ສະຫະພາບຢູໂຣບ ເຫັນດີ ອອກກົດໝາຍກຳກັບຄວບຄຸມ ຕະຫຼາດ Cryptocurrency  ຫວັງໃຊ້ປົກປ້ອງນັກລົງທຶນ


ໃນໄລຍະທີ່ຜ່ານມາ ສະຫະພາບຢູໂຣບ ຫຼື EU ເປັນກຸ່ມປະເທດໜຶ່ງທີ່ໃຫ້ຄວາມສຳຄັນ ແລະ ປຶກສາຫາລືໃນການຮັບຮອງເອົາ Cryptocurrency ມາຕະຫຼອດ. ຫຼ້າສຸດ EU ໄດ້ເຫັນກົງກັນແລ້ວວ່າໃຫ້ກຳນົດໃຫ້ມີການກຳກັບດູແລຕະຫຼາດສິນຊັບ Cryptocurrency ຫຼື Markets in Crypto-Assets (MiCA) ຫວັງປົກປ້ອງນັກລົງທຶນ ແລະ ຍັງເປັນການຍົກລະດັບມາດຕະຖານຂອງຜູ້ອອກຫຼຽນ Stablecoin ນຳອີກ.

ທາງກຸ່ມ EU ໄດ້ໂຈະການອອກກົດໝາຍເພື່ອກຳກັບດູແລ ແລະ ຂອບເຂດການເຮັດວຽກຂອງ MiCA ມາກວ່າ 2 ປີແລ້ວ. ແຕ່ເມື່ອວັນທີ 30 ມິຖຸນາ 2022 ທີ່ຜ່ານມາ ທາງຝ່າຍກຳກັບດູແລໄດ້ເລີ່ມກຳນົດໃຫ້ຜູ້ຈະອອກຫຼຽນໃໝ່ ໃຫ້ສົ່ງ White Paper ຫຼື ລາຍລະອຽດກ່ຽວກັບໂຄງການນັ້ນໆມາລົງທະບຽນກັບຝ່າຍກຳກັບດູແລກ່ອນ ລວມທັງໃຫ້ເກັບຮັກສາສິນຊັບສຳຮອງໃນແບບດຽວກັບ ສະຖາບັນການເງິນ ສຳລັບຜູ້ທີ່ຈະອອກຫຼຽນ Stablecoin.

Mairead McGuiness ຄະນະກຳມະການສະຫະພາບຢູໂຣບ ລວມເຖິງເປັນຜູ້ດຳເນີນການດ້ານການກຳກັບດູແລ Cryptocurrency ໃນສະຫະລັດອາເມຣິກາ ໄດ້ອອກມາກ່າວວ່າ: “ຂ້ອຍຄິດວ່າເຮົາບໍ່ຄວນມີອຸດສາຫະກຳທີ່ບໍ່ໄດ້ຮັບການກຳກັບດູແລ” ລວມເຖິງຊີ້ໃຫ້ເຫັນວ່າການບໍ່ກຳກັບດູແລ ນຳໄປສູ່ຄວາມປັ່ນປ່ວນດັ່ງທີ່ເຫັນໃນຕະຫຼາດ Crypto ໃນໄລຍະກ່ອນໜ້ານີ້.

Mairead McGuiness ກ່າວຕໍ່ວ່າ: “ເຮົາດີໃຈທີ່ກຳລັງໄປໃນທິດທາງນີ້ ລວມເຖິງເຮົາຍັງຕ້ອງໄດ້ຮັບຄວາມດູແລຈາກນານາຊາດ ເນື່ອງຈາກປະເດັນດັ່ງກ່າວບໍ່ສາມາດກຳກັບດູແລໄດ້ໂດຍພວກເຮົາພຽງຝ່າຍດຽວ”.

ການກຳກັບດູແລ MiCA ຄັ້ງນີ້ ເກີດຂຶ້ນເມື່ອເດືອນ ກັນຍາ ປີ 2022 ເພື່ອເຂົ້າມາດູແລເລື່ອງ ICO (Initial Coin Offering) ທີ່ເປັນອີກໜຶ່ງວິທີໃນການລະດົມທຶນຜ່ານ Crypto ເຊິ່ງພິສູດມາແລ້ວ ວ່າເຕັມໄປດ້ວຍໂຄງການທີ່ບໍ່ປະສົບຜົນສຳເລັດ ເຊິ່ງກົດໝາຍທີ່ກ່ຽວຂ້ອງກັບເລື່ອງນີ້ ກໍໄດ້ຜ່ານລັດຖະບານ EU ແລະ ຝ່າຍນິຕິບັນຍັດ ໃຫ້ມີຜົນບັງຄັບໃຊ້ໄປເປັນທີ່ຮຽບຮ້ອຍ.

ໂດຍການອອກກົດໝາຍເພື່ອກຳກັບດູແລສິນຊັບດິຈິຕອນ ແລະ ໃຫ້ບໍລິການດ້ານສິນຊັບດິຈິຕອນຂອງກຸ່ມ EU ນັ້ນຈະຖືກກຳກັບດູແລໄປຕາມແຕ່ລະປະເທດໃນກຸ່ມ ເຊິ່ງລວມທັງໝົດມີ 27 ປະເທດ.

ການເຂົ້າມາກຳກັບ MiCA ຄັ້ງນີ້ນັ້ນແມ່ນເປັນທີ່ຍອມຮັບໃນວົງກວ້າງ ເພາະມີສ່ວນໃນການເພີ່ມຄວາມໜ້າເຊື່ອຖື ແລະ ສາມາດສະເໜີບໍລິການໄປຫາສະຖາບັນການເງິນແບບດັ້ງເດີມ ລວມທັງການໄປດຳເນີນທຸລະກິດ ໃນແຕ່ລະປະເທດພາຍໃນສະຫະພາບຢູໂຣບໄດ້ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/