ນັກວິທະຍາສາດຈາກສະຫະລັດອາເມຣິກາຄົ້ນພົບວິທີປູກພືດໃນບ່ອນທີ່ບໍ່ມີແສງແດດໄດ້ສຳເລັດ


ໂດຍທົ່ວໄປແລ້ວ ການທີ່ພືດຈະຈະເລີນເຕີບໃຫຍ່ໄດ້ນັ້ນຈະຕ້ອງໄດ້ອາໄສພະລັງງານຈາກແສງແດດ ເພື່ອປ່ຽນກ໊າສ CO2 ແລະນ້ຳໃຫ້ກາຍເປັນສານອາຫານຫຼືທີ່ຮູ້ຈັກກັນດີໃນຊື່ “ຂະບວນການສັງເຄາະແສງ”. ຢ່າງໃດກໍດີເນື່ອງດ້ວຍສະຖານທີ່ບາງແຫ່ງທີ່ແສງແດດນັ້ນສ່ອງໄປບໍ່ເຖິງ ເຮັດໃຫ້ພືດຍາກຕໍ່ການຈະເລີນເຕີບໃຫຍ່, ດັ່ງນັ້ນຈຶ່ງເຮັດໃຫ້ນັກວິທະຍາສາດຈາກສະຫະລັດອາເມຣິກາຄິດຄົ້ນວິທີປູກພືດແບບບໍ່ຕ້ອງເພິ່ງພາແສງແດດໄດ້ແລ້ວ.

ສໍາລັບແນວຄິດວິທີປູກພືດແບບບໍ່ຕ້ອງອາໄສແສງແດດນີ້ ແມ່ນມາຈາກນັກວິທະຍາສາດຈາກມະຫາວິທະຍາໄລ California Riverside ແລະ ມະຫາວິທະຍາໄລ Delaware ໂດຍເຂົາເຈົ້າໄດ້ສຶກສາ ແລະ ຄິດຄົ້ນວິທີສັງເຄາະແສງຈໍາລອງນີ້ ເຊິ່ງຜົນງານການທົດລອງຂອງພວກເຂົາກໍໄດ້ຮັບການຕີພິມຜ່ານວາລະສານ Nature Food ໃນວັນທີ 23 ມິຖຸນາທີ່ຜ່ານມາ.

ໃນຂະບວນການນີ້ ພວກເຂົາໄດ້ໃຊ້ວິທີປ່ຽນ CO2 , ໄຟຟ້າ ແລະນ້ຳໃຫ້ກາຍເປັນ “Acetate” (C₂H₃O₂⁻) ເຊິ່ງເປັນສ່ວນປະກອບຫຼັກຂອງນ້ຳສົ້ມສາຍຊູ. ຈາກນັ້ນພືດຈະເຮັດການບໍລິໂພກ Acetate ແລະຈະສາມາດເຕີບໃຫຍ່ໄດ້ໃນພື້ນທີ່ທີ່ມືດ.

Robert Jinkerson ໜຶ່ງໃນຜູ້ສຶກສາວິໄຈເຜີຍວ່າ “ພວກເຮົາພະຍາຍາມຫາວິທີໃໝ່ໃນການຜະລິດອາຫານທີ່ສາມາດກ້າວຜ່ານຂໍ້ຈໍາກັດທີ່ຕ້ອງເພິ່ງພາການສັງເຄາະດ້ວຍແສງ” ໃນຂະນະທີ່ Elizabeth Hann ເຊິ່ງເປັນຜູ້ຮ່ວມສຶກສາອີກຄົນຂອງການຄິດຄົ້ນວິທີນີ້ ກໍໄດ້ບອກວ່າ ເທັກໂນໂລຢີໃໝ່ນີ້ ຈະເປັນວິທີທີ່ມີປະສິດທິພາບຫຼາຍກວ່າການປ່ຽນພະລັງງານແສງອາທິດໃຫ້ເປັນສານອາຫານ.

ທັງນີ້ ນັກວິທະຍາສາດກໍໄດ້ບອກກົງກັນວ່າ ການເຮັດໃຫ້ພືດເຕີບໃຫຍ່ໂດຍບໍ່ຕ້ອງເພິ່ງແສງອາທິດ ອາດຈະເປັນການເປີດທາງສູ່ວິທີການຜະລິດອາຫານໃນສະພາບແວດລ້ອມທີ່ຍາກລໍາບາກໄດ້ ໂດຍສະເພາະໃນສະຖານະການປັດຈຸບັນນີ້ທີ່ມະນຸດເຮົາຕ້ອງປະເຊີນກັບບັນຫາສະພາບອາກາດປ່ຽນແປງທີ່ມັນໄດ້ກະທົບຄວາມໝັ້ນຄົົງທາງອາຫານ.

ນອກຈາກນີ້ ມີຫຼາຍຄົນເຊື່ອວ່າເທັກໂນໂລຢີປູກພືດ (ທີ່ເປັນອາຫານໄດ້) ໂດຍບໍ່ຕ້ອງອາໄສການສັງເຄາະແສງທາງຊີວະພາບ ອາດຈະນໍາໄປສູ່ຮູບແບບການປູກອາຫານທີ່ມັນສາມາດນໍາອອກໄປປູກຢູ່ນອກໂລກໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/