ຄົນລະໂດ້! ລູກບອກພໍ່ໃຫ້ຕັດຊົງຜົມ Cristiano Ronaldo ໃຫ້ ແຕ່ພໍ່ຕັດຊົງ Ronaldo ບຣາຊິລ ໃຫ້ແທນ


ຜົມຖືວ່າເປັນອີກເລື່ອງໜຶ່ງທີ່ຜູ້ຊາຍໃຫ້ຄວາມສຳຄັນຫຼາຍ ລວມໄປເຖິງເດັກນ້ອຍຄົນນີ້ທີ່ຢາກຈະມີຊົງຜົມເທ້ໆ ຄືກັບ ຄຣິສເຕຍໂນ້ ໂຣນັລໂດ້ ນັກເຕະໃນດວງໃຈຂອງລາວ ແຕ່ຖືກພໍ່ຂອງຕົນເອງຕັດຜົມໃຫ້ຜິດຊົງ, ຈາກ ຄຣິສເຕຍໂນ້ ໂຣນັລໂດ້ ຊຸບເປີ້ສະຕາ ຊາວ ໂປຕຸເກດ ໄປເປັນ ຊົງຜົມຂອງ ໂຣນັລໂດ້ ລຸຍສ ນາຊາຣິໂອ້ ເດິ ລິມາ (Ronaldo Luís Nazário de Lima) ຫຼື ທີ່ຮູ້ຈັກກັນໃນນາມ ໂຣນັລໂດ້ R9 ຊຸບເປີ້ສະຕາຊາວ ບຣາຊິລ ທີ່ເຄີຍຕັດ ແລ້ວໂດດເດັ່ນ ໃນບານໂລກ ປີ 2002.

ໃນວິດີໂອ ເຜີຍໃຫ້ເຫັນເຫດການຄື ມີເດັກນ້ອຍຄົນໜຶ່ງ ກຳລັງອະທິບາຍໃຫ້ພໍ່ຟັງວ່າ ຢາກໃຫ້ພໍ່ຕັດຜົມໃຫ້ເປັນຊົງແບບ ຄຣິສເຕຍໂນ້ ໂຣນັລໂດ້  ແລະ ໄດ້ເອົາຮູບຂອງ CR7 ສະໄໝຫຼິ້ນໃຫ້ກັບ ຢູເວັນຕຸສ ເມື່ອປີ 2019-2020 ໃຫ້ເບິ່ງ.

ຢ່າງໃດກໍຕາມ ຝ່າຍຜູ້ເປັນພໍ່ນັ້ນມີຄວາມຄິດໄປອີກແບບໜຶ່ງ  ແລະ ຕັດສິນໃຈລົງມືຕັດຜົມໃຫ້ລູກຊາຍຫົວແກ້ວຫົວແຫວນ ເປັນຊົງ ໂຣນັລໂດ້ ຄືກັບທີ່ລູກຊາຍບອກ. ແຕ່ຊົງ ໂຣນັລໂດ້ ທີ່ພໍ່ຕັດໃຫ້ນັ້ນ ເປັນ ໂຣນັລໂດ້ R9 ບໍ່ແມ່ນ ໂຣນັລໂດ້ CR7 ດັ່ງທີ່ລູກຊາຍຕ້ອງການ.

ສຳລັບຊົງຜົມທີ່ຜູ້ເປັນພໍ່ຕັ້ງໃຈຕັດໃຫ້ກັບລູກຊາຍຂອງລາວນັ້ນ ເປັນຊົງທີ່ ໂຣນັລໂດ້ R9 ດາວຍິງ ຊາວບຣາຊິລ ເຄີຍສ້າງຄວາມຮືຮາ ໃນການແຂ່ງຂັນບານໂລກຮອບຊິງຊະນະເລີດ ເມື່ອປີ 2002 ເຊິ່ງເປັນລັກສະນະແບບ ຕັດຜົມທາງຂ້າງ, ທາງຫຼັງ ແລະ ທາງກາງ ອອກໝົດ ຈົ່ງໄວ້ພຽງທາງໜ້າໜ້ອຍດຽວ.

ຫຼັງຈາກທີ່ລູກຊາຍໄດ້ເຫັນຊົງຜົມຂອງລາວທີ່ພໍ່ຕັດໃຫ້ ວ່າບໍ່ແມ່ນຊົງດຽວກັນກັບທີ່ລາວຫວັງ ລາວກໍຮູ້ສຶກຕົກໃຈ ແລະ ປະຫຼາດໃຈຫຼາຍ. ໃນຂະນະທີ່ຜູ້ເປັນພໍ່ ເບິ່ງຄືກັບວ່າຈະບໍ່ຮູ້ສຶກຜິດຫຍັງເລີຍ ແຖມຍັງຫົວອອກມາຢ່າງສະໃຈ ພ້ອມກັບເວົ້າອອກມາວ່າ: “ໂລກນີ້ ບໍ່ໄດ້ມີ ໂຣນັລໂດ້ ຄົນດຽວ”.

ກ່ຽວກັບເລື່ອງຊົງຜົມຂອງ ໂຣນັລໂດ້ R9 ທີ່ສ້າງຄວາມຮືຮາໃນຄັ້ງນັ້ນ ລາວເປີດເຜີຍວ່າ ທີ່ຕັດແບບນັ້ນເພາະຕ້ອງການໃຫ້ສື່ມວນຊົນມາສົນໃຈເລື່ອງຊົງຜົມຂອງລາວແທນທີ່ຈະໄປສົນໃຈເລື່ອງ ອາການບາດເຈັບຂອງລາວ. ແຖມຍັງຂໍໂທດແມ່ໆທຸກຄົນທີ່ລູກໆຂອງພວກເຂົາໄປຕັດຜົມຊົງດຽວກັບລາວໃນເວລານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/