Jack Daniel’s ແລະ Coca-Cola ຈັບມືກັນຜະລິດເຄື່ອງດື່ມ ທີ່ມີ ສ່ວນປະສົມຂອງ ແອລກໍຮໍ


ຫຼາຍຄົນທີ່ມັກດື່ມເຄື່ອງດື່ມປະເພດ Whisky ແລ້ວປະສົມກັບນໍ້າອັດລົມ ຕໍ່ໄປນີ້ບໍ່ຕ້ອງປະສົມແລ້ວ ເພາະ Coca-Cola ບໍລິສັດຜະລິດນ້ຳອັດລົມອັນດັບຕົ້ນໆຂອງໂລກ ໄດ້ຈັບມືກັບ Brown-Forman ຫຼື ໂຮງກັ່ນຂອງ Jack Daniel’s ບໍລິສັດຜູ້ຜະລິດເຫຼົ້າຊື່ດັງຂອງໂລກ ເພື່ອເຮັດ ຄັອກເທວ Jack and Coke ລົງກະປ໋ອງ.

ເຄື່ອງດື່ມທີ່ມີສ່ວນປະສົມແອລກໍຮໍ ຂອງ Coca-Cola ກັບ Jack Daniel’s ນີ້ ຈະເລີ່ມວາງຂາຍທີ່ປະເທດເມັກຊິໂກເປັນປະເທດທຳອິດ ໃນປາຍປີ 2022 ນີ້ ແລ້ວຈຶ່ງຈະເລີ່ມກະຈາຍໄປສູ່ປະເທດອື່ນໆຕໍ່ໄປ. ສ່ວນປະລິມານຂອງ ແອລກໍຮໍ ນັ້ນ ກໍຈະແຕກຕ່າງກັນໄປໃນແຕ່ລະພື້ນທີ່ ທີ່ວາງຂາຍ.

ສ່ວນຄວາມກັງວົນທີ່ວ່າ ແລ້ວເດັກນ້ອຍຈະສາມາດດື່ມໄດ້ບໍ່ເມື່ອມັນມີສ່ວນປະສົມຂອງ ແອລກໍຮໍ ແບບນີ້. ກ່ຽວກັບເລື່ອງນີ້ທາງ Coke ແລະ Jack Daniel’s ກໍໄດ້ມີການຂຽນຫ້າມບໍ່ໃຫ້ເດັກທີ່ຍັງບໍ່ທັນບັນລຸນິຕິພາວະ ບໍລິໂພກເດັດຂາດ ເນື່ອງຈາກສະມາຄົມຜູ້ຄ້າເບຍ ແລະ ບໍລິສັດຕ່າງໆ ໄດ້ສະແດງຄວາມກັງວົນກ່ຽວກັບການດື່ມຂອງຜູ້ຍັງບໍ່ທັນບັນລຸນິຕິພາວະ.

ຂະນະທີ່ພາບຂອງ Coke ນັ້ນເປັນເຄື່ອງດື່ມນໍ້າອັດລົມອັນຫວານເຢັນທີ່ເດັກນ້ອຍຫຼາຍໆຄົນດື່ມມາຕະຫຼອດ ແຕ່ກັບມາຂະຫຍາຍສິນຄ້າຂອງຕົນເຂົ້າໄປໃນຕະຫຼາດເຄື່ອງດື່ມ ແອລກໍຮໍ ແບບນີ້ ເຊິ່ງບໍລິສັດໄດ້ກ່າວກ່ຽວກັບການເຄື່ອນໄຫວຄັ້ງນີ້ວ່າ: “ທາງບໍລິສັດໄດ້ພັດທະນານະໂຍບາຍການຕະຫຼາດ ແລະ ການຂາຍເຄື່ອງດື່ມແອລກໍຮໍດ້ວຍຄວາມຮັບຜິດຊອບ ລວມໄປເຖິງການໂຄສະນາທີ່ເຈາະກຸ່ມເປົ້າໝາຍໄປທີ່ກຸ່ມຄົນທີ່ສາມາດຊື້ເຄື່ອງດື່ມ ແອລກໍຮໍ ໄດ້ຢ່າງຖືກກົດໝາຍເທົ່ານັ້ນ”

ປັດຈຸບັນ ຄົນທີ່ບໍລິໂພກນໍ້າອັດລົມນັ້ນນັບມື້ນັບໜ້ອຍລົງ Coke ຈຶ່ງບໍໍ່ແມ່ນຜູ້ຜະລິດເຄື່ອງດື່ມເຈົ້າດຽວທີ່ຈະຫັນຫົວໄປຜະລິດເຄື່ອງດື່ມທີ່ມີ ແອລກໍຮໍຜ່ານການສ້າງຄູ່ຄ້າ, ເພາະກ່ອນໜ້ານີ້ Pepsi ຄູ່ແຂ່ງຂອງ Coke ໄດ້ເປີດຕົວເຄື່ອງດື່ມທີ່ມີຊື່ວ່າ Hard Mtn Dew ເມື່ອຕົ້ນປີທີ່ຜ່ານມາ ໂດຍເປັນການຈັບມືກັນກັບ ບໍລິສັດຜູ້ຜະລິດເບຍຢ່າງ Sam Adams.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/