ຄວນສົ່ງເສີມໄວໜຸ່ມທີ່ມັກຫຼິ້ນເກມໃຫ້ໄປແຂ່ງຂັນໃນເວທີລະດັບພາກພື້ນ-ສາກົນ


ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຄຳເຫັນຕໍ່ວຽກງານກະຊວງສຶກສາທິການ ແລະ ກິລາ ວ່າ ໂດຍລວມແລ້ວ ຈະເຫັນດີຊົມເຊີຍ ແລະ ສະໜັບສະໜູນຕໍ່ບົດລາຍງານຂອງປະທານຄະນະກຳມະການ ທີ່ໄດ້ວ່າໄປແລ້ວ ທັງບົດລາຍງານຂອງກະຊວງ ລວມທັງຄຳຖາມເຈາະຈິ້ມຂອງທ່ານປະທານ ທັງ 3 ຂໍ້ ເຫັນວ່າແທດເໝາະຄວາມເປັນຈິງ ໂດຍພື້ນຖານແລ້ວຈະມີຄຳຄິດເຫັນ ຢູ່ 5 ຂໍ້ ຄືດັ່ງນີ້:

  1. ບັນຫາຄູເຫຼືອບໍ່ພໍ ມັນເປັນບັນຫາທີ່ຊຳເຮື້ອ ມາແລ້ວ 30 ປີ ແລະ ຈະແກ້ໄຂດ້ວຍວິທີໃດ ເຮົາແກ້ບໍ່ຕົກຕະຫຼອດ ຕໍ່ກັບບັນຫານີ້ຂ້າພະເຈົ້າຄິດວ່າ ວິທີທາງອອກຄືເພີ່ມເງິນເດືອນໃຫ້ກັບຄູ ແຕ່ກ່ອນຈະມາເປັນຄູຕ້ອງເອົາຄົນເກັ່ງແທ້ໆມາເປັນຄູ ຢ່າເອົານັກຮຽນທີ່ໄປເສັງຢູ່ໃສກໍເຂົ້າບໍ່ໄດ້ແລ້ວເອົາມາເປັນຄູ. ຂໍໃຫ້ມີທາງອອກບໍ່ໃຫ້ເອົາລູກເອົາຫຼານໄປຕາມຄ່ານິຍົມຂອງສັງຄົມ.
  2. ບັນຫາຄູອາສາສະໝັກເຫັນດີນໍາບົດລາຍງານ ແລະ ເຄົາລົບຕໍ່ຄໍາຄິດເຫັນຂອງສະມາຊິກສະພາ ແຕ່ຈະຂໍລົງເລິກແຂວງໄຊສົມບູນບ່ອນດຽວ ຢາກໃຫ້ລັດຖະມົນຕີພິຈາລະນາໂດຍພິເສດສຳລັບແຂວງໄຊສົມບູນ.
  3. ບັນຫາເດັກນ້ອຍເຂົ້າຮຽນ ປ.1 ອາຍຸ 6 ປີປາຍ ຢູ່ຫ່າງໄກສອກຫຼີກບວກກັບອາຫານການກິນບໍ່ພຽງພໍ ຕົວເຕ້ຍຕົວນ້ອຍ ພໍ່ແມ່ຕ້ອງໄປປຸກຕູບໃຫ້ນອນຢູ່ໃກ້ໂຮງຮຽນ ເຊິ່ງພໍ່ແມ່ກໍເປັນຫ່ວງ. ບໍ່ຢາກໃຫ້ເອົາມາດຕະຖານ 6 ປີຕ້ອງຢູ່ ປ.1 ຢາກໃຫ້ເກັ່ງແທ້ໆຈຶ່ງເລື່ອນຊັ້ນໃຫ້ ຕ້ອງເບິ່ງສະພາບຄວາມເປັນຈິງຂອງທ້ອງຖິ່ນບວກກັບຍຸກສະໄໝໃຫ້ມັນເຂົ້າກັນ.
  1. ບັນຫາເດັກນ້ອຍຕິດເກມ ທຸກຄອບຄົວຕ້ອງມີບັນຫານີ້ ໃນຍຸກນີ້ເຮົາຈະແກ້ດ້ວຍວິທີໃດຕໍ່ກັບເດັກນ້ອຍຕິດເກມຢູ່ປະເທດເຮົາ, ໃຫ້ກະຊວງສຶກສາທິການ ແລະ ກິລາ ສົ່ງເສີມໃຫ້ເດັກນ້ອຍ ພັດທະນາສີມືໃຫ້ມີຄວາມຊຳນານ ແລະ ຝຶກຝົນໃຫ້ເກັ່ງ, ໃຫ້ຮຽນໂດຍສະເພາະເລີຍ ເພາະເດັກນ້ອຍເກັ່ງດ້ານນີ້ ຖ້າບຸກຄົນໃດເກັ່ງກໍຊ່ວຍພັດທະນາ. ເພາະດຽວນີ້ກໍມີຄວາມທັນສະໄໝ ມີການແຂ່ງເກມລະດັບໂລກ ແລະ ພາກພື້ນ. ຮາງວັນທີ 1 ທີ່ຂ້າພະເຈົ້າຮູ້ມາກໍລະດັບ 100 ລ້ານໂດລາຕໍ່ທີມໜຶ່ງ ເຮົາຄວນແກ້ໄຂໃຫ້ມັນຖືກຈຸດ.
  1. ບັນຫາກິລາ ໂດຍສະເພາະກິລາບານເຕະ ເວລາເບິ່ງຍາມໃດກໍເສຍຄວາມຮູ້ສຶກຍາມນັ້ນ, ໄປແຂ່ງຢູ່ໃສກໍໄດ້ແຕ່ປະສົບການກັບມາ. ແຕ່ຄວາມເປັນຈິງແລ້ວ ນັກກິລາລາວເຮົາເກັ່ງ ແລະ ມີຄວາມສາມາດກວ່າທີ່ຄິດ, ເຄີຍມີຫຼາຍຄັ້ງທີ່ນັກເຕະໄວໜຸ່ມລາວໄປໂດ່ງດັງທີ່ຕ່າງປະເທດ ຄົນລາວທັງຊາດຮູ້ສຶກພູມໃຈໄປພ້ອມກັນ, ຄວນເອົາໄວໜຸ່ມ ຫຼື ເດັກນ້ອຍ ທີ່ເກັ່ງແທ້ໆ ມາໂຮມຕົວກັນ ບໍ່ຢາກໃຫ້ເອົາລາຍຊື່ລູກຫຼານຄົນອື່ນໄປໃສ່ໃນທີມນັກກິລາ ຖ້າບໍ່ມີຄວາມສາມາດພຽງພໍ ເຊິ່ງບັນຫານີ້ແມ່ນອັນຕະລາຍທີ່ສຸດ ແລະ ຈະພັດທະນາຄົນຄືແນວໃດ ເຮົາຄວນພິຈາລະນາໃນບັນຫານີ້ ເພາະເປັນສິ່ງສຳຄັນຕໍ່ໄວໜຸ່ມຜູ້ສ້າງສາປະເທດຊາດ, ລັດຖະບານຄວນຕັດສິນໃຈປະຕິບັດໃຫ້ຖືກຕ້ອງຕາມຄວາມເປັນຈິງ.

ຂໍ້ມູນຈາກ: https://fb.watch/dIaF0bBTPO/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/