ສາຍຂຽວ (ມັດຊະ) ຮູ້ໄວ້! ຜົນວິໄຈຈາກຍີ່ປຸ່ນລະບຸວ່າ “ມັດຊະ” ມີຄຸນສົມບັດເພີ່ມການຮັບຮູ້ທາງສັງຄົມ ພ້ອມກັບເພີ່ມຄຸນະພາບໃນການນອນ

ມັດຊະ

ເຊື່ອວ່າ “ມັດຊະ (Matcha)” ນັ້ນເອີ້ນໄດ້ວ່າເປັນສິ່ງທີ່ຫຼາຍໆຄົນມັກ ເພາະດ້ວຍຄວາມທີ່ເປັນເອກະລັກຂອງມັດຊະທີ່ມີກິ່ນຫອມສະເພາະຕົວ ບວກກັບຣົດຊາດທີ່ນຸ້ມນວນ ເຮັດໃຫ້ຫຼາຍປີມານີ້ເຮົາຈະສັງເກດເຫັນວ່າເມນູຂອງຫວານຫຼາຍໆເມນູ ຫຼືເມນູປະຍຸກຕ່າງໆ ມັກຈະມີມັດຊະເປັນສ່ວນປະກອບຢູ່ສະເໝີ ດັ່ງນັ້ນກໍບໍ່ຕ້ອງແປກໃຈທີ່ມັນເປັນທີ່ນິຍົມໄປທົ່ວໂລກ.

ມັດຊະ

ນອກຈາກນີ້ແລ້ວ ມັດຊະຍັງມີຄຸນສົມບັດພິເສດທີ່ເຮັດໃຫ້ເຮົາຄາດບໍ່ເຖິງເລີຍກໍມີ ເພາະຫຼ້າສຸດນີ້ບໍລິສັດຜະລິດຕະພັນຈາກຊາຊຽວຢ່າງ Ito En ແລະ MCBI ບໍລິສັດວິໄຈທາງການແພດ ທີ່ກໍ່ຕັ້ງໂດຍມະຫາວິທະຍາໄລສຶຄຸບະ (Tsukuba) ໄດ້ເປີດເຜີຍຜົນງານວິໄຈໂດຍລະບຸວ່າ “ມັດຊະ” ມີຄຸນສົມບັດເພີ່ມການຮັບຮູ້ທາງສັງຄົມ ແລະຊ່ວຍປັບປຸງຄຸນະພາບໃນການນອນຫຼັບໄດ້ດີອີກດ້ວຍ.

ນັກວິທະຍາສາດຂອງມະຫາວິທະຍາໄລສຶຄຸບະໄດ້ຮັບຂໍ້ມູນຊຸດນີ້ມາຈາກການທົດລອງທາງຄລີນິກເປັນເວລາໜຶ່ງປີ ໂດຍເປັນການທົດສອບຜົນກະທົບຂອງການບໍລິໂພກມັດຊະໃນແຕ່ລະມື້ຢ່າງຕໍ່ເນື່ອງ ແລະກຸ່ມອາສາສະໝັກທີ່ເຮັດການທົດສອບຄັ້ງນີ້ມີຈໍານວນ 939 ຄົນ ເຊິ່ງເປັນຊາຍແລະຍິງສູງອາຍຸທີ່ມີຕັ້ງແຕ່ 60-85 ປີ.

ມັດຊະ

ເຊິ່ງອາສາສະໝັກຈະແບ່ງເປັນ 2 ກຸ່ມຄື ກຸ່ມທຳອິດທີ່ໄດ້ຮັບແຄັບຊູນມັດຊະຈໍານວນ 2 ກຣາມຕໍ່ມື້ ໃນຂະນະທີ່ອີກກຸ່ມແມ່ນຈະໄດ້ຮັບ ຢາ Placebo.

ພວກເຂົາພົບວ່າອາສາສະໝັກກຸ່ມທີ່ໄດ້ຮັບແຄັບຊູນມັດຊະຈະສະແດງການຮັບຮູ້ທາງສັງຄົມທີ່ດີຂຶ້ນ ໃນການປະເມີນດ້ວຍການທົດສອບ ໂດຍສະເພາະຢ່າງຍິ່ງແມ່ນຄວາມແນ່ນອນໃນການຮັບຮູ້ອາລົມທີ່ສະແດງອອກທາງສີໜ້າ ພ້ອມນີ້ຍັງພົບອີກວ່າກຸ່ມມັດຊະຍັງມີຄຸນະພາບໃນການນອນຫຼັບທີ່ດີຂຶ້ນອີກພ້ອມ ເມື່ອທຽບກັບກຸ່ມທີ່ໄດ້ຮັບຢາ Placebo.

ມັດຊະ

ແລະການຄົ້ນພົບທີ່ໜ້າສົນໃຈນີ້ ເຮັດໃຫ້ທີມວິໄຈວາງແຜນທີ່ຈະນໍາສະເໜີຜົນວິໄຈນີ້ພາຍໃນການປະຊຸມນານາຊາດຂອງສະມາຄົມອັລໄຊເມີທີ່ຈະຈັດຂຶ້ນໃນເດືອນນີ້ທີ່ຊານດິເອໂກ (San Diego) ປະເທດສະຫະລັດອາເມຣິກາ.

ເມື່ອຮູ້ແບບນີ້ແລ້ວຄືຈະປະຕິເສດບໍ່ໄດ້ເລີຍວ່າ ຜົນວິໄຈນີ້ມັນເປັນເຫດຜົນທີ່ດີທີ່ເຮົາຈະດື່ມຫຼືກິນມັດຊະເພື່ອປະໂຫຍດຂອງສຸຂະພາບຮ່າງກາຍເຮົາ. 

ມັດຊະ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ