ຊາອຸດີອາຣະເບຍ ບຸກຍຶດສິນຄ້າທີ່ເປັນສີຮຸ້ງ ຊີ້ເປັນການໂຄສະນາພຶດຕິກໍາບ່ຽງເບນທາງເພດ ເຊິ່ງຂັດຕໍ່ຫຼັກສິນທໍາອັນດີງາມ


ໃນວັນທີ 15 ມິຖຸນາທີ່ຜ່ານມາ ສື່ທ້ອງຖິ່ນຂອງຂອງຊາອຸດີອາຣະເບຍ ລາຍງານຂ່າວກ່ຽວກັບການເດີນໜ້າບຸກຍຶດເສື້ອຜ້າເດັກ, ເຄື່ອງຫຼິ້ນສີຮຸ້ງ ລວມໄປຮອດສິນຄ້າປະເພດອື່ນໆ ທີ່ມີລັກສະນະຫຼາກສີສັນໃນຮ້ານຄ້າຫຼາຍແຫ່ງໃນກຸງ Riyadh ເມືອງຫຼວງຂອງປະເທດ ໂດຍໃຫ້ເຫດຜົນວ່າ ສິນຄ້າສີຮຸ້ງເຫຼົ່ານີ້ເປັນສັນຍະລັກຂອງກຸ່ມຄົນຮັກເພດດຽວກັນ ແລະທັງຍັງສະໜັບສະໜູນພຶດຕິກໍາບ່ຽງເບນ ຂັດສິນທໍາອັນດີ.

ໂດຍໃນງານນັ້ນໄດ້ສະແດງໃຫ້ເຫັນເຖິງເຫດການທີ່ເຈົ້າໜ້າທີ່ກະຊວງການຄ້າຂອງຊາອຸດີອາຣະເບຍ ຍ່າງຄົ້ນຫາສິນຄ້າສີຮຸ້ງພາຍໃນຮ້ານຄ້າຫຼາຍແຫ່ງ ແລະ ເອົາມາກອງລວມໄວ້ທີ່ກາງຮ້ານ ໜຶ່ງໃນເຈົ້າໜ້າທີ່ບອກວ່າ “ສິນຄ້າເຫຼົ່ານີ້ຂັດຕໍ່ຄວາມເຊື່ອຂອງສາສະໜາອິດສະລາມ ຂັດຕໍ່ສິນທໍາອັນດີ ອີກທັງຍັງອາດສົ່ງຜົນໃຫ້ເດັກຮຸ່ນໃໝ່ມີພືດຕິກໍາບ່ຽງເບນທາງເພດ. 

ທັງນີ້ ຖ້າວ່າທາງການກວດພົບຮ້ານ ຫຼື ສູນການຄ້າໃດຍັງດໍາເນີນການຈັດຈໍາໜ່າຍສິນຄ້າທີ່ມີສີຮຸ້ງ ອາດຖືກໂທດທາງກົດໝາຍຂອງຊາອຸດີອາຣະເບຍ ເຖິງແມ່ນວ່າປະເທດນີ້ຈະປົກຄອງໂດຍຊາວມຸດສະລິມກຸ່ມສຸນີ່ ທີ່ບໍ່ມີກົດໝາຍລະບຸໂທດກ່ຽວກັບຣົດສະນິຍົມທາງເພດຫຼືອັດຕະລັກທາງເພດຢ່າງຊັດເຈນ, ແຕ່ວ່າການມີເພດສໍາພັນກັບຄົນທີ່ບໍ່ແມ່ນຄູ່ສົມຣົດ ລວມໄປຮອດການມີເພດສໍາພັນກັບຄົນເພດດຽວກັນກໍຖືເປັນສິ່ງຕ້ອງຫ້າມໂດຍເດັດຂາດໃນຊາອຸດິອາລະເບຍ.

ນອກຈາກນີ້ແລ້ວ ໃນເດືອນທັນວາ ປີ 2021 ປະເທດເພື່ອນບ້ານຢ່າງກາຕ້າເອງກໍອອກກົດ ແລະ ດໍາເນີນມາດຕະການດຽວກັນນີ້ໂດຍຊີ້ວ່າສີຮຸ້ງເຫຼົ່ານີ້ແມ່ນຂັດຕໍ່ຫຼັກສິນທໍາແລະຄ່ານິຍົມອັນດີຂອງຊາວມຸດສະລິມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/