ຂໍສະແດງຄວາມຍິນດີກັບ ສຸລິຍາ ຂຸມເພັດສະວົງ (ແຈັກກີ້) ຄົນລາວຄົນທຳອິດທີ່ໄດ້ໄປແຂ່ງຂັນ The International 11

ສຸລິຍາ ຂຸມເພັດສະວົງ

ກ່ອນອື່ນໝົດຕ້ອງຂໍກ່າວຄໍາສະແດງຄວາມຍິນດີມາຍັງ ແຈັກກີ້ ສຸລິຍາ ຂຸມເພັດສະວົງ ຫຼືຮູ້ຈັກກັນດີ ໃນນາມ “JaCkky” ໄວໜຸ່ມລາວຄົນທໍາອິດຜູ້ທີ່ສາມາດເຂົ້າໄປແຂ່ງຂັນໃນ The International  ຫຼື TI11 ຂອງເກມທີ່ມີເງິນຮາງວັນຫຼາຍທີ່ສຸດໃນໂລກຢ່າງ Dota 2.

ແຈັກກີ້ ຫຼື JaCkky ຖືວ່າເປັນ pro player ລາວຜູ້ໜຶ່ງທີ່ກ່ອນໜ້ານີ້ໄດ້ໄປສ້າງຊື່ສຽງໃຫ້ກັບປະເທດມາແລ້ວໂດຍເຂົ້າຮ່ວມການແຂ່ງຂັນຕ່າງໆ ຂອງ Dota 2 ແລະສາມາດຍາດເອົາອັນດັບໜຶ່ງມາໄດ້ໃນລາຍການ DOTA 2 INVITATIONAL SERIES DUBAI 2022  ມາແລ້ວ  ແລະ ປັດຈຸບັນນີ້ ແຈັກກີ້ ຮັບຄໍາແໜ່ງເປັນຕົວ Carry ຫຼື ຕົວແບກທີມ ໃຫ້ກັບທາງ Boom Esports ເຊິ່ງເປັນທີມທີ່ເອີ້ນໄດ້ວ່າຟອມການຫຼິ້ນຮ້ອນແຮງສຸດໆ ຢູ່ໃນຂະນະນີ້ ເພາະໄດ້ເອົາຊະນະທີມດັງໆ ຈາກທົ່ວໂລກມາຫຼາຍທີມ ເຮັດໃຫ້ສາມາດຍາດໄດ້ໜຶ່ງສະລ໊ອດໃນຕາຕະລາງທີມທີ່ຖືກເຊີນໄປແຂ່ງ The International  ຫຼື TI11 ທີ່ປະເທດ ສິງກະໂປໃນເດືອນຕຸລາທີ່ຈະມາເຖິງນີ້.

ສຸລິຍາ ຂຸມເພັດສະວົງ

ສຳລັບແຈັກກີ້ ນັ້ນເປັນອີກໜຶ່ງໄວໜຸ່ມລາວທີ່ມີຄວາມສາມາດແລະພອນສະຫວັນຢ່າງລົ້ນເຫຼືອ ໂດຍທີ່ຜ່ານມານັ້ນລາວເປັນຄົນໜຶ່ງທີ່ມັກຫຼິ້ນ Dota 2 ເປັນຊີວິດຈິດໃຈ ໂດຍມັກຈະເຝິິກຝົນ ແລະ ພັດທະນາຕົນເອງໃຫ້ເກັ່ງຂຶ້ນຢູ່ສະເໝີ. ຈາກຈຸດນັ້ນເຮັດໃຫ້ລາວປະສົບຜົນສໍາເລັດຕາມຄວາມຝັນທີ່ໄດ້ວາງໄວ້.

ທັງນີ້ກໍຂໍສະແດງຄວາມຍິນດີກັບ ແຈັກກີ້ ສຸລິຍາ ຂຸມເພັດສະວົງ ແລະ ທີມ Boom Esports ອີກຄັ້ງ ພິເສດສຸດ ແຈັກກີ້ ຖືໄດ້ວ່າເປັນອີກບຸກຄົນໜຶ່ງທີ່ສາມາດສ້າງໜ້າປະຫວັດສາດໃໝ່ໃຫ້ກັບວົງການ E-sports ໃນລາວ ແລະ ສ້າງຄວາມພາກພູມໃຈໃຫ້ແກ່ປະເທດລາວເຮົາອີກພ້ອມ.

ທ້າຍສຸດຂໍເຊີນທຸກຄົນມາຮ່ວມສົ່ງກໍາລັງໃຈມາໃຫ້ແຈັກກີ້ຫຼາຍໆ ເດີ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ