ປີຊວຍ! ສະຖິຕິເຜີຍ ປີ 2022 ນີ້ Hacker ສາມາດ ແຮັກເອົາ Cryptocurrency ໄດ້ແລ້ວ ກວ່າ 1.4 ພັນລ້ານໂດລາ

Cryptocurrency

ໃນປີ 2022 ນີ້ ເອີ້ນໄດ້ວ່າ ເປັນປີທີ່ບໍ່ໜ້າຈົດຈຳປານໃດ ກັບຕະຫຼາດ Cryptocurrency ເພາະນອກຈາກຈະເປັນປີທີ່ຢູ່ໃນພາວະຂາລົງຂອງຕະຫຼາດ ແລະ ຍັງມີຂ່າວເສຍຫາຍກ່ຽວກັບວົງການອີກຫຼາຍຢ່າງ ບໍ່ວ່າຈະເປັນ ການໃຊ້ Crypto ໃນການຟອກເງິນ ແລະ ຂ່າວການແຮັກເອົາເງິນ ສ້າງຄວາມເສຍຫຼາຍຢ່າງມະຫາສານ.

ຫຼ້າສຸດ ມີຕົວເລກອອກມາວ່າ ນັບແຕ່ເດືອນ ມັງກອນ ປີ 2022 ມາຮອດປັດຈຸບັນນີ້ ແຮັກເກີ້ ສາມາດແຮັກເອົາ Crypto ອອກໄປໄດ້ແລ້ວ ມູນຄ່າລວມກັນກວ່າ 1.4 ພັນລ້ານ ໂດລາ. ຕົວຢ່າງເຊັ່ນ ໃນເດືອນ ມິຖຸນາ Horizon bridge ຖືກແຮັກ ສູນເສຍໄປກວ່າ 100 ລ້ານໂດລາ, ການແຮັກ Nomad Bridge ທີ່ສູນເສຍໄປ 190 ລ້ານໂດລາ ແລະ ການແຮັກຄັ້ງໃຫຍ່ທີິ່ສຸດໃນປະຫວັດສາດ Crypto ກໍຄື ການແຮັກ Ronin ທີ່ຕອນນັ້ນ ສູນເສຍໄປກວ່າ 615 ລ້ານໂດລາ.

Cryptocurrency

ບໍລິສັດ ວິເຄາະຂໍ້ມູນ ກ່ຽວກັບ Blockchain Chainalysis ເປີດເຜີຍວ່າ ເປົ້າໝາຍສ່ວນໃຫຍ່ທີ່ບັນດາແຮັກເກີ້ເລືອກທີ່ຈະໂຈມຕີສ່ວນຫຼາຍແມ່ນ Cryptocurrency bridges ເຊິ່ງເປັນ Software ປະເພດໜຶ່ງ ທີ່ໃຊ້ໄວ້ເພື່ອເຊື່ອມຕໍ່ເຄືອຂ່າຍຕ່າງໆເຂົ້າຫາກັນ ເພື່ອອຳນວຍຄວາມສະດວກ ໃນການຊື້ຂາຍແລກປ່ຽນ Cryptocurrency ໃຫ້ມີຄວາມສະດວກວ່ອງໄວຂຶ້ນ.

Cryptocurrency

ທອມ ລັອບບິນຊັນ (Tom Robinson) ຜູ້ຮ່ວມກໍ່ຕັ້ງ ແລະ ຫົວໜ້ານັກວິທະຍາສາດ ຂອງ Elliptic ບໍລິສັດ ວິເຄາະກ່ຽວກັບ Blockchain ແລະ Cryptocurrency ກ່າວວ່າ:  “Blockchain bridges ໄດ້ກາຍເປັນເປົ້າໝາຍສຳຄັນຂອງຜູ້ກໍ່ອາຊະຍາກຳທາງໄຊເບີ້ ເພາະດ້ວຍສິນຊັບ Crypto ທີ່ມີມູນຄ່າຫຼາຍພັນລ້ານໂດລາ ຖືກລັອກໄວ້ທາງໃນນັ້ນ ໂດຍແຮັກເກີ້ໄດ້ໂຈມຕີບັນດາ Bridge ເຫຼົ່ານີ້ດ້ວຍວິທີຕ່າງໆ ແລະ ບົ່ງບອກວ່າລະດັບຄວາມປອດໄພຂອງພວກເຂົາຍັງນຳບໍ່ທັນກັບມູນຄ່າອັນມະຫາສານຂອງ Crypto ທີ່ພວກເຂົາຖືຢູ່”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ