Real Madrid ປາບ Liverpool ຄວ້າແຊ້ມ UCL ເປັນສະໄໝທີ 14 ຫຼາຍທີ່ສຸດໃນປະຫວັດສາດບານເຕະ


ຈົບລົງໄປແລ້ວກັບການແຂ່ງຂັນ ຢູຟ່າ ແຊ້ມປ້ຽນລີກ ທີ່ສະໜາມ ສະຕາດ ເດີຟຣັອງ ປະເທດ ຝຣັ່ງ ໂດຍເປັນທາງ ຣາຊາ ຊຸດຂາວ ເຣອັນ ມາດຣິດ ທີ່ສາມາດ ເອົາຊະນະ ລິເວີ້ ພູລ ໄປໄດ້ດ້ວຍຜົນສະກໍ 1 ປະຕູຕໍ່ 0 ເຊິ່ງເປັນການເຮັດປະຕູຂອງ ວິນິຊິອຸສ ຈູເນຍ ປີກຄວາມໄວສູງ ຊາວ ບຣາຊິວ.

ໂດຍ ທັງສອງທີມນີ້ເຄີຍພົບກັນໃນນັດຊິງ ຢູຟ່າ ແຊ້ມປ້ຽນລີກ ມາແລ້ວ 2 ເທື່ອ ໃນປີ 1981 ເປັນທາາງຂອງ ລິເວີ້ພູລ ທີ່ເອົາຊະນະໄປໄດ້ ແລະ ໃນປີ 2018 ເປັນຝ່າຍຂອງ ເຣອັນ ມາດຣິດ ທີ່ສາມາດເອົາຊະນະໄປໄດ້.

ເກມນັດນີ້ ຖືເປັນເກມລ້າງຕາ ເມື່ອປີ 2018 ທີ່ທັງສອງທີມນີ້ໄດ້ພົບກັນໃນນັດຊິງຊະນະເລີດ. ໂດຍເກມນັ້ນ ກໍເປັນທາງ ເຣອັນ ມາດຣິດ ທີ່ສາມາດເອົາຊະນະໄປໄດ້ 3 ປະຕູຕໍ່ 1. ແລະ ເບິ່ງຄືວ່າ ຈະເປັນທາງຂອງ ລິເວີ້ ພູລ ທີ່ຖືກເບິ່ງວ່າມີຄວາມກະຫາຍຢາກ ແລະ ຈະສາມາດລ້າງແຄ້ນໄດ້ສຳເລັດ ໂດຍສະເພາະແມ່ນ ໂມຮາເມັດ ຊາຣ່າ ປີກ ຊາວ ອີຢິບ ຂອງ ລິເວີ້ ພູລ ທີ່ເອີ່ຍປາກບອກວ່າ ຢາກພົບກັບ ເຣອັນ ມາດຣິດ ໃນນັດຊິງ ເພາະຈະໄດ້ລ້າງແຄ້ນ ເມື່ອປີ 2018 ທີ່ໃນເກມ ນັ້ນ ຊາຣ່າໄດ້ຮັບອາການບາດເຈັບຕັ້ງແຕ່ຕົ້ນເກມ ຈົນບໍ່ສາມາດຫຼິ້ນຊ່ວຍທີມໄດ້.

ເລີ່ມເກມມາ 30 ນາທີທຳອິດ ເປັນທາງຂອງ ລິເວີ້ ພູລ ທີ່ເຮັດໄດ້ດີກ່ອນ ໂດຍມີໂອກາດ ຍິງຂຶ້ນນຳໄປຫຼາຍເທື່ອ ແຕ່ສຸດທ້າຍກໍຖືກ ຕິບົວ ກຸຕົວ ນັກຮັບມືກາວ ຊາວ ເບວຢຽມ ຂອງ ເຣອັນ ມາດຣິດ ປະຕິເສດປະຕູໄປຕະຫຼອດ.

ພໍມາຮອດ 5 ນາທີ ສຸດທ້າຍຂອງເຄິ່ງເວລາທຳອິດ ສະຖານະການພິກກັບມາເປັນຝ່າຍຂອງ ເຣອັນ ມາດຣິດ ທີ່ເຮັດເກມບຸກໃສ່ຄືນ ແຖມຍັງມີຈັງຫວະທີ່ເຮັດໃຫ້ແຟນບານ ລິເວີ້ ພູລ ລຸ້ນກັນໃຈເກືອບວາຍ. ໂດຍເປັນຈັງຫວະທີ່ ຄາຣິມ ເບນເຊມາ ກອງໜ້າຂອງ ເຣອັນ ມາດຣິດ ຍິງເຂົ້າປະຕູໄປແລ້ວ ແຕ່ສຸດທ້າຍຖືກຈັບລ້ຳໜ້າ. ເຮັດໃຫ້ຈົບເວລາເຄິ່ງທຳອິດ ໄປດ້ວຍສະກໍ 0 ປະຕູຕໍ່ 0.

ສ່ວນເຄິ່ງເວລາທີສອງ ເລີ່ມມາໄດ້ພຽງ 14 ນາທີເທົ່ານັ້ນ ເຣອັນ ມາດຣິດ ກໍມາໄດ້ປະຕູຂຶ້ນນຳຈາກການຍິງປະຕູ ຂອງ ວິນິຊິອຸສ ຈູເນຍ ໃນນາທີ 59 ແລະ ປະຕູນີ້ ກໍເປັນປະຕູໄຊ ສົ່ງໃຫ້ ເຣອັນມາດຣິດ  ຄວ້າແຊ້ມ ຫູໃຫຍ່ ສະໄໝທີ 14 ຂອງຕົນເອງໄປຄອງໄດ້.

ໜຶ່ງຄົນທີ່ໂດດເດັ່ນ ແລະ ເຮັດຜົນງານໄດ້ດີ ກໍຄົງຈະແມ່ນ ຕິບົວ ກູຕົວ ນັກຮັບ ຂອງເຣອັນ ມາດຣິດ ແລະ ຖ້າຈະເວົ້າວ່າ “ຖ້າເຣອັນ ມາດຣິດ ບໍ່ມີນັກຮັບ ຄົນນີ້ ເຣອັນ ມາດຣິດໃນປີນີ້ ບໍ່ມີທາງໄດ້ແຊ້ມ” ກໍຄົງຈະບໍ່ເປັນຄຳເວົ້າທີ່ເກີນຈິງເລີຍ ເພາະຫຼັງຈາກທີ່ຂຶ້ນນຳ ທາງຝັ່ງຂອງ ລິເວີ້ ພູລ ກໍບຸກຢ່າງໜັກ ແລະ ມີໂອກາດຍິງອີກຫຼາຍເທື່ອ ແຕ່ທຸກເທື່ອກໍເປັນນັັກຮັບຄົນນີ້ ທີ່ຊ່ວຍປ້ອງກັນເອົາໄວ້. ​ຫຼັງຈົບເກມ ລາວໄດ້ຮັບ ຮາງວັນ ນັກເຕະດີເດັ່ນ ປະຈຳນັດຊິງນັດນີ້ ອີກນຳ.

ໄຊຊະນະໃນນັດນີ້ຂອງ ເຣອັນ ມາດຣິດ ຍັງສົ່ງຜົນໃຫ້ ຄາໂຣ ອັນເຊລັອດຕິ ກາຍເປັນຄູຝຶກຄົນທຳອິດ ທີ່ສາມາດຄວ້າແຊ້ມ ລາຍກາຍນີ້ ໄດ້ 4 ສະໄໝ ຫຼາຍທີ່ສຸດໃນປະຫວັດສາດ ໂດຍແບ່ງອອກເປັນ 2 ເທື່ອ ກັບອິນເຕີ ມິລານ ເມື່ອ 2003 ແລະ 2007, ອີກ 2 ເທື່ອ ແມ່ນເຮັດໄດ້ກັບ ເຣອັນ ມາດຣິດ ໃນປີ 2014 ແລະ 2022 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/