂ່ງຂັນບານເຕະ. ຫຼັງຈາກນັ້ນ, ວັດທະນະທໍາການກິນຈືນໄກ່ ກັບ ເບຍ ຂອງເກົາຫຼີກໍໄດ້ເລີ່ມຕົ້ນ. ໂດຍມີຊື່ເອີ້ນວ່າຊື່ “Chi-Maek” (치맥) ມາຈາກ Chikin (치킨) ເຊິ່ງໝາາຍຄວາມວ່າໄກ່, ແລະ Maekju (맥주) ທີ່ໝາຍຄວາມວ່າເບຍ.

ຫຼັງ​ຈາກ​ປີ 2002​, ບໍ​ລິ​ສັດ BonChon Korean ເຊິ່ງເປັນຮ້ານຂາຍຈືນໄກ່​ເກົາຫຼີ ໄດ້ໄປເປີດສາຂາ ຢູ່ທີ່ປະເທດ ສະຫະລັດອາເມຣິກາ ​. ​ເພື່ອ​ຮອງຮັບຄວາມ​ຕ້ອງການ​ຂອງຊຸມຊົນ​ເກົາຫຼີ ທີ່​​ອາໄສໃນອາ​ເມ​ຣິ​ກາ ກ່ອນທີ່ມັນຈະເປັນທີ່ນິຍົມ ແລະ ຂະຫຍາຍສາຂາໃນທົ່ວອາເມຣິກາ. ແນວໃດກໍຕາມ ວັດທະນະທໍາການກິນໄກ່ເກົາຫຼີ ແລະ ເບຍ ມັນຍັງບໍ່ໄດ້ຖືກຖ່າຍທອດອອກມາຜ່ານ ຊີຣີ້ ຫຼື ຮູບເງົາ ໃນວັດທະນະທຳຮ່ວມສະໄໝຄືທີ່ເຮົາເຫັນໃນປັດຈຸບັນນີ້.

ມາ​ຮອດ​ປີ 2012-2013, ສ.​ເກົາຫຼີ ​ໄດ້​ປະ​ກາດ​ຍຸດ​ທະ​ສາດ​ແຫ່ງ​ຊາດ. ທີ່​ຈະ​ນຳ​ເກົາຫຼີ ເຂົ້າ​ສູ່ “ເສດຖະກິດສ້າງສັນ” (Creative Economy) ເຊິ່ງເຂົ້າສູ່ທຸກມິຕິ ລວມທັງການບັນເທີງ, ອາຫານ, ການຢາ ແລະ ອຸດສາຫະກຳການທ່ອງທ່ຽວ.

ໃນ​ຄວາມ​ເປັນ​ຈິງ ມັນເປັນເລື່ອງຍາກສໍາລັບຄົນທີ່ຈະກິນອາຫານທີ່ແຕກຕ່າງຈາກສິ່ງທີ່ເຂົາເຈົ້າຄຸ້ນເຄີຍ. ​ແລະ ​ເກົາຫຼີ​ກໍ​ບໍ່​ເຫັນ​ວ່າ​ຕ້ອງ​ໄດ້ເອົາອາຫານພື້ນບ້ານ ຫຼື ອາຫານບູຮານຂອງຕົນເອງ ມາພະຍາຍາມຂາຍໃຫ້ຄົນຕ່າງຊາດ. ເກົາຫຼີ ຈຶ່ງຫັນໄປທີ່ວັດທະນະທຳການກິນແບບຮ່ວມສະໄໝຢ່າງ ຈືນໄກ່ ແລະ ເບຍ. ເຊິ່ງສາມາດເຈາະຕະຫຼາດໃນຫຼາຍວັດທະນະທໍາ ເຖິງແມ່ນວ່າພວກເຂົາບໍ່ກິນຊີ້ນງົວ ແລະ ໝູ ກ່ອນ​ທີ່​ຈະ​ເລີ່ມ​ວາງ​ແຜນ​ຍຸດ​ທະ​ສາດ​ໃນ​ການ​ສະ​ແດງ​ວັດ​ທະ​ນະ​ທໍາ​ດັ່ງ​ກ່າວ​ເຂົ້າ​ໄປ​ໃນ​ຮູບ​ເງົາ​ທີ່​ສົ່ງ​ອອກ​ໃນ​ທົ່ວ​ໂລກ​.

ຈືນໄກ່ເກົາຫຼີ ແມ່ນແຕກຕ່າງຈາກຈືນໄກ່ຂອງອາເມຣິກາເຊັ່ນ KFC ຫຼື McDonald ທີ່ມັນເປັນຈືນໄກ່ຄືກັນ. ​ແຕ່​ຈືນໄກ່​ຂອງ​ເກົາຫຼີ​ນັ້ນໄດ້​ປະ​ສົມ​ບາງ​ສິ່ງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ວັດທະນະທຳ​ການ​ກິນ​ຂອງ​ປະ​ເທດ​ຕົນ, ນັ້ນກໍຄື “ຊອສ”. ນ້ຳຊອສທີ່ບໍ່ແມ່ນນ້ຳຊອສໃນແບບທີ່ຈຸ່ມເພື່ອຕັດ ຫຼື ເພີ່ມຣົດຊາດ. ແຕ່ເປັນຊອສທີ່ປະສົມກັບຈືນໄກ່ໂດຍກົງ, ຄ້າຍໆກັບ Buffalo Wing ຂອງອາເມຣິກາ. ແຕ່ຊອສທີ່ເກົາຫຼີໃຊ້ ມັນ​ເປັນ​ຣົດ​ຊາດ​ທີ່​ເກົາ​ຫຼີ​ພາກ​ພູມ​ໃຈ​ທີ່​ຈະ​ນໍາ​ສະ​ເໜີ ນັ້ນກໍຄືຣົດຊາດເຜັດ ທີ່ໄດ້ມາຈາກໝາກເຜັດ ແລະ ພືດທີ່ໃຊ້ໃນກິມຈິ ຫຼື ຊອສຂອງເກົາຫຼີ.

ນອກຈາກນັ້ນ, ຈືນໄກ່ເກົາຫຼີ ຍັງຖືກກິນຄູ່ກັບເຄື່ອງຄຽງຕ່າງໆເຊັ່ນ: ກິມຈິ, ຫົວຜັກກາດດອງ ຫຼື ຜັກທີ່ຕັດຄວາມມັນຂອງໄກ່ໄດ້. ນີ້ເຮັດຈືນໄກ່ຂອງເກົາຫຼີແຕກຕ່າງຈາກຈືນໄກ່ຂອງຕາເວັນຕົກທີ່ມັກກິນກັບຈືນມັນຝຣັ່ງ.

ໃນຂະນະ​ທີ່​ເກົາຫຼີ​ເອງ​ບໍ່​ໄດ້​ຈຳກັດ​ເຄື່ອງດື່ມທີ່ກິນຄູ່ກັບຈືນໄກ່ໄວ້ພຽງ​ແຕ່ “​ເບຍ” ​ແຕ່​ກໍ​ເລີ່​ມນຳ​ເອົາ ເຫຼົ້າຂາວ, ໂຊ​ຈູ ຫຼື ​ເຫຼົ້າ​ເກົາຫຼີ ​ທີ່​ມີ​ຣົດ​ຊາດ​ຕ່າງໆ ເພື່ອເຮັດການຕະຫຼາດໃຫ້ເຂົ້າກັບນັກດື່ມທີ່ເປັນແມ່ຍິງ ທີ່ອາດຈະມັກເຄື່ອງດື່ມແບບເບົາໆ ມີກິ່ນຫອມຂອງໝາກໄມ້ ຫຼື ຫວານເລັກໜ້ອຍ.

ດ້ວຍການອອກແບບ ແລະ ຕໍ່ຍອດ ວັດທະນະທຳໃຫ້ມີຄວາມໂດດເດັ່ນ, ເປັນເອກະລັກ ແລະ ເຂົ້າເຖິງໄດ້ງ່າຍ ໂດຍອາໄສອຸດສາຫະກໍາການບັນເທີງເປັນ ເຄື່ອງມື ເພື່ອສົ່ງອອກວັດທະນະທໍາດັ່ງກ່າວ, ຈືນໄກ່ ແລະ ເບຍ ຂອງເກົາຫຼີ ຈຶ່ງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ແລະ ເປັນພາບຈຳໃຫ້ເຮົາເຫັນໃນທຸກມື້ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/