La Liga ຍື່ນເລື່ອງໃຫ້ UEFA ສອບສວນ Paris Saint-Germain ແລະ Man City ວ່າຜິດກົດການເງິນຫຼືບໍ່ ຫຼັງໃຊ້ເງິນມະຫາສານກັບ Mbappe ແລະ Haaland


ໃນຕະຫຼາດນັກເຕະໄລຍະທີ່ຜ່ານມາ ເຮົາໄດ້ເຫັນການຈ່າຍເງິນຢ່າງມະຫາສານໃຫ້ນັກເຕະ ໂດຍສະເພາະສອງນັກເຕະອະນາຄົດຂອງວົງການບານເຕະ ຢ່າງ ຄິລ້ຽນ ເອັມບັບເບ້ ແລະ ເອີລິ້ງ ເບົ້າ ຮາແລນ ຈົນເຮັດໃຫ້ ຄາເວຍ ເຕບາສ (Javier Tebas) ປະທານຂອງ ລາລີກ້າ ສະເປນ ໄດ້ຍື່ນຄຳຮ້ອງເຖິງສະຫະພັນບານເຕະ ຢູໂຣບ ຫຼື UEFA ໃຫ້ດຳເນີນການສອບສວນ ສະໂມສອນ ປາຣີສ ເຊັນເຈີແມນ ແລະ ແມນເຊັສເຕີ້ ຊິຕີ້ ສອງສະໂມສອນທີ່ມີເຈົ້າຂອງເປັນມະຫາເສດຖີ ວ່າເຮັດຜິດກົດການເງິນຫຼືບໍ່.

ໃນໄລຍະທ້າຍເດືອນພຶດສະພາ ທີ່ຜ່ານມາ ປາຣີສ ໄດ້ຕັດສິນໃຈຈ່າຍຄ່າຈ້າງອັນມະຫາສານເຖິງປີລະ 42.5 ລ້ານປອນ ຫຼື ປະມານ 754,570 ລ້ານກີບ ເພື່ອດຶງຕົວ ຄິລ້ຽນ ເອັມບັບເບ້ ສູນອະນາຄົດ ຂອງທີມຊາດຝຣັ່ງ ໃຫ້ຢູ່ກັບທີມຕໍ່ໄປ ແລະ ໃນຂະນະດຽວກັນ ແມນຊິຕີ້ ທີມແຊ້ມຈາກອັງກິດ ກໍໄດ້ມີການເຊັນສັນຍາກັບ ເອີລິ້ງ ເບົ້າ ຮາແລນ ສູນໜ້າເລືອດນໍເວ ມາຮ່ວມທີມດ້ວຍຄ່າຕົວ 51.2 ລ້ານປອນ ຫຼື ປະມານ 909,035 ລ້ານກີບ ພ້ອມກັບໃຫ້ຄ່າຈ້າງອີກ ປີລະ 18 ລ້ານປອນ ຫຼືປະມານ 319,582 ລ້ານກີບ.

ໂດຍກ່ອນໜ້ານີ້ ປະທານຂອງ ລາລີກ້າ ໄດ້ມີການໂຈມຕີທັງ ປາຣີສ ແລະ ແມນຊິຕີ້ ມາຕະຫຼອດ ໂດຍອ້າງວ່າທັງສອງສະໂມສອນນີ້ ໄດ້ລະເມີດກົດການເງິນຂອງ UEFA ທີ່ໄດ້ຕັ້ງໄວ້. ເມື່ອເກີດກໍລະນີທີ່ໃຊ້ເງິນມະຫາສານແບບນີ້ກັບທັງສອງນັກເຕະດັ່ງກ່າວ ເຮັດໃຫ້ ເຕບາສ ຍອມບໍ່ໄດ້ອີກເທື່ອໜຶ່ງ ຈຶ່ງຂໍຍື່ນເລື່ອງໃຫ້ UEFA ກວດສອບທັງສອງທີມດັງຈາກຝຣັ່ງ ແລະ ອັງກິດ ນີ້ ວ່າໄດ້ຜິດກົດການເງິນຫຼືບໍ່.

ໃນຖະແຫຼງການຂອງ ລາລີກ້າ ລະບຸວ່າ: “ອາທິດນີ້ ລາລີກ້າ ໄດ້ຮຽກຮ້ອງໄປຫາ UEFA ໃນເລື່ອງການສອບສວນ ສະໂມສອນ ປາຣີສ ເຊັນເຈີແມນ ແລະ ແມນເຊັສເຕີ້ ຊິຕີ້ ທີ່ເຄີຍຍື່ນໄປແລ້ວໃນເດືອນ ເມສາ 2022 ທີ່ຜ່ານມາ ດ້ວຍຄວາມເຂົ້າໃຈວ່າທັງສອງສະໂມສອນໄດ້ເຮັດຜິດ ແລະ ລະເມີດກົດລະບຽບການເງິນໃນປັດຈຸບັນ.”

“ລາລີກ້າ ເຂົ້າໃຈວ່າທີ່ມາຂອງເງິນທຶນຂອງພວກເຂົານັ້ນຜິດປົກກະຕິ ເຊິ່ງມັນເກີດຂຶ້ນມາຈາກການສະໜັບສະໜູນໂດຍກົງ ຈາກຜູ້ສະໜັບສະໜູນ ຫຼື ສັນຍາຕ່າງໆ ທີ່ບໍ່ສອດຄ່ອງກັບສະພາວະຂອງຕະຫຼາດ ຫຼື ຄວາມສົມເຫດສົມຜົນທາງເສດຖະກິດ.”

 “ລາລີກ້າ ແນມເຫັນວ່າການກະທຳດັ່ງກ່າວສົ່ງຜົນຕໍ່ລະບົບນິເວດ ແລະ ຄວາມຍືນຍົງຕໍ່ວົງການບານເຕະ ສ້າງຄວາມເສຍຫາຍໃຫ້ແກ່ບັນດາສະໂມສອນ ແລະ ລີກຢູໂຣບ ເຊິ່ງອາດເຮັດໃຫ້ເກີດຜົນເສຍໃນຕະຫຼາດ ດ້ວຍເມັດເງິນທີ່ບໍ່ໄດ້ເກີດຈາກວົງການບານເຕະເອງ”.

ໂດຍຫຼາຍຝ່າຍຕັ້ງຂໍ້ສັງເກດກັບການເຄື່ອນໄຫວດັ່ງກ່າວວ່າ ທີ່ ລາລີກ້າ ອອກມາເຄື່ອນໄຫວແບບນີ້ ກໍຍ້ອນວ່າໄລຍຍະຫຼັງໆມາ ລີກ ລາລີກ້າ ແມ່ນໄດ້ປະເຊີນກັບຄວາມຊົບເຊົາຢ່າງໜັກ ຫຼັງສອງຊຸບເປີ້ສະຕາ ຢ່າງ ໂຣນັລໂດ້ ແລະ ເມັສຊີ້ ຍ້າຍອອກໄປ ແລະ ກ່ອນໜ້ານີ້ ບໍ່ວ່າຈະເປັນທັງ ເອັມບັບເບ້ ແລະ ຮາແລນ ທັງສອງຄົນແມ່ນມີຂ່າວວ່າຈະມາໃສ່ຊຸດຂາວ ລົງໄປໂຊລີລາໃຫ້ກັບ ເຣອັນ ມາດຣິດ ແລະ ຖ້າຫາກ ມີຄົນໃດຄົນໜຶ່ງຍ້າຍມາ ເຣອັນ ມາດຣິດ ແທ້ ກໍພໍຈະເຮັດໃຫ້ດຶງດູດຄົນໃຫ້ມາສົນໃຈ ລາລີກ້າ ໄດ້ອີກເທື່ອໜຶ່ງ. ແຕ່ສຸດທ້າຍກໍບໍ່ມີໃຜຈັກຄົນເລີຍທີ່ຍ້າຍມາ ເຣອັນ ມາດຣິດ.

ແຕ່ທີ່ໜ້າສົນໃຈ ກໍຄື ທາງ ປາຣີສ ແລະ ແມນຊິຕີ້ ຈະຕໍ່ສູ້ກັບຂໍ້ກ່າວຫາດັ່ງກ່າວແນວໃດ ແລະ ທາງ UEFA ຈະເອົາຈິງເອົາຈັງ ແລະ ດຳເນີນການແນວໃດຕໍ່ກັບບັນຫານີ້ ຫຼັງຈາກແຟນບານທົ່ວໂລກ ແລະ ຄົນໃນວົງການບານເຕະຫຼາຍຄົນ ໄດ້ສູນເສຍຄວາມເຊື່ອໝັ້ນກັບກົດການເງິນດັ່ງກ່າວຂອງ UEFA ໄປເປັນທີ່ຮຽບຮ້ອຍແລ້ວ.

      ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/