ປະທານປະເທດ ລົງຢ້ຽມຢາມຊຸກຍູ້ການຜະລິດຢູ່ 2 ຕົວເມືອງໃນນະຄອນຫຼວງວຽງຈັນ


ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມຊຸກຍູ້ການພັດທະນາ ແລະ ການຜະລິດຢູ່ 5 ຈຸດໃນ 2 ຕົວເມືອງ ຄື: ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ ໃນວັນທີ 29 ມິຖຸນາ 2022 ທີ່ຜ່ານມາ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ທອງລຸນ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ກຸ່ມ 6 ທ່າພະ ເມືອງຫາດຊາຍຟອງ. ທ່ານ ບຸນລອດ ຄຳດີ ຮອງປະທານກຸ່ມການຜະລິດກະສິກຳເປັນສິນຄ້າກຸ່ມ 6 ທ່າພະ ກໍໄດ້ລາຍງານວ່າ: ປັດຈຸບັນ ກຸ່ມການຜະລິດມີສະມາຊິກ 142 ຄອບຄົວ ເຊິ່ງກິດຈະກຳສະເພາະແມ່ນໄດ້ລ້ຽງງົວລາດພື້ນບ້ານ 50 ໂຕ, ປູກໝາກພ້າວນ້ຳຫອມໃນດິນ 2 ຕອນ, ມື້ເນື້ອທີ່ 4.5 ເຮັກຕາ, ປູກແລ້ວມີຈຳນວນ 1,200 ຕົ້ນ, ປູກເຂົ້ານາປີ ເປັນພັນເຂົ້າໜຽວທ່າດອກຄຳ 8 ສຳເລັດແລ້ວຈຳນວນ 28.8 ເຮັກຕາ ແລະ ຍັງຈະໄດ້ປູກຕື່ມອີກໃນເນື້ອທີ່ 4.8 ເຮັກຕາ.

ນອກຈາກນີ້ ກໍໄດ້ລາຍງານເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງມີຂໍ້ສະເໜີໃຫ້ທາງຂັ້ນເທິງພິຈາລະນາຊ່ວຍເຫຼືອ ເປັນຕົ້ນແມ່ນແຫຼ່ງທຶນກູ້ຢືມດອກເບ້ຍຕ່ຳ ເພື່ອເປັນທຶນໃນການດຳເນີນງານຂອງສະຫະກອນ ເພື່ອພັດທະນາສະຫະກອນໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ອື່ນໆ. ໂອກາດດຽວກັນ, ທ່ານ ປະທານປະເທດ ກໍໄດ້ກ່າວຊົມເຊີຍ ແລະ ໃຫ້ກຳລັງໃຈ ສະມາຊິກກຸ່ມ 6 ທ່າພະ, ພ້ອມທັງຊີ້ນຳໃຫ້ພາກລັດ ກໍຄືພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆ ເປັນຕົ້ນ ວິຊາການ ແລະ ອື່ນໆ. ທ່ານ ທອງລຸນ ໄດ້ກ່າວອີກວ່າ ຈະມອບຂອງຂວັນເປັນຄອມພິວເຕີ ຈຳນວນ 3 ຊຸດ ໃຫ້ແກ່ສະຫະກອນກຸ່ມການຜະລິດກະສິກຳເປັນສິນຄ້າ ອີກດ້ວຍ.

ຈາກນັ້ນ ທ່ານທອງລຸນ ກໍໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການຜະລິດທີ່ໂຮງງານຜະລິດໝາກຖົ່ວດາວອິນຄາຂອງບໍລິສັດ ໄໝສະຫວັນ ທີ່ບ້ານສາລາຄຳ ເມືອງຫາດຊາຍຟອງ. ທ່ານ ນາງ ວິລະວົງ ອິນທິສານ ຕາງໜ້າບໍລິສັດ ລາຍງານວ່າ: ຜົນງານການປະຕິບັດໃນປີຜ່ານມາ ໄດ້ຜະລິດຖົ່ວດາວອິນຄາ ຈຳນວນ 128 ໂຕນ ແລະ ສົ້ມພໍດີ 20.5 ໂຕນ, ເກັບຊື້ຈາກປະຊາຊົນ 105 ໂຕນ, ໄດ້ສົ່ງອອກຜະລິດຕະພັນ 17 ຄັ້ງ ລວມ 91.14 ໂຕນ ແລະ ສົ່ງອອກນ້ຳມັນຖົ່ວດາວອິນຄາ 10,000 ລິດ, ລວມມູນຄ່າ 539,282 ໂດລາ ແລະ ຂາຍພາຍໃນ 715,100,000 ກີບ. ນອກຈາກນີ້ ກໍຍັງໄດ້ລາຍງານໃຫ້ຮູ້ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ ໃຫ້ຂັ້ນເທິງພິຈາລະນາຊ່ວຍເຫຼືອໃຫ້ບໍລິສັດ ໄດ້ເຂົ້າຮ່ວມໂຄງການ ການສົ່ງເສີມ ຫຼື ຮັບຊື້ຜົນຜະລິດກະສິກຳ ໃນໂຄງການ ການຄ້າເສລີລາວ-ຈີນ. ໄລຍະຜ່ານມາ ບໍລິສັດ ໄດ້ສົ່ງຜົນຜະລິດສິນຄ້າເປັນຕົ້ນແມ່ນຜະລິດຕະພັນຈາກຖົ່ວດາວອິນຄາ, ພິກໄທ, ສົມພໍດີ, ກ້ວຍຕາກ, ຊາໃບມອນ, ຊາຂຽວ ແລະ ຊາສະໝຸນໄພອື່ນໆ ອອກຫຼາຍປະເທດເຊັ່ນ: ປະເທດ ຝຣັ່ງ, ອິຕາລີ, ອາເມຣິກາ, ໄຕ້ຫວັນ (ຈີນ), ມາເລເຊຍ, ໄທ ເປັນຕົ້ນ.

ທ່ານປະທານປະເທດ ກໍໄດ້ກ່າວໃຫ້ກຳລັງໃຈ ແລະ ສະແດງຄຳຊົມເຊີຍຕໍ່ບໍລິສັດ, ພ້ອມກັນນີ້ ກໍເນັ້ນໃຫ້ພາກລັດ ກໍຄືຂະແໜງກ່ຽວຂ້ອງ ພິຈາລະນາແກ້ໄຂອຳນວຍຄວາມສະດວກດ້ານຕ່າງໆ ຕາມຄວາມຖືກຕ້ອງເໝາະສົມ ເພື່ອເປັນການຊຸກຍູ້ການຜະລິດ ແລະ ສົ່ງເສີມການສົ່ງອອກສິນຄ້າ ທີ່ເປັນຜະລິດຕະພັນຂອງລາວເຮົາ.

ຂອບໃຈຂໍ້ມູນຈາກ:

https://cutt.ly/gKNkb1W

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/