ສຳນັກງານນາຍົກ ປຶກສາຫາລືການນຳເຂົ້າ-ສົ່ງອອກ ແລະ ຄຸ້ມຄອງສິນຄ້າ ເພື່ອໃຫ້ມີມາດຕະການແກ້ໄຂຢ່າງທັນການ


ໃນຕອນເຊົ້າວັນທີ 29 ມິຖຸນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການ ທີ່ກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການນໍາເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນໍາເຂົ້າສິນຄ້າ ຈາກທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະກ່ຽວກັບສະພາບການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນໄລຍະ 6 ເດືອນຕົ້ນປີ 2022, ບາງລາຍການສິນຄ້າ ແລະ ປະລິມານ ທີ່ພາຍໃນປະເທດສາມາດຜະລິດໄດ້ລວມທັງໂຄງສ້າງລາຄາ, ສະຖິຕິຄວາມຕ້ອງການຊົມໃຊ້ສິນຄ້າຍຸດທະສາດໃນແຕ່ລະໄລຍະ; ບັນດາຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ໃນແຕ່ລະຂົງເຂດ, ແຕ່ລະຂອດການເຄື່ອນໄຫວວຽກງານຕົວຈິງ; ສະເໜີມາດຕະການຕ່າງໆ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ; ບາງສິນຄ້າທີ່ຄວນລົດຜ່ອນການນຳເຂົ້າ; ການໂຄສະນາເຜີຍແຜ່ຜະລິດຕະພັນພາຍໃນ ແລະ ອື່ນໆ.

ຜ່ານການຮັບຟັງການລາຍງານ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຂອງພາກສ່ວນທີ່ກ່ຽວຂ້ອງ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນສັງລວມ ແລະ ເນັ້ນໜັກ ໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຄະນະຊີ້ນຳ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 71/ນຍ, ລົງວັນທີ 6 ຕຸລາ 2017; ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ສືບຕໍ່ຊີ້ນຳຂະແໜງການສາຍຕັ້ງຂອງຕົນ ຢູ່ທ້ອງຖິ່ນແຕ່ລະຂັ້ນ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃຫ້ມີຄວາມເຂັ້ມງວດ; ກວດກາຄືນສິນຄ້າທີ່ພາຍໃນສາມາດຜະລິດໄດ້ ແລະ ກຸ້ມການຊົມໃຊ້ພາຍໃນ. ພ້ອມທັງ ກຳນົດສິນຄ້າທີ່ຈຳເປັນຕ້ອງໄດ້ນຳເຂົ້າຈາກຕ່າງປະເທດໃຫ້ມີຄວາມຊັດເຈນຕື່ມ; ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການຄຸ້ມຄອງລາຄາສິນຄ້າ ເພື່ອເປັນພື້ນຖານໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ຮັດກຸມ ແລະ ມີປະສິດທິຜົນກວ່າເກົ່າ; ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ໂຄງສ້າງລາຄາສິນຄ້າ ແລະ ຄ່າບໍລິການ; ເອົາໃຈໃສ່ຕິດຕາມການເໜັງຕີງຂອງລາຄາສິນຄ້າ ແລະ ຄ່າບໍລິການ  ເພື່ອມີມາດຕະການແກ້ໄຂຢ່າງທັນການ; ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ບັນດາໜ້າວຽກ ທີ່ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ແລ້ວສັງລວມລາຍງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອລາຍງານຂັ້ນເທິງມີທິດຊີ້ນຳ.

ຂອບໃຈຂໍ້ມູນຈາກ: https://cutt.ly/FKZYVVT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/