ລັດຖະບານຈະເລັ່ງແກ້ໄຂ ອາສາສະໝັກທີ່ລໍຖ້າ ບັນຈຸເຂົ້າເປັນລັດຖະກອນ


ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເຂົ້າເປັນລັດຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ຈະສືບຕໍ່ສະໜອງໂກຕ້າ ໃຫ້ລັດຖະກອນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ລັດຖະກອນຄູ, ລັດຖະກອນແພດ ຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ ໂດຍໃຫ້ບູລິມະສິດພິຈາລະນາຮັບເອົາອາສາສະໝັກ ທີ່ມີຄວາມຮູ້ຄວາມສາມາດ, ມີມາດຕະຖານຄົບຖ້ວນ ແລະ ປະຕິບັດວຽກງານມາຫຼາຍປີ.

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ນີ້ວ່າ: ສໍາລັບປີ 2022, ລັດຖະບານໄດ້ອະນຸມັດຕົວເລກລັດຖະກອນໃໝ່ ຈຳນວນ 1,300 ຄົນ, ໃນນັ້ນ, ໄດ້ແບ່ງໃຫ້ລັດຖະກອນຄູ ຈຳນວນ 340 ຄົນ ແລະ ລັດຖະກອນແພດຈໍານວນ 320 ຄົນ. ປັດຈຸບັນ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ກຳລັງຈັດຕັ້ງປະຕິບັດການສອບເສັງຄັດເລືອກລັດຖະກອນໃໝ່ ເພື່ອບັນຈຸໃຫ້ທັນຕາມກຳນົດເວລາ. ພ້ອມກັນນັ້ນ ກະຊວງພາຍໃນ ກຳລັງສັງລວມສະຖິຕິພະນັກງານ-ລັດຖະກອນທົ່ວປະເທດໃນປີ 2022 ເພື່ອລາຍງານລັດຖະບານ ໃນເດືອນສິງຫາ 2022 ທີ່ຈະມາເຖິງນີ້.

ທ່ານ ທອງຈັນ ມະນີໄຊ ຍັງໃຫ້ຮູ້ອີກວ່າ: ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເປັນລັດຖະກອນ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ, ລັດຖະບານ ຈະສືບຕໍ່ຄົ້ນຄວ້າ ການຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານ ເທື່ອລະກ້າວໂດຍຫັນເອົາພະນັກງານ-ລັດຖະກອນ, ອາສາສະໝັກ ແລະ ພະນັກງານຕາມສັນຍາ ທີ່ສັງກັດໃນຫົວໜ່ວຍວິຊາການດັ່ງກ່າວ ເປັນພາລະກອນຕາມຕຳແໜ່ງງານ ເຊິ່ງພະລາກອນ ແມ່ນ ພະນັກງານຂອງລັດ ທີ່ປະຕິບັດໜ້າທີ່ຢູ່ຫົວໜ່ວຍວິຊາການຂອງລັດ ເປັນຕົ້ນແມ່ນ ບັນດາສະຖາບັນການສຶກສາວິຊາຊີບ ຂຶ້ນໄປ, ໂຮງໝໍ ແລະ ບັນດາສູນ ທີ່ສາມາດສ້າງລາຍຮັບດ້ານການເງິນກຸ້ມຕົນເອງທາງດ້ານງົບປະມານ. ປັດຈຸບັນ ລັດຖະບານ ໄດ້ທົດລອງຢູ່ 5 ພາກສ່ວນຄື: ໂຮງໝໍມະໂຫສົດ, ໂຮງໝໍໄຊເສດຖາທິຣາດ, ໂຮງໝໍມິດຕະພາບ, ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກປາກປ່າສັກ). ຖ້າພວກເຮົາສາມາດຫັນໄດ້ສຳເລັດຕາມຄາດໝາຍ ພວກເຮົາກໍຈະສາມາດຈັດສັນໂກຕ້າລັດຖະກອນຄູ, ແພດ ແລະ ລັດຖະກອນອື່ນໆຂອງບັນດາຫົວໜ່ວຍວິຊາການ ໄປໃຫ້ເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານ ແລະ ຂະແໜງການອື່ນໆທີ່ຍັງຂາດແຄນ.

ພ້ອມກັນນັ້ນ, ກໍໃຫ້ກະຊວງກ່ຽວຂ້ອງ ຄົ້ນຄວ້າສັບຊ້ອນ ລັດຖະກອນຄູ ຢູ່ໃນຕົວເມືອງ ທີ່ເຫຼືອລົງໄປປະຈຳຢູ່ເຂດຊົນນະບົດ, ສືບຕໍ່ຕິດຕາມ, ກວດກາ ແລະ ຄວບຄຸມການຍົກຍ້າຍ ຂອງລັດຖະກອນຄູ ຢູ່ເຂດຫ່າງໄກສອກຫຼີກ ເຂົ້າສູ່ຕົວເມືອງ ແລະ ຍົກຍ້າຍມາເປັນລັດຖະກອນບໍລິຫານ. ນອກຈາກນັ້ນ ໃຫ້ສືບຕໍ່ເກັບກຳຂໍ້ມູນລັດຖະກອນຄູສາຍວິຊາສະເພາະທີ່ຍັງຂາດເຂີນ ເພື່ອວາງແຜນສ້າງບຸກຄະລະກອນ ສາຍວິຊາສະເພາະທີ່ຍັງຂາດເຂີນ ພ້ອມທັງສືບຕໍ່ເກັບກຳຂໍ້ມູນ ພະນັກງານອາສາສະໝັກ, ພະນັກງານຕາມສັນຍາໃຫ້ມີຄວາມຊັດເຈນ.

ຂອບໃຈຂໍ້ມູນຈາກ: https://cutt.ly/CKyquld

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/