ເນເທີແລນ ສັ່ງຫ້າມນັກກິລາ ແລະ ບຸກຄົນມີຊື່ສຽງທົ່ວປະເທດ ຮັບໂຄສະນາກ່ຽວກັບ ການພະນັນ ເດັດຂາດ


ປະຕິເສດບໍ່ໄດ້ວ່າການພະນັນເປັນສິ່ງທີ່ຢູ່ກັບສັງຄົມທົ່ວໂລກ ບໍ່ວ່າຈະຖືກ ຫຼື ຜິດໝາຍ ແລະ ທີ່ຜ່ານມາເຮົາມັກຈະເຫັນບຸກຄົນທີ່ມີຊື່ສຽງ ໂຄສະນາກ່ຽວກັບການພະນັນຢູ່ເລື້ອຍໆ. ແຕ່ນັບຈາກນີ້ໄປ ໃນໜ້າສື່ຂອງປະເທດເນເທີແລນ ເຮົາຈະບໍ່ເຫັນ ນັກກິລາ ຫຼື ຄົນດັງໃນປະເທດອອກມາໂຄສະນາກ່ຽວກັບການພະນັນອີກຕໍ່ໄປ.

ລັດຖະບານເນເທີແລນ ໄດ້ສັ່ງຫ້າມນັກກິລາ ຫຼື ຄົນມີຊື່ສຽງໃນປະເທດອອກມາໂຄສະນາກ່ຽວກັບການພະນັນອີກຕໍ່ໄປ ຫຼັງລັດຖະບານໄດ້ດຳເນີນມາດຕະການຕໍ່ສູ້ກັບການຕິດການພະນັນໃນກຸ່ມໄວໜຸ່ມ ແລະ ກຸ່ມສ່ຽງ ເຊິ່ງເປັນການປັບປຸງການໂຄສະນາຄັ້ງທຳອິດ ນັບຕັ້ງແຕ່ເນເທີແລນເປີດຕະຫຼາດການພະນັນອອນລາຍເມື່ອເດືອນ ຕຸລາ ປີ 2021.

ຟຣັອງ ເວວິນ (Franc Weerwind) ລັດຖະມົນຕີວ່າການກະຊວງການຄຸ້ມຄອງທາງກົດໝາຍຂອງເນເທີແລນ ອ້າງເຖິງງານວິໄຈເມື່ອປີ 2015 ທີ່ສະແດງໃຫ້ເຫັນວ່າ ການໃຊ້ຄົນດັງຈາກວົງການບານເຕະ ມີສ່ວນຮ່ວມໃນການພະນັນ ເປັນເລື່ອງທີ່ປົກກະຕິຫຼາຍຂຶ້ນ, ນອກຈາກນີ້ຍັງເຮັດໃຫ້ການປະເມີນຄວາມສ່ຽງມີຄວາມຍາກຂຶ້ນ.

ໂທນີ່ ຟານ ຣູດ (Tony van Rooij) ຫົວໜ້າໂຄງການ ການພະນັນທີ່ສະຖາບັນ Trimbos ແຫ່ງ ເນເທີແລນ ກ່າວວ່າ ການຫ້າມຄົນມີຊື່ສຽງໃນເນເທີແລນ ມາໂຄສະນາກ່ຽວກັບການພະນັນນັ້ນ ເປັນຂັ້ນຕອນທຳອິດທີ່ດີ ມັນຊ່ວຍໄດ້ບາງຢ່າງ ເພາະເຮົາຮູ້ວ່າການໃຊ້ຄົນມີຊື່ສຽງມາໂຄສະນານັ້ນ ມັນສາມາດກະຕຸ້ນໃຫ້ຜູ້ຄົນມີພຶດຕິກຳຫຼິ້ນການພະນັນຫຼາຍຂຶ້ນ.

ຫຼັງການພະນັນອອນລາຍເປັນສິ່ງທີ່ຖືກກົດໝາຍໃນເນເທີແລນ ເມື່ອປີ 2021 ພົບວ່າມີໄວໜຸ່ມຈຳນວນຫຼາຍທີ່ມີບັນຊີກັບເວັບໄຊການພະນັນ ເຊິ່ງຄິດເປັນປະມານ 17% ຂອງບັນຊີທີ່ຖືກສ້າງຂຶ້ນໂດຍກຸ່ມຄົນທີ່ມີອາຍຸລະຫວ່າງ 18 ຫາ 24 ປີ ໂດຍກຸ່ມອາຍຸດັ່ງກ່າວຄິດເປັນ 11% ຂອງປະຊາກອນເນເທີແລນ.

ຢ່າງໃດກໍຕາມ ການສັ່ງຫ້າມດັ່ງກ່າວມີຜົນພຽງກັບໂຄສະນາປະເພດ ເກມສ່ຽງໂຊກ, ການພະນັນອອນລາຍ, ຄາສິໂນ ແລະ ການພະນັນທີ່ກ່ຽວກັບກິລາ. ແຕ່ວ່າລັອດເຕີຣີ (ຊື້ເລກ) ການກຸສົນ  ເຊັ່ນ ລັອດເຕີຣີ ລັດຖະບານ ຈະຍັງໄດ້ຮັບການຍົກເວັ້ນ ເນື່ອງຈາກຖືກເບິ່ງວ່າເປັນການພະນັນທີ່ມີຄວາມສ່ຽງໜ້ອຍກວ່າ.

      ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/