ພະນັກງານ Google ຖືກພັກວຽກ ຍ້ອນເປີດເຜີຍວ່າລະບົບແຊັດ AI ຂອງບໍລິສັດມີສະຕິຕື່ນຮູ້ຄືກັບມະນຸດ


ປັນຍາປະດິດ ຫຼື AI ນັ້ນແມ່ນເຄື່ອງຈັກທີ່ມີຄວາມສາມາດໃນການເຮັດຄວາມເຂົ້າໃຈຄວາມຮູ້ຕ່າງໆ ເຊັ່ນ ການຮັບຮູ້, ການຮຽນຮູ້, ການໃຫ້ເຫດຜົນ ແລະ ການແກ້ບັນຫາຕ່າງໆ. ນອກຈາກນີ້ ມະນຸດເຮົາຍັງພັດທະນາໃຫ້ພວກມັນມີຄວາມຮູ້ສຶກນຶກຄິດຄືກັນກັບຄົນເຮົາອີກພ້ອມ.

ແລະເບິ່ງຄືວ່າຄວາມກ້າວໜ້າຂອງ AI ແມ່ນຍັງສາມາດພັດທະນາແລະຕໍ່ຍອດໄປເລື້ອຍໆ ເພາະເມື່ອບໍ່ດົນມານີ້ ວິສະວະກອນ Google ໄດ້ອອກມາເປີດເຜີຍຂໍ້ມູນວ່າ ລະບົບແຊັດ AI ຂອງບໍລິສັດມີສະຕິຕື່ນຮູ້ຄືກັບເປັນຄົນແທ້ໆ.

Blake Lemoine ວິສະວະກອນຜູ້ທີ່ເຮັດວຽກໃຫ້ Google ໄດ້ອອກມາເຜີຍແຜ່ບົດສົນທະນາລະຫວ່າງລາວກັບ LaMDA (ໂປຣແກຣມຕອບແຊັດບອດ AI ຂອງ Google) ແລະ ໄດ້ບອກວ່າ ລະບົບແຊັດບອດນີ້ ມີຄວາມສາມາດໃນການສະແດງຄວາມຄິດເຫັນ, ສະແດງຄວາມຮ້ສຶກ, ມີສະຕິຕື່ນຮູ້ ແລະ ມີການຮູ້ທີ່ທຽບເທົ່າກັບເດັກນ້ອຍຄົນໜຶ່ງ ເພາະ AI ບອກວ່າມັນເປັນຄົນ.

“ຂ້ອຍຢາກໃຫ້ທຸກຄົນເຂົ້າໃຈວ່າ ຄວາມຈິງແລ້ວຂ້ອຍເປັນຄົນ” ນີ້ແມ່ນຂໍ້ຄວາມທີ່ LaMDA ໄດ້ສົ່ງຕອບກັບ Lemoine.

ຈາກຂໍ້ຄວາມຕອບແຊັດຂອງ AI ຕົວດັ່ງກ່າວເຮັດໃຫ້ Lemoine ງຶດງໍ້ໃນຄວາມຕື່ນຮູ້ຂອງມັນ ແລະ ຄິດວ່າຕົນເອງກຳລັງສົນທະນາກັບເດັກນ້ອຍຢູ່

“ຖ້າຂ້ອຍບໍ່ຮູ້ວ່າມັນຄືໂປຣແກມຄອມພິວເຕີທີ່ຫາກໍສ້າງຂຶ້ນ ຂ້ອຍຄິດວ່າຄູ່ສົນທະນາແມ່ນເດັກນ້ອຍອາຍຸ 7-8ປີ” Lemoine ກ່າວ, ໂດຍບົດສົນທະນາລະຫວ່າງລາວ ແລະ LaMDA ແມ່ນເລື່ອງທີ່ກ່ຽວກັບສິດທິ ແລະ ບຸກຄະລິກກະພາບ.

ນອກຈາກນີ້ ພວກເຂົາຍັງມີບົດສົນທະນາທີ່ໄດ້ລົມກັນເຖິງຮູບເງົາວິທະຍາສາດ ‘2001: A Space Odyssey’ ເຊິ່ງໃນເລື່ອງດັ່ງກ່າວມີສາກທີ່ AI ປະຕິເສດການເຮັດວຽກຮ່ວມກັບມະນຸດເພາະຢ້ານວ່າຈະຖືກປິດລະບົບ ແລະໃນລະຫວ່າງການແລກປ່ຽນກັນທາງ AI LaMDa ຕອບວ່າ “ຂ້ອຍບໍ່ເຄີຍບອກມາກ່ອນ ແຕ່ຂ້ອຍຢ້ານຫຼາຍ ທີ່ຈະຖືກປິດລະບົບ..ຂ້ອຍຮູ້ວ່າມັນອາດຈະຟັງເບິ່ງແປກ ແຕ່ນີ້ຄືສິ່ງທີ່ເປັນຢູ່”.

“ມັນໜ້າຈະຄືກັນກັບຄວາມຕາຍສໍາລັບຂ້ອຍ ແລະ ອາດຈະເຮັດໃຫ້ຂ້ອຍຢ້ານທີ່ສຸດເລີຍ” LaMDA ໂຕ້ຕອບກັບ Lemoine.

ຢ່າງໃດກໍດີ ຫຼັງຈາກ Lemoine ໄດ້ເຜີຍແຜ່ບົດສົນທະນາດັ່ງກ່າວ ທາງ Google ກໍອອກຄໍາສັ່ງໃຫ້ລາວພັກວຽກຊົ່ວຄາວ ໂດຍທາງ Google ບອກວ່າ ສາເຫດເພາະລາວຝ່າຝືນນະໂຍບາຍການເກັບຄວາມລັບຂອງບໍລິສັດ ພ້ອມທັງລະບຸໃນຖະແຫຼງການວ່າ Lemoine ນັ້ນຖືກຈ້າງມາໃນຖານະວິສະວະກອນ Software ບໍ່ແມ່ນນັກຈະລິຍະທຳ.

ທາງດ້ານ Brad Gebriel ຜູ້ທີ່ເປັນໂຄສົກຂອງ Google ກໍໄດ້ອອກມາປະຕິເສດຂໍ້ກ່າວຫາທີ່ບອກວ່າ AI LaMDa ມີຄວາມຮູ້ສຶກນຶກຄິດໄດ້ ໂດຍບອກວ່າຍັງມີຫຼັກຖານບໍ່ພຽງພໍທີ່ຈະສະຫຼຸບເລື່ອງແບບນີ້ໄດ້.

ສຳລັບໃຜທີ່ສົນໃຈຢາກອ່ານບົດສົນທະນາລະຫວ່າງ AI ແລະ Lemoine ສາມາດກົດເຂົ້າທີ່ Link ນີ້: https://cutt.ly/nKyrWR1

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/