Bill Gates ບອກວ່າ NFT ແລະ Cryptocurrency ນັ້ນ ມີແຕ່ຄົນໂງ່ຊື້ ແລ້ວຂາຍໃຫ້ຄົນທີ່ໂງ່ກວ່າ


ທ່າມກາງຄວາມປັ່ນປ່ວນຂອງຕະຫຼາດ Cryptocurrency ໃນໄລຍະນີ້ ບວກກັບຫຼາຍໆຫຼຽນທີ່ພາກັນລາຄາຕົກກັນຢ່າງພ້ອມໜ້າ ເຮັດໃຫ້ນັກລົງທຶນ ແລະ ນັກວິຈານອອກມາສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ຢ່າງຫຼວງຫຼາຍ ລວມທັງ ບິວເກດ ມະຫາເສດຖີ ອັນດັບຕົ້ນໆຂອງໂລກ ເຈົ້າຂອງບໍລິສັດ Microsoft ອອກມາກ່າວເຖິງ NFT ແລະ Cryptocurrency ວ່າ: ເປັນການຫຼອກລວງ ໂດຍມີພື້ນຖານຈາກ ທິດສະດີຄົນໂງ່ກວ່າ.

ໃນງານປະຊຸມດ້ານສິ່ງແວດລ້ອມປະຈຳປີຂອງ TechCrunch ເມື່ອວັນທີ 15 ທີ່ຜ່ານມານີ້ ບິວເກດ ໄດ້ກ່າວເຖິງ NFT ແລະ Cryptocurrency ວ່າ: ປາກົດການທີ່ເກີດຂຶ້ນກັບ Cryptocurrency ແລະ NFT ນັ້ນເປັນໄປຕາມທິດສະດີຄົນໂງ່ກວ່າແບບ 100% ຫຼືວ່າ Greater Fool Theory. ແຖມຍັງກ່າວແບບຕິດຕະຫຼົກອີກວ່າ: ແນ່ນອນ ຕອນນີ້ຂ້ອຍບໍ່ໄດ້ Short ຫຼື Long ບິດຄອຍໄວ້ຢູ່ ແຕ່ຢ່າງໃດ.

ສຳລັບທິດສະດີທີ່ວ່າຄົນໂງ່ກວ່າ ຫຼືວ່າ Greater Fool Theory ກໍຄື ເວລາທີ່ມີນັກລົງທຶນຊື້ສິນຊັບທີ່ມີລາຄາທີ່ສູງກວ່າມູນຄ່າທີ່ແທ້ຈິງຂອງສິ່ງໆນັ້ນ ໂດຍລະເລີຍປັດໄຈພື້ນຖານຂອງສິນຊັບນັ້ນເພື່ອຫວັງຈະຂາຍເຮັດກຳໄລເມື່ອລາຄາຂອງສິນຊັບນັ້ນປັບຕົວຂຶ້ນ ແຕ່ເມື່ອເກີດພາວະຟອງສະບູແຕກ ນັກລົງທຶນຄົນນັ້ນກໍຈະຂາດທຶນທັນທີ.

ໂດຍຄົນທີ່ຍອມຊື້ສິນຊັບລາຄາສູງນັ້ນຈະຖືກເອີ້ນວ່າ: ຄົນໂງ່ ຫຼື Fool ໃນຂະນະທີ່ຄົນທີ່ຍອມຊື້ສິນຊັບນັ້ນໃນລາຄາທີ່ສູງຂຶ້ນໄປອີກຈະຖືກເອີ້ນວ່າ: ຄົນໂງ່ກວ່າ ຫຼືວ່າ Greater-Fool Theory ນັ້ນເອງ.

ເຊິ່ງນີ້ບໍ່ແມ່ນເທື່ອທຳອິດທີ່ ບິວເກດ ອອກມາວິພາກວິຈານ ກ່ຽວກັບ Cryptocurrency ເພາະກ່ອນໜ້ານີ້ລາວອອກມາບອກວ່າ ບິດຄອຍ ເປັນສິນຊັບທີ່ມີຄວາມສ່ຽງຫຼາຍເກີນໄປສຳລັບນັກລົງທຶນລາຍຍ່ອຍ  ອີກທັງການຂຸດບິດຄອຍ ຍັງເປັນການທຳລາຍສິ່ງແວດລ້ອມ ນຳອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/