ນາງ ສຸດໃຈ ພັນທະວົງ ໄຣເດີ້ຟູດແພນດ້າຜູ້ທີ່ເສຍຂາໜຶ່ງຂ້າງເນື່ອງຈາກອຸບັດຕິເຫດ ແຕ່ບໍ່ເຄີຍຄິດວ່າຄວາມພິການເປັນອຸປະສັກໃນການຫາລ້ຽງຕົນເອງ ແລະ ຄອບຄົວ


“ອຸບັດຕິເຫດຄັ້ງນັ້ນມັນປຽບເໝືອນຝັນຮ້າຍ ແຕ່ເອື້ອຍດີໃຈທີ່ຍັງມີຊີວິດຢູ່ ແລະ ສາມາດເຮັດວຽກເພື່ອລ້ຽງລູກໄດ້ຄືກັນກັບຄົນອື່ນໆ.”

ນາງ ສຸດໃຈ ພັນທະວົງ ອາຍຸ 52 ປີ (ເອື້ອຍສຸດໃຈ) ເປັນໄຣເດີ້ຟູດແພນດ້າຜູ້ໜຶ່ງທີ່ເສຍຂາໜຶ່ງຂ້າງ ເນື່ອງຈາກອຸບັດຕິເຫດ ແຕ່ບໍ່ເຄີຍຄິດວ່າຄວາມພິການເປັນອຸປະສັກໃນການຫາລ້ຽງຕົນເອງ ກັບ ຄອບຄົວ ແລະ ຍັງສາມາດປະກອບອາຊີບຫາເງິນໄດ້ຄືກັນກັບຄົນອື່ນໆ ເຊິ່ງປັດຈຸບັນເອື້ອຍສຸດໃຈໄດ້ເຮັດວຽກເປັນ ໄຣເດີ້ຟູດແພນດ້າໄດ້ 2 ປີແລ້ວ.

ເອື້ອຍສຸດໃຈເປັນຜູ້ພິການຂາຂວາຕັ້ງແຕ່ອາຍຸໄດ້ 29 ປີ ເນື່ອງຈາກໂຊກຮ້າຍເກີດອຸບັດຕິເຫດໃນຕອນປີໃໝ່ລາວ ຍ້ອນຄົນເມົາແລ້ວຂັບ. ລາວບອກວ່າຍັງຈື່ຈຳເຫດການໃນຄັ້ງນັ້ນໄດ້ຂຶ້ນໃຈ ເພາະມັນເປັນສິ່ງທີ່ປ່ຽນຊີວິດຂອງລາວໄປແບບບໍ່ທັນໄດ້ຕັ້ງຕົວ ແລະ ຫຼັງຈາກທີ່ແອັດໄດ້ໄປນັ່ງລົມນຳເລົາ ເອື້ອຍສຸດໃຈກໍໄດ້ເວົ້າໃຫ້ຟັງວ່າ “ຫຼັງເກີດອຸບັດຕິເຫດ ຂ້ອຍບໍ່ຕ້ອງການທີ່ຈະມີຊີວິດຢູ່ຕໍ່ໄປເພາະຮູ້ສຶກເສຍໃຈຫຼາຍ ແຕ່ຍ້ອນລູກຂອງຂ້ອຍຈຶ່ງເຮັດໃຫ້ຂ້ອຍເຂັ້ມແຂງຂຶ້ນໄດ້ ແລະ ຄິດວ່າບໍ່ມີອຸປະສັກຫຍັງທີ່ເຮົາຜ່ານໄປບໍ່ໄດ້. ຢາກໃຫ້ທຸກຄົນເອົາປະສົບການຂອງຂ້ອຍໄປເປັນແບບຢ່າງໃຊ້ຊີວິດໃຫ້ມີປະໂຫຍດ, ຍາມທີ່ເຮົາຍັງມີເຫື່ອແຮງຫາໄດ້ ຢ່າໄປອະຄະຕິກັບອາຊີບທີ່ເຮົາເຮັດ ເຮັດຈິດໃຈໃຫ້ມ່ວນຊື່ນໄປກັບການເຮັດວຽກ ແລ້ວເຮົາຈະບໍ່ທໍ້ໃນຍາມທີ່ເຮົາຕ້ອງປະເຊີນກັບບັນຫາຕ່າງໆ”

ນອກຈາກນີ້ ເອື້ອຍສຸດໃຈຍັງໄດ້ບອກປິດທ້າຍວ່າ: “ຂໍຂອບໃຈທາງຟູດແພນດ້າທີ່ໄດ້ຮັບເອົາຂ້ອຍເຂົ້າເຮັດວຽກນີ້ ໂດຍບໍ່ມີຂໍ້ຍົກເວັ້ນວ່າຂ້ອຍເປັນຄົນພິການຂາ ຫຼື ຢ່າງໃດ ແລະ ສຸດທ້າຍແລ້ວກໍຂໍບອກຈາກໃຈຈິງວ່າ ຂ້ອຍບໍ່ໄດ້ກັງວົນວ່າຈະມີອຸປະສັກຫຍັງ ຂໍໃຫ້ມີວຽກເຮັດທີ່ດີໆແບບນີ້ກໍພູມໃຈແລ້ວ”

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/