ທ່ານ ທອງລຸນ ເປັນກຽດເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ


ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 27 ໃນຮູບແບບກອງປະຊຸມທາງໄກ, ພາຍ ໃຕ້ຫົວຂໍ້: “ບົດບາດໃໝ່ຂອງອາຊີ ໃນໂລກທີ່ແບ່ງຂົ້ວ (Redefining Asia’s role in a divided world)”, ຈັດຂຶ້ນໂດຍ ສໍານັກຂ່າວໜັງສືພິມເສດຖະກິດຍີ່ປຸ່ນ (NIKKEI), ໃນວັນທີ 26-27 ພຶດສະພາ 2022, ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ໂດຍມີການນຳ, ອະດີດການນຳຂອງບັນດາປະເທດໃນພາກພື້ນອາຊີ ກໍຄື ຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສື່ມວນຊົນ ແລະ ນັກຄົ້ນຄວ້າ ເຂົ້າຮ່ວມ ເພື່ອແລກປ່ຽນທັດສະນະຕໍ່ກັບສະພາບການທີ່ເກີດຂຶ້ນໃນປັດຈຸບັນ ແລະ ຊຸກຍູ້ບົດບາດຂອງອາຊີ ຕໍ່ໂລກຄືແນວໃດ ດ້ວຍເປົ້າໝາຍອັນດຽວກັນ ແລະ ສອດຄ່ອງກັນ.

ໃນກອງປະຊຸມຄັ້ງນີ້, ທ່ານປະທານປະ ເທດໄດ້ກ່າວປາໄສຜ່ານສື່ອີເລັກໂທຣນິກ (Online) ເຊິ່ງມີເນື້ອໃນສ່ອງແສງໃຫ້ເຫັນເຖິງ ສະພາບການປັດຈຸບັນ ທີ່ໂລກກຳລັງປະເຊີນກັບຄວາມຫຍຸ້ງຍາກ, ສັບສົນ, ຄວາມຂັດແຍ້ງ, ແບ່ງຂົ້ວ ເຊິ່ງສະພາບການທີ່ທ້າທາຍດັ່ງກ່າວ ມັນຮຽກຮ້ອງໃຫ້ປະຊາຄົມໂລກ ກໍຄື ພາກພື້ນອາຊີ ໃນຖານະເປັນຫົວຈັກຂັບເຄື່ອນທີ່ສຳຄັນ ຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ, ທັງເປັນຜູ້ລິເລີ່ມສ້າງຕັ້ງຫຼາຍກົນໄກການຮ່ວມມືໃໝ່ທີ່ກວ້າງຂວາງ ແລະ ຮອບດ້ານ ຄວນສືບຕໍ່ຍົກສູງບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍດັ່ງກ່າວ ແນໃສ່ເພື່ອປົກປ້ອງ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ, ເຄົາລົບເຊິ່ງກັນ ແລະ ກັນ, ສ້າງສັນພ້ອມທັງສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ, ການເຊື່ອມໂຍງ, ການເຊື່ອມຈອດ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ພ້ອມກັນນີ້, ທ່ານປະທານປະເທດ ກໍໄດ້ຍົກໃຫ້ເຫັນວ່າອາຊີ ຄວນສືບຕໍ່ຮ່ວມແຮງຮ່ວມໃຈກັນ ໃນການເພີ່ມທະວີການຮ່ວມມື ແລະ ຄວາມພະຍາຍາມໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ ດ້ວຍການແກ້ໄຂບັນຫາຂໍ້ຂັດແຍ້ງຕ່າງໆໂດຍສັນຕິວິທີ ໂດຍຜ່ານການເຈລະຈາ ແລະ ປຶກສາຫາລືແບບສ້າງສັນບົນພື້ນຖານຂອງການເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງສືບຕໍ່ຮ່ວມມືກັນຟື້ນຟູສະພາບເສດຖະກິດ-ສັງຄົມ ອັນເນື່ອງມາຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທ່ານໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຕໍ່ປະເທດເພື່ອນມິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ວ່າອະນາຄົດຂອງອາຊີ ລວມຄັ້ງນີ້ເປັນຄັ້ງທີ 6, ນັບແຕ່ເຄີຍດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ເຊິ່ງການປາໄສຂອງທ່ານແຕ່ລະຄັ້ງ ໄດ້ສະແດງໃຫ້ເຫັນເຖິງວິໄສທັດທີ່ສອດຄ່ອງກັບສະພາບການຕົວຈິງ ແລະ ປິ່ນອ້ອມຫົວຂໍ້ຂອງກອງປະຊຸມໃນແຕ່ລະຄັ້ງ.

 ພ້ອມນີ້, ຍັງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ກວ້າງຂວາງແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ.

ຂອບໃຈຂໍ້ມູນຈາກ: https://cutt.ly/1Jw1BrU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/