ຮູ້ຫຼືບໍໍ່? ຖ້າຖືກແມ່ຫວຍໂກງ ສາມາດຟ້ອງຮ້ອງໄດ້ຕາມກົດໝາຍອາຍາ!


ການຫຼິ້ນຫວຍ ຫຼື ເຂົ້າຫວຍເງິນມື້ ເປັນສິ່ງທີ່ມີຄູ່ກັບສັງຄົມລາວມາດົນແລ້ວ ແລະ ມັກຈະເປັນອີກສາເຫດໜຶ່ງທີ່ພາໃຫ້ຫຼາຍຄົນໝົດເນື້ອໝົດຕົວ ຈາກການຖືກຕົວະຍົວະຫຼອກລວງ ຫຼື ການຖືກຍັກຍອກເງິນ ຈາກການຫຼິ້ນຫວຍ.

ການຫຼິ້ນຫວຍກໍປຽບເໝືອນການລະດົມເງິນຝາກເພື່ອປ່ອຍກູ້ ຫຼື ທ້ອນເງິນ ໃຫ້ເປັນກ້ອນທຶນຈຳນວນໜຶ່ງ ໂດຍມີດອກເບ້ຍອັດຕາສູງ ເປັນສິ່ງຕອບແທນ ດ້ວຍວິທີການທີ່ແມ່ຫວຍຈະເກັບເງິນນຳລູກຫວຍທຸກຄົນໃນກຸ່ມເປັນມື້/ອາທິດ/ເດືອນ/ປີ ເມືື່ອຮອດກຳນົດມື້ເປຍແລ້ວກໍມອບໃຫ້ລູກຫວຍຜູ້ທີ່ຖືກຜຽນເອົາ ເຊິ່ງລູກຫວຍຜູ້ທີ່ເປຍເອົາແລ້ວຈະມີພັນທະຈ່າຍເງິນຄືນທັງຕົ້ນທຶນ ແລະ ດອກເບ້ຍໃຫ້ກັບແມ່ຫວຍ ແລ້ວແມ່ຫວຍຈະມອບເງິນໃຫ້ລູກຫວຍຄົນຕໍ່ໆໄປຈົນຮອດລູກຫວຍຜູ້ສຸດທ້າຍ ເຊິ່ງແມ່ຫວຍຈະໄດ້ເງິນຕອບແທນ ເອີ້ນວ່າຄ່າມືແມ່.

ການຫຼິ້ນຫວຍປຽບເໝືອນ ການລະດົມເງິນຝາກ ເພື່ອປ່ອຍໃຫ້ສະມາຊິກໃນກຸ່ມກູ້ຢືມໃນໄລຍະເວລາໃດໜຶ່ງ ເຊິ່ງມີຜົນຕອບແທນເປັນດອກເບ້ຍ. ຮູບແບບຄ້າຍຄືກັນກັບການເຄື່ອນໄຫວຂອງສະຖາບັນການເງິນໃດໜຶ່ງ ແຕ່ບໍ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ. ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ການຫຼິ້ນຫວຍ ແມ່ນສິ່ງທີ່ຜິດກົດໝາຍ.

ວ່າດ້ວຍປະມວນກົດໝາຍອາຍາ ປີ 2017 ໝວດທີ 7 ການກະທຳຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ ມາດຕາ 297 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ລະບຸໄວ້ວ່າ ບຸກຄົນໃດ ຫາກໄດ້ດຳເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຫຼື ເຄື່ອນໄຫວທຸລະກິດ ໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 10,000,000 ກີບ.

ການຫຼິ້ນຫວຍນັ້ນຖືເປັນສິ່ງທີ່ມີຄວາມສ່ຽງຫຼາຍດ້ານ ເພາະສ່ວນຫຼາຍເປັນການຕົກລົງກັນແບບປາກເປົ່າ ແລະ ມັກຈະເກີດບັນຫາຫຼາຍຢ່າງເຊັ່ນ: ຜູ້ທີ່ເປຍຫວຍໄປແລ້ວໂຕນໜີ, ນຳຕົວບໍ່ພໍ້, ປິດກັ້ນຊ່ອງທາງການຕິດຕໍ່ທຸກທາງ, ແມ່ຫວຍຮັບເງິນມາແລ້ວ ແຕ່ແມ່ຫວຍໂຕນໜີ ຫຼື ຈ່າຍບໍ່ຄົບ, ຈ່າຍເທື່ອລະໜ້ອຍ ຫຼື ບໍ່ຈ່າຍເລີຍ ເປັນຕົ້ນ.

ແລ້ວໃນກໍລະນີທີ່ແມ່ຫວຍຜິດນັດບໍ່ຈ່າຍເງິນໃຫ້ລູກຫວຍຕາມທີ່ຕົກລົງກັນໄວ້ ດັ່ງທີ່ເປັນຂ່າວ ລູກຫວຍສາມາດຟ້ອງຮ້ອງໄດ້ບໍ່? ໃນກໍລະນີນີ້ ຖ້າຫາກແມ່ຫວຍມີເຈດຕະນາ ໂຕນໜີ, ຍັກຍອກຊັບ ພົນລະເມືອງ ໂດຍການປິດກັ້ນຊ່ອງທາງການຕິດຕໍ່ ເຊິ່ງໃນກໍລະນີນີ້ ລູກຫວຍສາມາດຮ້ອງຟ້ອງດຳເນີນຄະດີອາຍາຂໍ້ຫາ ສໍ້ໂກງຊັບ ຫຼື ຍັກຍອກຊັບ ແລະ ຈະຖືກຍຶດຊັບເພື່ອໃຊ້ແທນໜີ້ສິນ.

ອີງຕາມປະມວນກົດໝາຍອາຍາ ປີ 2017 ໝວດທີ 5 ການກະທຳຜິດຕໍ່ກຳມະສິດ ມາດຕາ 233 ການສໍ້ໂກງຊັບ ລະບຸໄວ້ວ່າ:​ ບຸກຄົນໃດ ຫາກໄດ້ໃຊ້ເລ່ລ່ຽມ ຕົວະຍົວະຫຼອກລວງ ດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສາມເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 20,000,000 ກີບ.

ໃນກໍລະນີເອົາການສໍ້ໂກງຊັບເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີກໍ່ຄວາມເສຍຫາຍ ຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມປີ ຫາ ແປດປີ ແລະ ຈະຖືກປັບໃໝ ແຕ່ 10,000,000 ກີບ ຫາ 50,000,000 ກີບ.

ຄວາມພະຍາຍາມກໍ່ການກະທຳຜິດ ກໍຈະຖືກລົງໂທດ.

ອີງຕາມປະມວນກົດໝາຍອາຍາ ປີ 2017 ໝວດທີ 5 ການກະທຳຜິດຕໍ່ກຳມະສິດ ມາດຕາ 234 ການຍັກຍອກຊັບ ລະບຸໄວ້ວ່າ: ບຸກຄົນໃດ ຫາກໄດ້ສວຍໃຊ້ຄວາມເຊື່ອໃຈ ເພື່ອລັກໂລບເອົາ, ຕັດຮອນເອົາ ຫຼື ສັບປ່ຽນເອົາຊັບທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາ ຫຼື ເພື່ອຈຸດປະສົງໃດໜຶ່ງ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສາມເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 20,000,000 ກີບ.

ໃນກໍລະນີເອົາການຍັກຍອກຊັບເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີກໍ່ຄວາມເສຍຫາຍ ຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ແປດປີ ແລະ ຈະຖືກປັບໃໝ ແຕ່ 10,000,000 ກີບ ຫາ 50,000,000 ກີບ.

ຄວາມພະຍາຍາມກໍ່ການກະທໍາຜິດ ກໍຈະຖືກລົງໂທດ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/