ໄຂຂໍ້ສົງໄສທີ່ວ່າ ເປັນຫຍັງບາງຄົນສູບຢາມາຕະຫຼອດຊີວິດ ແຕ່ບໍ່ເປັນມະເຮັງປອດເລີຍ?


ຢາສູບ ເອີ້ນໄດ້ວ່າເປັນອີກສິ່ງໜຶ່ງທີ່ມະນຸດທົ່ວໂລກໄດ້ນໍາເອົາມັນມາໃຊ້ເຂົ້າໃນຊີວິດປະຈໍາວັນ ນອກຈາກຈະບໍ່ມີຜົນດີຕໍ່ຮ່າງກາຍແລ້ວ ມັນຍັງສົ່ງຜົນກະທົບຕໍ່ຄົນອ້ອມຂ້າງແລະສິ່ງແວດລ້ອມອີກດ້ວຍ.

ທັງນີ້ ປະຕິເສດບໍ່ໄດ້ເລີຍວ່າການສູບຢາສູບນັ້ນ ນັບໄດ້ວ່າເປັນອີກໜຶ່ງສາເຫດສໍາຄັນທີ່ເຮັດໃຫ້ເກີດໂຣກມະເຮັງ ເພາະຈາກຜົນສໍາຫຼວດພົບວ່າປະມານ 80-90% ຂອງການເສຍຊີວິດດ້ວຍມະເຮັງປອດນັ້ນລ້ວນແລ້ວແຕ່ມີສາເຫດມາຈາກການສູບຢາ.

ຢ່າງໃດກໍດີ ເຊື່ອວ່າຫຼາຍໆ ຄົນອາດຈະເຄີຍພົບກັບກໍລະນີທີ່ວ່າ ມີບຸກຄົນໃກ້ຊິດ ຫຼື ຄົນຮູ້ຈັກທີ່ເຂົາເຈົ້ານັ້ນ ສູບຢາສູບມາຕະຫຼອດຊີວິດ ແຕ່ບໍ່ເປັນມະເຮັງປອດເລີຍ ແລະຈາກປະເດັນນີ້ໄດ້ເຮັດໃຫ້ນັກວິທະຍາສາດຕ່າງໆ ກໍເລີ່ມໃຫ້ຄວມສົນໃຈທີ່ຈະໄຂຂໍ້ສົງໄສໃນກຸ່ມຄົນເຫຼົ່ານີ້.

ເຊັ່ນດຽວກັນກັບຜົນວິໄຈ ຂອງທີມນັກວິໄຈຈາກມະຫາວິທະຍາໄລແພດສາດ Albert Einstein ໃນສະຫະລັດອາເມຣິກາ ທີ່ເມື່ອບໍ່ດົນມານີ້ເຂົາເຈົ້າໄດ້ຄົ້ນພົບວ່າ ບັນດາບຸກຄົນທີ່ສູບຢາມາຕະຫຼອດຊີວິດເຫຼົ່ານີ້ ຫຼາຍຄົນແມ່ນມີຢີນ (ແຊນ) ບາງຕົວທີ່ເຮັດໜ້າທີ່ສ້ອມແປງໄດ້ດີກວ່າຄົນທົ່ວໄປ ເຮັດໃຫ້ເຊລໃນປອດຂອງພວກເຂົາເຫຼົ່ານັ້ນເກືອບຈະບໍ່ມີການກາຍພັນເລີຍ ພ້ອມນັ້ນຍັງຕໍ່ຕ້ານກັບເຊລມະເຮັງໄດ້ດີອີກພ້ອມ.

ເຊິ່ງເຊລດັ່ງກ່າວລ້ວນແຕ່ຈະເຮັດໃຫ້ໂອກາດເປັນມະເຮັງຈາກການສູບຢາສູບຂອງຄົນເຫຼົ່ານີ້ລົດໜ້ອຍລົງຈາກທີ່ມີອັດຕາການເປັນທີ່ສູງ ແລະ ຖ້າຫາກໂຊກດີການສຶກສາຢີນເຫຼົ່ານີ້ກໍອາດຈະນໍາໄປສູ່ທາງຫົນທາງໃໝ່ທີ່ຈະປິ່ນປົວໂຣກມະເຮັງປອດຂອງມະນຸດໄດ້ເລີຍ.

“ຂໍ້ມູນຂອງເຮົາຊີ້ໃຫ້ເຫັນວ່ບຸກຄົນເຫຼົ່ານີ້ອາດມີຊີວິດຢູ່ໄດ້ດົນນານເຖິງວ່າຈະສູບຢາຢ່າງໜັກໜ່ວງ ເພາະພວກເຂົາສາມາດຢຸດຢັ້ງການສະສົມຂອງການກາຍພັນໄດ້ແລະຄວາມສາມາດນີ້ກໍມາຈາກຮ່າງກາຍຂອງພວກເຂົາທີ່ຊ່ຽວຊານໃນການສ້ອມແປງຄວາມເສຍຫາຍແລະລ້າງພິດຄວັນຢາສູບນັ້ນເອງ” Simon Spivack ຜູ້ຊ່ຽວຊານດ້ານພະຍາດທາງປອດ ແລະ ໜຶ່ງໃນທີມວິໄຈໄດ້ກ່າວ.

ເຖິງວ່ານີ້ຈະເປັນຄວາມສາມາດທີ່ໜ້າອັດສະຈັນກໍຕາມ ແຕ່ວ່າມັນກໍບໍ່ແມ່ນມະນຸດທຸກຄົນທີ່ຈະມີຄວາມສາມາດໃນຮູບແບບນີ້ໄດ້ ແລະຕໍ່ໃຫ້ຮ່າງກາຍປ້ອງກັນມະເຮັງປອດໄດ້ດີ ຢາສູບນັ້ນກໍຍັງມີສົ່ງຜົນເສຍໃນທາງອື່ນໆ ຢູ່ດີ. ດັ່ງນັ້ນ ການຫຼີກເວັ້ນ ແລະ ບໍ່ສູບຢາຕັ້ງແຕ່ຕົ້ນແມ່ນຈະເປັນທາງເລືອກທີ່ດີທີ່ສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/