ຟອງສະບູແຕກ! ລາຄາດິນໃນ Metaverse ລົດລົງເຖິງ 85% ຂະນະທີ່ປະລິມານການຊື້ຂາຍກໍຍັງລົດລົງຢ່າງຕໍ່ເນື່ອງ

Metaverse

ໃນໄລຍະ 1-2 ປີ ທີ່ຜ່ານມາ ກະແສ Metaverse ຫຼື ວ່າໂລກສະເໝືອນ ໄດ້ກາຍເປັນກະແສທີ່ຮືຮາກັນໄປທົ່ວໂລກອອນລາຍ ແລະ ຫຼາຍຄົນກໍແຫ່ຊື້ດິນສະເໝືອນ (Virtual Land) ຈົນລາຄາຂອງດິນໃນໂລກສະເໝືອນນັ້ນດີດຕົວຂຶ້ນສູງຈົນເກືອບເທົ່າກັບດິນແທ້ໆເລີຍ.

ແຕ່ທ່າມກາງສະພາວະຂາລົງຂອງຕະຫຼາດ Cryptocurrency ແລະ NFT ກໍເບິ່ງຄືວ່າຕະຫຼາດຊື້ຂາຍດິນໃນ Metaverse ກໍຈະມີທິດທາງດຽວກັນ ເພາະລາຄາຂອງດິນສະເລ່ຍລົດລົງກວ່າ 85% ແລະ ປະລິມານການຊື້ຂາຍກໍລົດລົງຫຼາຍເຖິງ 90%.

Metaverse

ເຊິ່ງມັນໄດ້ກະທົບເຖິງບັນດາໂຄງການໂລກສະເໝືອນໃຫຍ່ໆເຊັ່ນ: The Sandbox, Decentraland, Voxels, Somnium Space, NFT Worlds และ SuperWorld ທີ່ນັບແຕ່ຕົ້ນປີ ຈົນເຖິງປັດຈຸບັນ ມູນຄ່າດິນສະເລ່ຍໃນໂຄງການສູນຫາຍໄປແລ້ວປະມານ 85%. ເພາະຖ້ານັບຈາກຈຸດສູງສຸດທີ່ເຮັດໄດ້ທີ່ 37,238 ໂດລາ ຕໍ່ຕອນ ໃນເດືອນ ກຸມພາ 2022 ແລະ ມາຮອດວັນທີ 1 ສິງຫາ ລາຄາໄດ້ລົດລົງເຫຼືອພຽງ 5,163 ໂດລາ ຕໍ່ຕອນ ເທົ່ານັ້ນ.

Metaverse

ສິ່ງທີ່ເບິ່ງຄືຈະຖືກຜົນກະທົບຫຼາຍສຸດຈະແມ່ນດິນໃນ The Sandbox ໂລກສະເໝືອນທີ່ຫຼາຍຄົນໃຫ້ການຍອມຮັບວ່າເປັນ ເບີ 1 ທີ່ຈາກຕົ້ນປີລາຄາດິນຢູ່ທີ່ 35,000 ໂດລາ ຕໍ່ຕອນ ລົດລົງເຫຼືອປະມານ ຕອນລະ 2,800 ໂດລາເທົ່ານັ້ນ.

ນອກຈາກນີ້ ປະລິມານການຊື້ຂາຍດິນ ກໍຍັງໄດ້ລົດລົງຈາກລະດັບສູງສຸດທີ່ 1 ພັນລ້ານໂດລາ ໃນເດືອນ ພະຈິກ 2021 ເຫຼືອຢູ່ທີ່ 157 ລ້ານໂດລາ ໃນເດືອນ ສິງຫາ 2022 ນີ້.

Metaverse

ຫຼາຍຝ່າຍເບິ່ງວ່າ ສະພາວະຂາລົງຂອງ ໂລກດິຈິຕອລ ແລະ ສະກຸນເງິນດິຈິຕອລຄັ້ງນີ້ ແມ່ນມີຜົນສືບເນື່ອງມາຈາກ ບັນຫາທາງເສດຖະກິດ, ພາວະເງິນເຟີ້ ແລະ ການປັດຂຶ້ນອັດຕາດອກເບ້ຍຂອງທະນາຄານກາງທົ່ວໂລກ ມັນຈຶ່ງໄດ້ເພີ່ມແຮງກົດດັນຕໍ່ສິນຊັບທີ່ມີຄວາມສ່ຽງສູງ ຢ່າງສິນຊັບດິຈິຕອລທັງຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ