ລອງນອນຄຸກເບິ່ງບໍ່? ຍີ່ປຸ່ນປັບປຸງຄຸກເກົ່າອາຍຸ 114 ປີໃຫ້ເປັນໂຮງແຮມ ຫວັງດຶງດູດນັກທ່ອງທ່ຽວ ທີ່ຕ້ອງການລອງປະສົບການໃໝ່ໆ


ຄຳວ່າຄຸກ ອາດຈະບໍ່ແມ່ນສະຖານທີ່ ທີ່ທຸກຄົນຢາກຈະເຂົ້າໄປຢູ່ ຫຼືໄປກ່ຽວພັນນຳປານໃດ ແຕ່ປະເທດຍີ່ປຸ່ນອາດຈະກຳລັງຈະປ່ຽນຄວາມຄິດເຮົາ ໃຫ້ຢາກລອງໄປນອນໃນນັ້ນຈັກຄືນໜຶ່ງກໍໄດ້ ເພາະທາງຍີ່ປຸນກຳລັງປັບປຸງຄຸກທີ່ເອົາໄວ້ກັກຂັງນັກໂທດ ໃຫ້ກາຍເປັນໂຮງແຮມ ເພື່ອດຶງດູດນັກທ່ອງທ່ຽວທີ່ຢາກລອງສຳຜັດກັບບັນຍາກາດແບບໃໝ່ໆ.

ຄຸກດັ່ງກ່າວ ມີຊື່ວ່າ ຄຸກ ນາຣາ (Nara Prison) ຕັ້ງຢູ່ເມືອງ ນາຣາ ທາງພາກຕາເວັນຕົກຂອງເກາະ ຮອນຊູ (Honshu)  ປະເທດຍີ່ປຸ່ນ ເປັນໜຶ່ງໃນຄຸກທີ່ເກົ່າແກ່ທີ່ສຸດ ແລະ ມີປະຫວັດສາດອັນຍາວນານ ສ້າງຂຶ້ນຕັ້ງແຕ່ປີ 1908 ເຊິ່ງອອກແບບໂດຍ ເຄອິຈິໂຣະ ຍາມາຊິຕະ (Keijiro Yamashita) ໜຶ່ງໃນເຈົ້າໜ້າທີ່ປະຈຳກະຊວງກົດໝາຍ ຜູ້ອອກແບບຄຸກ ແລະ ສານ ຫຼາຍແຫ່ງທົ່ວໂລກ.

ຄຸກທີ່ກໍ່ດ້ວຍດິນຈີ່ສີແດງແຫ່ງນີ້ ຖືເປັນຕົ້ນແບບທີ່ດີທີ່ສຸດຂອງສະຖາປັດຕະຍະກຳໃນຍຸກນັ້ນ ທັງຍັງເປັນທີ່ຮູ້ຈັກກັນໃນຖານະໜຶ່ງໃນສຸດຍອດຄຸກທັງ 5 ຍຸກ ເມຈິ ຫຼື Meiji Five Great Prisons ແລະ ເປັນພຽງສະຖານທີ່ແຫ່ງດຽວທີ່ຍັງມີສະພາບສົມບູນ.

ຢ່າງໃດກໍຕາມ ຄຸກແຫ່ງນີ້ໄດ້ປິດຕົວໄປເມື່ອເດືອນ ມີນາ ປີ 2017 ແລະ ຖືກປະກາດໃຫ້ເປັນຊັບສິນທາງວັດທະນະທຳ ທີ່ສຳຄັນຂອງຊາດ ຫຼັງຈາກນັ້ນອາຄານເກົ່າແກ່ຫຼັງນີ້ຈຶ່ງຖືກ ສ້ອມແປງໃຫ້ມີໂຄງສ້າງໃໝ່ທີ່ມີແຂງແຮງ, ຄົງທົນຕໍ່ແຜ່ນດິນໄຫວໄດ້ຫຼາຍຂຶ້ນ ແລະ ຖືກຕັ້ງເປົ້າໝາຍໃຫ້ເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວຈາກທົ່ວໂລກ.

ການປັບປຸງໃຫ້ເປັນໂຮງແຮມໃໝ່ຄັ້ງນີ້ ຈະເປັນການດຳເນີນງານຂອງບໍລິສັດ ໂຮຊິໂນະ ຣີສອດ (Hoshino Resorts) ທີ່ເປັນເຈົ້າຂອງທຸລະກິດໂຮງແຮມຫຼາຍແຫ່ງ ທົ່ວປະເທດ ຍີ່ປຸ່ນ. ເຊິ່ງທາງບໍລິສັດໄດ້ເປີດເຜີຍວ່າ ພາຍໃນອາຄານຈະໄດ້ຮັບການປັບປຸງໃໝ່ ເພື່ອໃຫ້ຜູ້ເຂົ້າພັກຮູ້ສຶກປະທັບໃຈ ແລະ ສະບາຍໃຈ.

ພາຍໃນໂຮງແຮມຈະມີຫ້ອງພັກທັງໝົດ 48 ຫ້ອງ ໂດຍແຕ່ລະຫ້ອງຈະຖືກປັບປຸງມາຈາກຫ້ອງຂັງດ່ຽວ ປະມານ 9 ຫ້ອງ ທີ່ຢູ່ບໍລິເວນຊັ້ນ 1 ແລະ ຊັ້ນ 2. ສ່ວນອາຄານຍາວທັງ 5 ອາຄານ ຈະຖືກປ່ຽນເປັນຫ້ອງພັກສຳລັບແຂກ. ສ່ວນຫ້ອງເຮັດວຽກເຈົ້າໜ້າທີ່ຕ່າງໆ ຈະຖືກປ່ຽນເປັນ ພື້ນທີ່ໃຊ້ສອຍລວມຕ່າງໆຂອງໂຮງແຮມ.

ສ່ວນອາຄານນ້ອຍໆທີ່ແຍກອອກມາຈະຖືກໃຊ້ເປັນ ພິພິທະພັນ ເຊິ່ງເປີດໃຫ້ເຂົ້າເບິ່ງທັງແຂກທີ່ມາພັກຢູ່ໂຮງແຮມ ແລະ ຜູ້ທີ່ຕ້ອງການມາສຳຜັດເຖິງປະຫວັດສາດອັນຍາວນານ ກໍສາມາດເຂົ້າມາເບິ່ງພິພິຕະພັນແຫ່ງນີ້ໄດ້ເຊັ່ນດຽວກັນ.

     ໂຄງການນີ້ໃຊ້ເງິນທັງໝົດປະມານ 4 ລ້ານໂດລາ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນປີ 2024 ແລະ ຫວັງໃຫ້ໂຮງແຮມດັ່ງກ່າວກາຍເປັນທ່າແຮງສຳຄັນໃນການຟື້ນຟູການທ່ອງທ່ຽວປະຈຳເມືອງນາຣາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/