ຜູ້ນຳກຸ່ມ G7 ກຽມຕັ້ງກຸ່ມ Climate Club ເພື່ອສູ້ກັບພາວະໂລກຮ້ອນ


ພາວະໂລກຮ້ອນຍັງເປັນອີກບັນຫາໜຶ່ງ ທີ່ສັງຄົມໂລກເຮົາຍົງແກ້ບໍ່ຕົກ ແລະ ກຳລັງເປັນບັນຫາທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍ. ເຊັ່ນດຽວກັນກັບກຸ່ມປະເທດ G7 ທີ່ໄດ້ປະກາດກຽມຈັດຕັ້ງກຸ່ມ Climate Club ພາຍໃນປາຍປີນີ້ ເພື່ອປະສານຄວາມຮ່ວມມືໃນລະດັບສາກົນ ເພື່ອແກ້ບັນຫາພາວະໂລກຮ້ອນ.

ຜ່ານການຖະແຫຼງການຂອງກຸ່ມປະເທດ G7 ທີ່ປະກອບມີ: ສະຫະລັດອາເມຣິກາ, ແຄດານາ, ຝຣັ່ງ, ເຢຍລະມັນ, ອິຕາລີ, ຍີ່ປຸ່ນ ແລະ ອັງກິດ ເມື່ອວັນທີ 28 ມິຖຸນາ ນີ້ວ່າ: Climate Club ເປັນກຸ່ມທີ່ຈັດຕັ້ງຂຶ້ນມາເພື່ອສະໜັບສະໜູນການແກ້ໄຂບັນຫາການປ່ຽນແປງຂອງສະພາບອາກາດ ຕາມເປົ້າໝາຍຂອງຂໍ້ຕົກລົງ ປາຣີສ (Paris Agreement) ເຊິ່ງພະຍາຍາມຮັກສາອຸນຫະພູມສະເລ່ຍຂອງໂລກບໍ່ໃຫ້ເພີ່ມຂຶ້ນເກີນ 1.5 ອົງສາ ໂດຍເນັ້ນໄປທີ່ການລົດການປ່ອຍກ໊າສຄາບອນໄດອັອກໄຊ ໃນພາກອຸດສາຫະກຳເປັນຫຼັກ ແລະ ບັນລຸເປົ້າໝາຍການປ່ອຍ ຄາບອນໄດອັອກໄຊ ໃຫ້ກາຍເປັນ 0 ພາຍໃນປີ 2050.

ໂອລາຟ ຊອລ ນາຍົກລັດຖະມົນຕີ ເຢຍລະມັນ ເຊິ່ງເປັນເຈົ້າພາບໃນການຈັດກອງປະຊຸມ G7 ໃນປີນີ້ ລະບຸວ່າ ປະເທດຕ່າງໆມີແນວທາງໃນການປ່ອຍ ກ໊າສ ຄາບອນໄດອັອກໄຊ ທີ່ແຕກຕ່າງກັນ ດ້ວຍເຫດນີ້ ທຸກຊາດຈຶ່ງຄວນສື່ສານກັນເພື່ອໃຫ້ສາມາດໄປເຖິງເປົ້າໝາຍດຽວກັນໄດ້ ເຊັ່ນ: ສະມາຊິກໃນກຸ່ມຈະຕ້ອງຕົກລົງກັນກ່ຽວກັບການກຳນົດກົນໄກລາຄາ ຄາບອນໄດອັອກໄຊ ຫຼື ສ້າງມາດຕະຖານໃໝ່ກັບ ໄຮໂດຣເຈັນສີຂຽວ.

ຢ່າງໃດກໍຕາມ ອົງກອນດ້ານການອະນຸລັກ ສິ່ງແວດລ້ອມ ໄດ້ຕັ້ງຄຳຖາມ ວ່າຜູ້ນຳກຸ່ມ G7 ຈະສາມາດເຮັດຕາມຄຳທີ່ກ່າວໄວ້ໄດ້ແທ້ຫຼືບໍ່ ແລະ ບາງຈຸດຂອງຖະແຫຼງການຍັງບໍ່ມີການກຳນົດສິ່ງຕ່າງໆຢ່າງຊັດເຈນ ເຊັ່ນ: ບໍ່ມີການໃຫ້ຄຳໝັ້ນສັນຍາທີ່ຊັດເຈນກ່ຽວກັບການກຳນົດລາຄາ ຄາບອນໄດອັອກໄຊຂັ້ນຕໍ່າ ຫຼື ການອອກມາດຕະການຂວໍ້າບາດ ເພື່ອລົງໂທດແກ່ສະມາຊິກທີ່ບໍ່ສາມາດປະຕິບັດຕາມຂໍ້ຕົກລົງໄດ້. ສິ່ງເຫຼົ່ານີ້ເຮັດໃຫ້ ກຸ່ມອະນຸລັກສິ່ງແວດລ້ອມ ກັງວົນວ່າ Climate Club ຈະເປັນອີກແພລັດຟອມສິ່ງແວດລ້ອມໜຶ່ງທີ່ກໍ່ຕັ້ງຂຶ້ນມາ ແຕ່ບໍ່ສາມາດຊຸກຍູ້ໃຫ້ເກີດຜົນສຳເລັດເປັນຮູບປະທຳແບບຈິງຈັງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/