ປີລະເທື່ອພາດບໍ່ໄດ້! ແຟນບານ Liverpool ພາລູກໂຕນຮຽນໄປເບິ່ງນັດຊິງຊະນະເລີດ UCL ທີ່ປະເທດ ຝຣັ່ງ


ໃນທີ່ສຸດກໍເດີນທາງມາຮອດແລ້ວ ກັບນັດຊິງຊະນະເລີດ UEFA Champions League ທີ່ເປັນການດວນກັນລະຫວ່າງ ສະໂມສອນ Liverpool ຮອງແຊ້ມຈາກ ພຣີເມຍລີກ ແລະ ສະໂມສອນ Real Madrid ແຊ້ມຈາກ ລາລີກາ. ເຊິ່ງນັດນີ້ຈະເປັນການຕັດສິນ ວ່າປີນີ້ ສະໂມສອນໃດຈະເປັນຜູ້ຈັບຂັນຫູໃຫຍ່ໃບນີ້.

ສະນັ້ນ ແຟນບານຂອງທັງສອງຝັ່ງຈຶ່ງພາດບໍ່ໄດ້ ກັບເກມນັດນີ້ ເຊັ່ນດຽວກັນກັບ ແຟນບານ Liverpool ຄົນນີ້ ທີ່ລົງທຶນພາລູກໂຕນຮຽນໄປເບິ່ງການແຂ່ງຂັນ ທີ່ປະເທດຝຣັ່ງ.

ເຊິ່ງເລື່ອງມັນມີຢູ່ວ່າ ເຊົ້າວັນທີ 26 ພຶດສະພາ 2022 ທາງນາຍຄູປະຈຳໂຮງຮຽນໃນອັງກິດແຫ່ງໜຶ່ງ ໄດ້ສົ່ງຂໍ້ຄວາມໄປຫາ  ເທຈ ເຮີສຕັດ  (Tage Herstad) ເຈົ້າຂອງຮ້ານ Tagy Bar ວ່າເປັນຫຍັງລູກຊາຍເຈົ້າຄືບໍ່ໄປໂຮງຮຽນ.

ຄຳຕອບທີ່ໄດ້ ກໍຄື: “ຖືກຕ້ອງແລ້ວ, ເພາະລາວ (ລູກຊາຍ) ກຳລັງເດີນທາງໄປ ປາຣີສ ກັບພໍ່ຂອງລາວ ພ້ອມກັບ ໝູ່ທີ່ນິດໄສບໍ່ດີຂອງພໍ່ ເພື່ອຮ່ວມເຊຍ Liverpool ໃຫ້ຄວ້າແຊ້ມປ້ຽນລີກ ໃນປີນີ້ໃຫ້ໄດ້. ລູກຊາຍຂ້ອຍຫວັງວ່າຈະກັບໄປພ້ອມກັບ ຂັນຫູໃຫຍ່ ສະໄໝທີ 7” ເທຈ ຕອບກັບນາຍຄູ ພ້ອມກັບສົ່ງຮູບ ລູກຊາຍທີ່ໄດ້ຢູ່ນຳລາວທີ່ ປາຣີສ.

ສຳລັບ ນັດຊິງຊະນະເລີດ ແມ່ນຈະເລີ່ມ Kick off ໃນຕອນເດິກ ມື້ນີ້ ເວລາ 2:00. ເຊິ່ງມື້ນີ້ເຮົາຈະໄດ້ຮູ້ກັນວ່າ ຈະເປັນທາງ ລາຊາຊຸດຂາວ ທີ່ຈະສາມາດຄວ້າແຊ້ມສະໄໝທີ 14 ຫຼື ຈະເປັນທາງ ຫົງແດງ ທີ່ຈະສາມາດຄວ້າແຊ້ມໄປເປັນສະໄໝທີ 7 ຂອງຕົນເອງໄດ້.

      ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/