ຊວນຮູ້ທີ່ໄປທີ່ມາຂອງເພງ “ວໍ ເອ໊ະ ເອ໊ະ” ທີ່ຕິດຫູຫຼາຍໆຄົນໃນຂະນະນີ້


ເຊື່ອວ່າໃນໄລຍະອາທິດທີ່ຜ່ານມາ ຫຼາຍໆຄົນຕ້ອງເຄີຍໄດ້ຍິນປະໂຫຍກນີ້ໃນເພງແນວ EDM ທີ່ຮ້ອງວ່າ “ໂອເຄ ອາຢູເຣດີ້? ວໍ ເອ໊ະ ເອ໊ະ ເອ໊ະ ເອ໊ະ ເອ໊ະ ເອ໊ະ” ມາແລ້ວຢ່າງແນ່ນອນ ເພາະບໍ່ວ່າຈະໄປທາງໃດຢ່າງໜ້ອຍກໍຕ້ອງເຫັນຄົນເປີດແຕ່ເພງນີ້.

ທັງນີ້ ຄິດວ່າຫຼາຍໆຄົນໜ້າຈະບໍ່ຮູ້ຈັກທີ່ໄປທີ່ມາຂອງປະໂຫຍກຄຸ້ນໆນີ້ເທື່ອ ເຊິ່ງມື້ນີ້ເຮົາຈະພາໄປຮູ້ຈັກກັບຕົ້ນສະບັບເພງນີ້ນໍາກັນ.

ໂດຍຊື່ຂອງເພງທີ່ໄດ້ກ່າວມາຂ້າງເທິງນັ້ນ ຕົ້ນສະບັບແມ່ນມີຊື່ວ່າ Letih ເຊິ່ງມັນກໍໄດ້ຖືກ Edu Sitepu XDS ຜູ້ທີ່ເປັນດີເຈຊາວອິນໂດເນເຊຍເອົາມາດັດແຕ່ງ ແລະ ຖືກປ່ອຍອອກມາໃຫ້ຟັງຄັ້ງທໍອິດໃນເດືອນກໍລະກົດປີ 2021 ຢ່າງໃດກໍດີມາຮອດປັດຈຸບັນນີ້ວີດີໂອຂອງເພງນີ້ໄດ້ຖືກລຶບອອກໄປແລ້ວ.

ຕໍ່ມາທາງດີເຈ Edu Sitepu ກໍໄດ້ປ່ອຍເພງ Leith ອອກມາໃໝ່ໂດຍເປັນ Playlist ທີ່ມີຫຼາຍໆ ເວີຊັ່ນ ເຊິ່ງທຸກເວີຊັ່ນນັ້ນຈະມີຄໍາວ່າ “ວໍເອ໊ະໆໆໆໆ” ດັ່ງທີ່ເຮົາຄຸ້ນຫູປະກອບຢູ່ນໍາ.

ເພງນີ້ໄດ້ກາຍເປັນກະແສແລະໄດ້ຮັບຄວາມນິຍົມຢ່າງໄວວາ ດ້ວຍຈັງຫວະຂອງເພງທີ່ມີຄວາມກວນໆ ແລະເຮັດໃຫ້ຊວນເຕັ້ນຕະຫຼອດ ບວກກັບຄຳຮ້ອງທີ່ເປັນເອກະລັກຢ່າງ “ວໍເອ໊ະໆໆໆໆ” ເຮັດໃຫ້ຊ່ອງ YouTube ຈຳນວນຫຼາຍຊ່ອງໄດ້ນຳເພງດັ່ງກ່າວໄປເຮັດການຣີມິກໃໝ່ໃນເວີຊັ່ນຕ່າງ ແລະ ສິ່ງທີ່ຂາດບໍ່ໄດ້ໃນແຕ່ລະເວີຊັ່ນນັ້ນກໍຄືຄໍາວ່າ ວໍເອ໊ະໆໆໆໆ” ນັ້ນເອງ.

ບໍ່ຈັກເດືອນກ່ອນໜ້ານີ້ ເພງນີ້ກໍໄດ້ດັງຂ້າມມາປະເທດເພື່ອນບ້ານຂອງເຮົາຢ່າງໄທ ເຊິ່ງຄົນທີ່ນໍາເຂົ້າເກືອບຈະເປັນຄົນທໍາອິດ ແລະເປັນຕົ້ນສະບັບທີ່ເຮັດໃຫ້ເພງນີ້ໂດ່ງດັງແລະເປັນທີ່ກ່າວເຖິງໃນໂລກ TikTok ນັ້ນກໍຄືວົງດົນຕີ ໄມ້ເລື້ອຍແບນດ໌ (ไม้เลื้อยแบนด์ ) ຈາກຊ່ອງ YouTube  ไม้เลื้อย เรคคอร์ด Channel วงไม้เลื้อยแบนด์.

ໂດຍສາເຫດຂອງຄວາມໂດ່ງດັງນັ້ນ ເພາະວ່າວົງນີ້ໄດ້ນໍາເພງ Letih ມາຣິມິກໃໝ່ໄດ້ເປັກເອກະລັກກວ່າຕົ້ນສະບັບ ຍ້ອນວ່າທາງວົງໄດ້ເຮັດການຮ້ອງສົດ ແລະ ຍັງໄດ້ມີການເພີ່ມເພງ How You Like That ຂອງ Girl group ຊື່ດັງຢ່າງ BLACKPINK ມາປະກອບຮ້ອງລວມນຳກັນ ທີ່ເຮັດໃຫ້ໃຜຫຼາຍໆ ຄົນເມື່ອໄດ້ຍິນເພງນີ້ຕ້ອງມີອາການຢາກເຕັ້ນເລີຍກໍວ່າໄດ້ ເຊິ່ງຄວາມນິຍົມຂອງເວີຊັ່ນນີ້ແມ່ນກາຣັນຕີຈາກຍອດຮັບຊົມໃນ YouTube ກວ່າ 6 ລ້ານຄັ້ງ.

ສາມາດຮັບຊົມ “ວໍເອ໊ະໆໆໆໆ” ເວີຊັ່ນ ວົງໄມ້ເລື້ອຍແບນດ໌ ໄດ້ທີ່: https://cutt.ly/rH5SHJO

ຈາກນັ້ນ ໃນໄລຍະກາງເດືອນພຶດສະພາ 2022 ທີ່ຜ່ານມາ ໄດ້ມີເຈົ້າຂອງບັນຊີ TikTok @Kanvela14 ໄດ້ນໍາເອົາເພງ Letih ເວີຊັ່ນຂອງວົງໄມ້ເລື້ອຍແບນດ໌ມາຮ້ອງອີກຄັ້ງ ເຊິ່ງມັນໄດ້ສ້າງປາກົດການຮິດຕິດຫູໄປທົ່ວອິນເຕີເນັດ ແລະ ວິດີໂອດັ່ງກ່າວກໍມີຄົນເຂົ້າໄປເບິ່ງແລ້ວກວ່າ 23 ລ້ານຄັ້ງ ແລະ ມີຍອດການກົດຖືກໃຈອີກກວ່າ 2.2 ລ້ານຄັ້ງ. ນອກຈາກນີ້ ຍັງມີຄົນເອົາສຽງເພງນີ້ໄປໃຊ້ກວ່າໝື່ນຄັ້ງເລີຍ.

ສໍາລັບເວີຊັ່ນ TikTok ຮັບຊົມໄດ້ທີ່: https://cutt.ly/XH5S349

ແລະມັນກໍດັງມາຮອດໂຊຊຽວມີເດຍຕ່າງໆ ໃນປະເທດລາວເຮົານໍາ ເພາະບໍ່ວ່າຈະໄປທາງໃດຢ່າງໜ້ອຍເຮົາກໍຕ້ອງເຄີຍໄດ້ຍິນໝູ່ຫຼືຄົນຮູ້ຈັກຮ້ອງເພງ ຫຼື ຫຼີ້ນມຸກຕະຫຼົກ ທີ່ມີຄຳວ່າ ວໍເອ໊ະໆໆໆໆ” ມາແລ້ວຢ່າງແນ່ນອນ.

ທີ່ມາ: https://cutt.ly/7H5SkJd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/