ລັດຖະບານປາກີສະຖານ ຮ້ອງຂໍປະຊາຊົນໃຫ້ “ລົດການດື່ມຊາ” ຊ່ວຍຊາດ ຊີ້ສາມາດຊ່ວຍລົດງົບປະມານນໍາເຂົ້າໄດ້


ໃນປັດຈຸບັນນີ້ ຈາກສະພາວະເສດຖະກິດຂອງແຕ່ລະປະເທດທົ່ວໂລກທີ່ສາມາດເອີ້ນໄດ້ວ່າເຂົ້າຂັ້ນວິກິດ ໂດຍມີສາເຫດມາຈາກເງິນເຟີ້ ແລະ ການຂາດແຄນພະລັງງານເປັນຫຼັກ. ທັງນີ້ ປາກີສະຖານກໍເປັນໜຶ່ງປະເທດທີ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກພິດເສດຖະກິດ ຈົນເຮັດໃຫ້ທາງລັດຖະບານໄດ້ອອກມາຮ້ອງຂໍໃຫ້ປະຊາຊົນລົດການດື່ມຊາຊ່ວຍຊາດ ໂດຍຊີ້ວ່າສາມາດຊ່ວຍລົດງົບປະມານນໍາເຂົ້າໄດ້.

ໃນວັນທີ 14 ມິຖຸນາ 2022 ທີ່ຜ່ານມາ Ahsan Iqbal ລັດຖະມົນຕີວ່າການກະຊວງການວາງແຜນ ແລະ ພັດທະນາຂອງລັດຖະບານກາງ ໄດ້ເປີດເຜີຍກັບນັກຂ່າວວ່າ ຊາວປາກີສະຖານສາມາດຊ່ວຍຊາດໄດ້ ດ້ວຍການລົດປະລິມານການດື່ມຊາລົງ 1-2 ແກ້ວຕໍ່ມື້  ເພາະນະໂຍບາຍດັ່ງກ່າວຈະຊ່ວຍໃຫ້ຄ່າໃຊ້ຈ່າຍດ້ານການນໍາເຂົ້າຂອງພາກລັດລົດລົງ ເນື່ອງຈາກວ່າປາກີສະຖານເປັນປະເທດທີ່ນໍາເຂົ້າຊາຫຼາຍທີ່ສຸດໃນໂລກ.

ໃນປັດຈຸບັນນີ້ ປາກີສະຖານໃຊ້ເງິນກູ້ມານໍາເຂົ້າຊາ ໂດຍເມື່ອປີ 2020 ລັດຖະບານໃຊ້ງົບສູງເຖິງ 640 ລ້ານໂດລາ. ນອກຈາກນີ້ແລ້ວ ລັດຖະບານຍັງຂໍໃຫ້ພາກທຸລະກິດລົດເວລາເຮັດວຽກລົງເພື່ອປະຢັດຄ່າໄຟຟ້າອີກດ້ວຍ.

ຈາກການອອກມາຮ້ອງຂໍຂອງລັດຖະບານກ່ຽວກັບປະເດັນດັ່ງກ່າວ ເຮັດໃຫ້ຊາວປາກີສະຖານຫຼາຍຄົນພ້ອມໃຈກັນໂພສຂໍ້ຄວາມໃນທາງສຽດສີລັດຖະບານລົງໃນໂຊຊຽວມີເດຍ ເນື່ອງຈາກພວກເຂົາເບິ່ງວ່າຫາກລົດການດື່ມຊາລົງກໍໜ້າຈະບໍ່ສາມາດຊ່ວຍຊາດໄດ້ພໍເທົ່າໃດ.

ທັງນີ້ ການເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກປາກີສະຖານປະເຊີນວິກິດເສດຖະກິດມາເປັນເວລາດົນນານຫຼາຍເດືອນ ເຊິ່ງມັນເປັນສາເຫດທີ່ເຮັດໃຫ້ລາຄາສິນຄ້າທີ່ຈໍາເປັນຢ່າງອາຫານ, ແກ໊ສ ແລະ ນ້ຳມັນປັບຕົວຂຶ້ນ. ໃນຂະນະທີ່ທຶນສໍາຮອງເງິນຕາຕ່າງປະເທດ ຍັງລົດລົງຢ່າງຕໍ່ເນື່ອງ ສ້າງແຮງກົດດັນໃຫ້ລັດຖະບານຕ້ອງຫາວິທີປັບລົດຕົ້ນທຶນຄ່ານໍາເຂົ້າສິນຄ້າເພື່ອສະໜັບສະໜູນເງິນທຶນໄຫຼວຽນໃນປະເທດ.

ຢ່າງໃດກໍຕາມ ນີ້ບໍ່ແມ່ນຄັ້ງທໍາອິດທີ່ລັດຖະບານອອກນະໂຍບາຍໃນລັກສະນະນີ້ ເນື່ອງຈາກເມື່ອເດືອນພຶດສະພາທີ່ຜ່ານມາ ປາກີສະຖານໄດ້ສັ່ງແບນການນໍາເຂົ້າສິນຄ້າທີ່ຟຸມເຟືອຍຫຼາຍລາຍການ ໂດຍໃຫ້ເຫດຜົນວ່ານະໂຍບາຍດັ່ງກ່າວຂະຊ່ວຍຄວບຄຸມອັດຕາເງິນເຟີ້ທີ່ທະວີຄວາມຮຸນແຮງຂຶ້ນ ພ້ອມຊ່ວຍຮັກສາສະຖຽນລະພາບຂອງທຶນສໍາຮອງເງິນຕາຕ່າງປະເທດ ແລະ ຍັງຊ່ວຍລົດການເພິ່ງພາການນໍາເຂົ້າສິນຄ້າຈາກຕ່າງປະເທດນໍາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/