ຟິມ ລັດຖະພູມ ປອດໄພດີ ຫຼັງໄດ້ຮັບການເຂົ້າຜ່າຕັດໂຣກຫົວໃຈຝິ່ວໄລຍະສຸດທ້າຍ

ຟິມ ລັດຖະພູມ

ຫຼາຍຄົນກໍໜ້າຈະຮູ້ຈັກ ຟິມ ລັດຖະພູມ (ฟิล์ม รัฐภูมิ) ໃນຖານະທີ່ເປັນສິລະປິນ, ນັກສະແດງຊື່ດັງ ຊາວໄທ ທີ່ໃນອະດີດຈົນມາຮອດປັດຈຸບັນນີ້ແມ່ນມີຜົນງານຫຼາກຫຼາຍອອກມາໃຫ້ເຮົາເບິ່ງແລະຕິດຕາມ ແຕ່ວ່າຟິມນັ້ນໄດ້ປະສົບກັບໂຣກຫົວໃຈຝິ່ວໄລຍະສຸດທ້າຍຈົນຕ້ອງໄດ້ຮັບການເຂົ້າຜ່າຕັດເພື່ອບໍ່ໃຫ້ອາການມັນລຸກລາມໄປກວ່ານີ້.

ກ່ອນໜ້ານີ້ຟິມເຄີຍອອກມາບອກແຟນຄລັບວ່າລາວມີກໍານົດນັດຜ່າຕັດໃຫຍ່ໃນວັນທີ 9 ສິງຫາ ຫຼັງຈາກພົບວ່າຕົນເອງເປັນໂຣກຫົວໃຈຝິ່ວໄລຍະສຸດທ້າຍ ແລະກ່ອນຈະໄດ້ຜ່າຕັດ ຟິມກໍໄດ້ໂພສຮູບຂາບຕີນແມ່ ກ່ອນທີ່ຈະໄປໂຮງໝໍ ເພື່ອກຽມຕົວເຂົ້າຜ່າຕັດອາການປ່ວຍ. ນອກຈາກນີ້ ຍັງໄດ້ໂພສວິດີໂອເຜີຍຄວາມໃນໃຈເຖິງແຟນຄລັບຂອງຕົນທີ່ຮ່ວມສົ່ງກໍາລັງໃຈມາໃຫ້ໂດຍກ່າວວ່າ ຂອບໃຈທຸກໆຄົນທີ່ສົ່ງກໍາລັງໃຈມາໃຫ້ ແລ້ວຈະກັບມາພ້ອມຮ່າງກາຍທີ່ແຂງແຮງ ແລະຈະມາຮ້ອງເພງໃຫ້ຟັງ ພ້ອມບອກວ່າ “ຮັກທຸກຄົນ”.

ຟິມ ລັດຖະພູມ

ເຊິ່ງໃນມື້ນີ້ 11 ສິງຫາ 2022 ທາງທ່ານໝໍຜູ້ຮັບການຜ່າຕັດໂຣກຫົວໃຈຝິ່ວຂອງ ຟິມ ໄດ້ອອກມາກ່າວວ່າ ການຜ່າຕັດແມ່ນບໍ່ຍາກ ໃຊ້ເວລາກວ່າ 6 ຊົ່ວໂມງ ແລະ ຕອນກາງຄືນ (9 ສິງຫາ) ເວລາ 21:30 ທີ່ຜ່າຕັດ ຟິມແມ່ນຍັງບໍ່ໄດ້ສະຕິເພາະຢາເຮັດໃຫ້ນອນຫຼັບ ມີແຕ່ຖ້າເບິ່ງອາການໃນຕອນເຊົ້າວ່າຈະມີອາການແຊກຊ້ອນຫຼືອັກເສບບໍລິເວນໃດແດ່. ໂດຍຕອນນີ້ຟິມແມ່ນຢູ່ທີ່ຫ້ອງປອດເຊື້ອ ແລະມີການງົດຢ້ຽມຢາມທຸກກໍລະນີ ເພາະຢູ່ໃນໄລຍະລະບາດຂອງໂຄວິດ-19  ແລະ ທ່ານໝໍຍັງເຜີຍອີກວ່າການຜ່າຕັດແມ່ນຜ່ານພົ້ນໄປດ້ວຍດີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ